黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລາ​ຄາ​ຢາ​ຫລຸດລົງ, ການປິ່ນ​ປົວ​ພະ​ຍາດ​ສະ​ດວກກວ່າ​ເກົ່າ, ເງິນ​ບຳ​ນານ​ສູງ​ຂຶ້ນ

2020-05-21 08:54:47 cri

圖片默認標題_fororder_微信圖片1

ກອງ​ປະ​ຊຸມ​​ປະ​ຈຳ​ປີຂອງສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ແລະ ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ ຫຼື ​ກອງ​ປະ​ຊຸມສອ​ງ​ສະ​ພາ​ຂອງ​ຈີນ ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ໄວໆ​ນີ້. ເມື່ອ​ຫວນ​ຄືນ​ເປົ້າ​ໝາຍ ແລະ ຄຳ​ໝັ້ນ​ສັນ​ຍາ​ຫຼາຍ​ຢ່າງ​ທີ່​ໄດ້ກຳນົດໄວ້​ໃນ “ບົດ​ລາຍ​ງານ​ວຽກ​ງານ​ຂອງລັດ​ຖະ​ບານ” ທີ່​ຜ່ານ​ໃນ​ກອງ​ປະ​ຊຸມ​ສອງ​ສະ​ພາ​ປີ 2019, ມາ​ຮອດ​ປີ​ນີ້, ເປົ້າ​ໝາຍ ແລະ ຄຳ​ໝັ້ນ​ສັນ​ຍາ​ເຫຼົ່າ​ນັ້ນ​ໄດ້​ເຮັດ​ສຳ​ເລັດ​ແລ້ວຫຼື​ບໍ່?

ລາ​ຄາ​ຢຸກຢາ​ໄດ້​ຫລຸດລົງ, ຢາ​ຊ່ວຍ​ຊີ​ວິດຫຼາຍ​ຊະ​ນິດ​ຖືກ​ຈັດ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ຢາ​ຂອງການປະ​ກັນສຸຂະພາບສະບັບ​ໃໝ່

ໃນ​ກອງ​ປະ​ຊຸມ​ສອງ​ສະ​ພາ​ປີ 2019, “ບົດ​ລາຍ​ງານ​ວຽກ​ງານ​ລັດ​ຖະ​ບານ​” ທີ່ໄດ້ສະ​ເໜີ​ຕໍ່ກອງປະຊຸມມີເນື້ອໃນວ່າ: ຕ້ອງ​ປະ​ຕິ​ບັດ​ການ​ປ້ອງ​ກັນ​ແລະ​ປິ່ນ​ປົວ​ພະ​ຍາດ​ມະ​ເຮັງ​ ເພື່ອ​ບັນ​ເທົາຄວາມ​ທຸກ​ທໍ​ລະ​ມານ​ຂອງ​ປະ​ຊາ​ຊົນ. ປ້ອງ​ກັນ​ແລະ​ປິ່ນ​ປົວ​ພະ​ຍາດ​ຕິດ​ແປດ​ທົ່ວ​ໄປ​ໃຫ້​ດີ, ຈັດ​ເອົາ​ຢາ​ປົວ​ພະ​ຍາດ​ຄວາມດັນເລືອດສູງ, ພະ​ຍາດ​ເບົາ​ຫວານ ແລະ ພະ​ຍາດ​ອື່ນໆ ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ຢາຂອງການ​ປະ​ກັນ​ສຸຂະພາບ.

