趙曉虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທູດຈີນປະຈໍາລາວ: ລັດຖະບານຈີນຈະມອບອຸປະກອນການແພດເພື່ອຕ້ານພະຍາດໂຄວິດ-19 ໃຫ້ແກ່ ລາວອີກຊຸດໜຶ່ງ

2020-04-22 13:04:27 cri

圖片默認標題_fororder_3

ວັນທີ 21 ເມສານີ້, ໃນເວລາທີ່ທ່ານ ຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ໂອ້ລົມແລກປ່ຽນຄໍາເຫັນ ກ່ຽວກັບການຕ້ານພະຍາດປອດອັກເສບຈາກເຊື້ອຈຸລະໂລກສາຍພັນໃໝ່ (Covid-19) ກັບ ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ຈ່ຽງຈ້າຍຕົ່ງ ໄດ້ກ່າວວ່າ: ລັດຖະບານຈີນໄດ້ຕົກລົງມອບອຸປະ ກອນການແພດເພື່ອຕ້ານພະຍາດໂຄວິດ-19 ໃຫ້ແກ່ລາວອີກຊຸດໜຶ່ງ.

ໂອກາດນີ້, ທ່ານ ຈ່ຽງຈ້າຍຕົ່ງ ໄດ້ກ່າວວ່າ: ໄລຍະນີ້ ຖືວ່າເປັນໄລຍະທີ່ສໍາຄັນສໍາລັບການປ້ອງກັນ ແລະຄວບຄຸມພະຍາດ Covid-19 ເຊິ່ງຍິ່ງຕ້ອງທໍາຄວາມພະຍາຍາມຫຼາຍຂຶ້ນກວ່າເກົ່າເພື່ອເປັນການ ສະໜັບສະໜູນຝ່າຍລາວຕ້ານກັບພະຍາດດັ່ງກ່າວ ກໍ່ຄືການຈັດຕັ້ງປະຕິບັດເນື້ອໃນຈິດໃຈ ຂອງການສົນ ທະນາທາງໂທລະສັບລະຫວ່າງການນໍາສູງສຸດຂອງສອງພັກລາວ-ຈີນ, ສະນັ້ນ ລັດຖະບານຈີນ ຈິ່ງໄດ້ຕົກລົງຈະມອບອຸປະກອນການແພດເພື່ອຕ້ານພະຍາດໂຄວິດ-19 ອີກຊຸດໜຶ່ງໃຫ້ແກ່ລາວ ເຊິ່ງລວມ ມີ: ນ້ຳຢາກວດຫາເຊື້ອພະຍາດໂຄວິດ-19 ຈຳນວນ 50,000 ຊຸດ, ຊຸດປ້ອງກັນຕົວເອງ ຈຳນວນ 30,000 ຊຸດ, ຜ້າປິດປາກທົ່ວໄປ ຈຳນວນ 1,400,000 ອັນ, ຜ້າປິດປາກ N95 ຈຳນວນ 30,000 ອັນ, ແວ່ນຕາການແພດ ຈໍານວນ 30,000 ອັນ, ຖົງມືປ້ອງກັນທາງດ້ານການແພດ ຈໍານວນ 700,000 ຄູ່, ເຄື່ອງແທກອຸນຫະພູມ ຈໍານວນ 1,200 ອັນ.

ນອກນີ້, ທ່ານ ຈ່ຽງຈ້າຍຕົ່ງ ຍັງໄດ້ກ່າວວ່າ ຈີນມີແຜນຈະແຕ່ງຕັ້ງ ແລະສົ່ງຄະນະຊ່ຽວຊານແພດຈີນມາ ເຮັດວຽກຢູ່ລາວເປັນໄລຍະຍາວ ເພື່ອຮ່ວມກັບຝ່າຍລາວຕ້ານພະໂຄວິດ-19 ນໍາກັນ. ທ່ານຢໍ້າອີກວ່າ ຈີນ-ລາວ ເປັນຄູ່ຮ່ວມຊາຕາກໍາ, ໃນໄລຍະທີ່ຮີບດ່ວນທີ່ສຸດຂອງຈີນ, ວົງການຕ່າງໆຂອງລາວກໍ່ໄດ້ຊ່ວຍ ເຫຼືອຈີນຢ່າງຈິງໃຈ ຖານອ້າຍນ້ອງດຽວກັນ, ປະຊາຊົນຈີນໃຫ້ຄວາມສໍາຄັນແກ່ການຕອບບຸນແທນຄຸນ ເຊິ່ງໃນໄລຍະທີ່ລາວພວມປະເຊີນກັບຄວາມຫຍຸ້ງຍາກແລ້ວ, ຈີນຈະຢູ່ເສີຍບໍ່ໄດ້ຢ່າງເດັດຂາດ.
 

ຄຳ​ເຫັນ

0