趙曉虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອໍານວຍການໜັງສືພິມປະຊາຊົນລາວ: ນັກການເມືອງຂອງບາງປະເທດໃສ່ຮ້າຍປ້າຍສີຈີນແມ່ນສິ່ງທີ່ຮັບບໍ່ໄດ້

2020-04-26 13:04:19 cri

圖片默認標題_fororder_45147143

 

ຫວ່າງບໍ່ດົນມານີ້, ທ່ານ ດວງຈິດ ສະຫວັດບຸນມີ ອໍານວຍການໜັງສື ພິມປະຊາຊົນລາວ ໄດ້ໃຫ້ ສໍາພາດຕໍ່ນັກຂ່າວ CMG ວ່າ, ລັດຖະບານຈີນໄດ້ແຈ້ງ ທຸກຂໍ້ມູນຂ່າວສານກ່ຽວກັບການ ເກີດຂຶ້ນຂອງ ພະຍາດໂຄວິດ-19 ຢູ່ນະຄອນ ອູຮັ້ນ ໃຫ້ແກ່ຊາວໂລກຮັບຮູ້ຢ່າງ​ທັນ​ການ, ສະນັ້ນ ນັກການເມືອງຂອງ ບາງປະເທດໃສ່ ຮ້າຍປ້າຍສີ ຈີນ ແມ່ນບໍ່ມີມູນຄວາມຈິງ ແລະແມ່ນສິ່ງທີ່ຮັບບໍ່ໄດ້.

ທ່ານ ດວງຈິດ ສະຫວັດບຸນມີ ກ່າວວ່າ, ນະຄອນ ອູຮັ້ນ ຂອງຈີນເປັນເຂດທໍາອິດທີ່ ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ແຕ່ບໍ່ໄດ້ໝາຍຄວາມວ່າ ຈີນແມ່ນຕົ້ນ ກໍາເນີດຂອງພະຍາດດັ່ງກ່າວ. ກົງກັນຂ້າມ, ຈີນໄດ້ແຈ້ງຂ່າວ ກໍ່ຄືຂໍ້ມູນຂ່າວສານ ຕ່າງໆໃຫ້ປະຊາຄົມໂລກ ແລະອົງການອະນາໄມໂລກ ໄດ້ຮັບຮູ້ຢ່າງທັນການໃນ ເວລາທໍາອິດ ແລະອົງການອະນາໄມໂລກກໍ່ໄດ້ສົ່ງຜູ້ຊ່ຽວຊານ ແລະພະນັກງານ ໄປເຮັດວຽກຮ່ວມກັບແພດໝໍຈີນໂດຍໄດ້ເຫັນສະພາບຈິງກັບຫູກັບຕາໃນການຕໍ່ສູ້ກັບພະຍາດດັ່ງ ກ່າວທີ່ ນະຄອນອູຮັ້ນ. ຈິ່ງເວົ້າໄດ້ວ່າ ນັກການເມືອງຂອງບາງປະເທດໃສ່ ຮ້າຍປ້າຍສີຈີນ ແມ່ນບໍ່ມີມູນ ຄວາມຈິງ ແລະແມ່ນສິ່ງທີ່ຮັບບໍ່ໄດ້.