ໜຶ່ງ​ປີ​ມາ​ນີ້, ທ່ານ​ຍັງ​ຈື່​ໄດ້​ບໍ່​ວ່າ, ຜູ້​ແທນ​ເຈ​ລະ​ຈາ​ຂອງ​ອົງ​ການ​ປະ​ກັນ​ສຸ​ຂະ​ພາບ​ແຫ່ງ​ຊາດ​ຈີນ​ໄດ້​ຕໍ່​ລາ​ຄາຢາ​ຢູ່ກັບບ່ອນ, ຫຼັງ​ໄດ້​ຕໍ່​ລາ​ຄາ​ຢ່າງ​​ລຳ​ບາກຫຼາຍ​ຄັ້ງ​, ເມັດ​ຢາ​ປິ່ນ​ປົວ​ພະ​ຍາດ​ເບົາ​ຫວານ ໄດ້​ຫລຸດຈາກເມັດ​ລະ 7 ຫາ 8 ຢວນ ລົງ​ເຫຼືອເມັດລະ 4,36 ຢວນ, ​ຫຼຸດ​ລົງເກືອບ​ເຄິ່ງ​ໜຶ່ງ. ປີ 2019, ລັດ​ຖະ​ບານ​ຈີນ​ໄດ້​ເປີດ​ເຜີຍ​ບັນ​ຊີ​ລາຍ​ຊື່​ຢາຂອງການປະ​ກັນ​ສຸ​ຂະ​ພາບ​ສະ​ບັບ​ໃໝ່, ມີ​ຢາ 97 ຊະ​ນິດ​ຖືກ​ຈັດ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ດັ່ງ​ກ່າວ​ດ້ວຍ​ການ​ເຈ​ລະ​ຈາ, ໃນ​ນັ້ນ, ມີ 70 ຊະ​ນິດ​ສາ​ມາດ​ຂໍ​ເງິນ​ອຸດ​ໜູນ​ຄືນ​ໄດ້, ສະ​ເລ່ຍ​ແລ້ວ, ລາ​ຄາ​ຢາ​ໄດ້ຫຼຸດ​ລົງກວ່າ​ 60%, “ຢຸກຢາ​ລາ​ຄາ​ແພງ” ທີ່​ປິ່ນ​ປົວ​ພະ​ຍາດ​ມະ​ເຮັງ, ພະ​ຍາດພົບ​ເຫັນ​ໜ້ອຍ ແລະ ພະ​ຍາດຄວາມດັນ​ເລືອດ​​ສູງ​ເຫຼົ່າ​ນີ້ ໄດ້​ກາຍ​ເປັນ “ຢາລາ​ຄາ​ທຳ​ມະ​ດາ” ໃນ​ປັດ​ຈຸ​ບັນ.

圖片默認標題_fororder_微信圖片2

ນາງຫຼິວ​ເຟີງ​ສິນ ຮອງ​ຫົວ​ໜ້າ​ພະ​ແນກ​ຢາ​ໂຮງ​ໝໍ​ເລກ 1 ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ແພດ​ສາດ​ທີ 1 ຊ່ານ​ຕົ່ງ​ກ່າວ​ວ່າ: ມາດ​ຕະ​ການ​ດັ່ງ​ກ່າວ​ໄດ້ຫຼຸດ​ຄ່າ​ປິ່ນ​ປົວ​ຂອງ​ຜູ້​ປ່ວຍ​ໃຫ້​ໜ້ອຍ​ລົງ​ຢ່າງຫຼວງຫຼາຍ. ຍົກ​ຕົວ​ຢ່າງວ່າ, ຢາ​ຊະ​ນິດ​ຕ່າງໆ ເຊັ່ນ: Atorvastatin, Irbesartan ເປັນ​ຕົ້ນ, ລ້ວນ​ແຕ່​ໄດ້ຫຼຸດ​ລົງຈາກຫຼາຍ​ສິບຢວນ​ຍັງເຫລືອ​ບໍ່ເທົ່າໃດຢວນ.