ທ່ານ ດວງຈິດ ສະຫວັດບຸນມີ ໄດ້ຕີລາຄາສູງຕໍ່ຈີນທີ່ໄດ້ຊ່ວຍເຫຼືອ ທາງດ້ານວັດຖຸ ແລະ ຈິດໃຈ ກໍ່ຄືແບ່ງປັນປະສົບການຂອງຕົນ ໃຫ້ແກ່ ປະເທດຕ່າງໆໃນໂລກ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງມະນຸດ ສະທໍາແລະນໍ້າ ໃຈສາກົນກໍາມະຊີບອັນສູງສົ່ງ. ທ່ານກ່າວວ່າ: ຈີນໄດ້ໃຫ້ການຊ່ວຍເຫຼືອກັບ 100 ກວ່າປະເທດໃນໂລກ ໃນນັ້ນກໍ່ນັບທັງລາວອີກດ້ວຍ. ການສະໝັກໃຈຂານອາສາຊ່ວຍບັນດາປະເທດ ຂອງຈີນໃນສະພາບການລະບາດ ຂອງພະຍາດໂຄວິດ-19 ແມ່ນໄດ້ສ່ອງແສງໃຫ້ ເຫັນເຖິງຄວາມມີມະນຸດສະທໍາຂອງປະຊາຊົນຈີນທີ່ມີຕໍ່ປະຊາຊົນທຸກປະເທດ ໃນ ໂລກໂດຍບໍ່ຈໍາແນກລະບອບການເມືອງ ແລະການປົກຄອງ. ພິເສດ, ຈາກປະສົບ ການດ້ານ ການແພດຂອງຈີນມີຕໍ່ແພດໝໍລາວ ເຮັດໃຫ້ແພດລາວ ສາມາດຄວບຄຸມ ການແຜ່ລະບາດຂອງພະຍາດດ່ັງກ່າວໄດ້ໃນລະດັບທີ່ໜ້າເພິ່ງພໍໃຈ, ນີ້ໄດ້ຢັ້ງຢືນວ່າ ຈີນ ມີປະສົບການອັນສູງສົ່ງໃນການຕ້ານກັບພະຍາດ ໂຄວິດ-19 ແລະໄດ້ ກາຍເປັນບົດຮຽນອັນລໍ້າຄ່າໃຫ້ ແກ່ແພດທົ່ວໂລກ ຕື່ມອີກ.

   ຂໍ້ມູນຫຼ້າສຸດຈາກອົງການອະນາໄມໂລກສະແດງໃຫ້ເຫັນວ່າ, ຮອບວັນທີ 25 ເມສານີ້, ມີ 211 ປະເທດ ແລະເຂດແຄວ້ນໃນໂລກໄດ້ພົບຜູ້ຕິດເຊື້ອ ໂຄວິດ-19 ລວມຈໍານານຫຼາຍກວ່າ 2.700.000 ຄົນ. ຕໍ່ສະພາບດັ່ງກ່າວ, ທ່ານ ດວງຈິດ ສະຫວັດບຸນມີ ກ່າວວ່າ, ລໍາພັງປະເທດໃດໜຶ່ງປະເທດດຽວ ແມ່ນ ບໍ່ສາມາດຮັບມື ກັບພະຍາດດັ່ງກ່າວໄດ້ຢ່າງຂາດຕົວ ເຊິ່ງປະເທດຕ່າງໆໃນໂລກຄວນຮ່ວມມືກັນ ຢ່າງຈິງຈັງ ຈິ່ງສາມາດເອົາຊະນະກັບພະຍາດນີ້ໄດ້. ຈາກນີ້ຈິ່ງເຫັນວ່າຄໍາເຫັນ ຂອງທ່ານ ສິຈິ້ນຜິງ ປະທານປະ ເທດຈີນ ທີ່ເຄີຍນໍາສະເໜີໃຫ້ມີການສ້າງປະຊາຄົມ ຮ່ວມຊາຕາກໍາຂອງ ມວນມະນຸດ ແມ່ນຖືກຕ້ອງສອດຄ່ອງທີ່ສຸດໃນປັດຈຸບັນ. ພວກເຮົາຕ້ອງອາ ໄສໄພເພິ່ງເຊິ່ງກັນແລະກັນ, ບໍ່ມີປະເທດໃດ ຈະຢູ່ໂດດດ່ຽວໃນ ທ່າມກາງສະພາບແວດລ້ອມຄືແນວນີ້, ທຸກໆປະເທດຕ້ອງມີຄວາມຮັບຜິດຊອບ ເພື່ອພ້ອມ ກັນເອົາຊະນະກັບພະຍາດໂຄວິດ-19.

ຄຳ​ເຫັນ

0