ການປິ່ນ​ປົວ​ພະ​ຍາດ​ສະ​ດວກ​ກວ່າ​ເກົ່າ

ບັນ​ຫາ​ລາ​ຄາ​ປິ່ນ​ປົວ​ແພງ​ໄດ້​ຮັບ​ການ​ແກ້​ໄຂ​ເທື່ອ​ລະ​ກ້າວ, ບັນ​ຫາຄວາມ​ຫຍຸ້ງຍາກ​ໃນ​ການ​ໄປ​ຫາ​ໝໍ ກໍພວມ​ໄດ້​ຮັບ​ການ​ແກ້​ໄຂ​​ເຊັ່ນ​ກັນ. ກອງ​ປະ​ຊຸມ​ສອງ​ສະ​ພາ​ປີ 2019 ໄດ້​ສະ​ເໜີ​ອອກ​ມາ​ວ່າ, ​ຈະ​ເລັ່ງ​ລັດ​ວຽກ​ງານ​ໃຫ້ຜູ້​ປ່ວຍທີ່​ຖື​ບັດ​ປະ​ກັນ​ສັງ​ຄົມ ສາມາດ​ໄປ​ປິ່ນ​ປົວ​ພະ​ຍາດ​ຢູ່​ໂຮງ​ໝໍ​ຕ່າງ​ຖິ່ນທີ່​ກຳ​ນົດ​ໄວ້​ໃນ​ບັນ​ຊີ​ລາ​ຍ​ຊື່​ການປະ​ກັນ​ສັງ​ຄົມ, ທັງສາ​ມາດ​ຄິດ​ໄລ່​ຄ່າ​ປິ່ນ​ປົວ​ຕາມ​ມາດ​ຕະ​ຖານ​ໃນ​ລະ​ບົບ​ປະ​ກັນ​ສັງ​ຄົມ​ໄດ້​ໃນ​ທັນ​ທີ. ມາ​ຮອດ​ທ້າຍ​ປີ 2019, ເຂດ​ນະ​ຄອນຫຼວງ​ປັກ​ກິ່ງ, ນະ​ຄອນ​ທ່ຽນ​ສິນ ແລະ ແຂວງ​ເຫີ​ເປີຍ ແລະ ເຂດ​ສາ​ມຫຼ່ຽມ​ປາກ​ແມ່​ນ້ຳ​ຢາງ​ຊີ​ກຽງ ລ້ວນ​ແຕ່​ໄດ້​ປະ​ຕິ​ບັດ​ມາດ​ຕະ​ການ​ດັ່ງ​ກ່າວ​ແລ້ວ. 4 ເຂດ​, ແຂວງ ​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ ຄື ແຂວງ​ຢຸນ​ນານ, ແຂວງ​ກຸ້ຍ​ໂຈ່ວ, ແຂວງ​ເສ​ສວນ, ນະ​ຄອນ​ຈົ່ງ​ກິ່ງ ແລະ ເຂດ​ຕິ​ເບດ ກໍ​​​ເລີ່​ມປະ​ຕິ​ບັດ​ມາດ​ຕະ​ການ​ດັ່ງ​ກ່າວ​ເຊັ່ນ​ດຽວ​ກັນ.

​ເງິນ​ບຳນານ​ເພີ່ມ​ຂຶ້ນ, ລະ​ບົບ​ບໍ​ລິ​ການ​ເບິ່ງ​ແຍງ​ດູ​ແລ​ຜູ້​ເຖົ້າ​ໄດ້​ພັດ​ທະ​ນາ​ແບບ​ເຊື່ອມ​ໂຍງ​ກັນ

ກອງ​ປະ​ຊຸມ​ສອງ​ສະ​ພາ​​ປີ 2019 ສະ​ເໜີ​ອອກ​ມາ​ວ່າ, ເງິນ​ບຳ​ນານ​ພື້ນ​ຖານ​ຂອງ​ຜູ້​ອອກ​ກິນ​ເບ້ຍ​ບຳ​ນານ​ຂອງວິ​ສາ​ຫະ​ກິດ ແລະ ຫົວໜ່ວຍວິຊາ​ການ​ຈະ​ເພີ່ມ​ຂຶ້ນ​ປະ​ມານ 5%. ສຸມ​ຄວາມ​ພະ​ຍາ​ຍາມ​ພັດ​ທະ​ນາ​ການ​ບໍ​ລິ​ການ​ຕາມ​ຄຸ້ມ​ຊຸມ​ຊົນໃນຫຼາ​ຍ​ຮູບ​ແບບ ເຊັ່ນ: ການ​ດູ​ແລ​ຕອນ​ກາງ​ເວັນ, ການ​ບຳ​ລຸງ​ຟື້ນ​ຟູ​ສຸ​ຂະ​ພາບ, ການ​ຊ່ວຍ​ເດີນ​ທາງ, ການ​ຊ່ວຍ​ແຕ່ງ​ອາ​ຫານ ແລະ ອື່ນໆ. 3 ຫາ 5 ປີ​ຂ້າງ​ໜ້າ, ຕຽງນອນໃນໂຮງ​ພັກ​ຄົນ​ຊະລາ​ທີ່​ໃຫ້​ບຸລິມະສິດ​ໂດຍ​ທົ່ວ​ໄປ​ຈະ​ເພີ່ມ​ຂຶ້ນຫຼາຍກວ່າ 1 ລ້ານ​ຕຽງ​.

圖片默認標題_fororder_微信圖片3

ວັນ​ທີ 17 ເມ​ສາ​ຜ່ານ​ມາ​ນີ້, ກະ​ຊວງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ແລະ​ປະ​ກັ​ນ​ສັງ​ຄົມ​ ແລະ ກະ​ຊວງ​ການ​ເງິນ​ຈີນ​ໄດ້​ອອກ​ແຈ້ງ​ການ​ຮ່ວມ​ວ່າ: ເງິນບຳ​ນານຈະ​ເພີ່ມ​ຂຶ້ນ​ອີກ 5%. ພຽງແຕ່​ເພີ່ມ​ເງິນ​ບຳ​ນານ​ເທົ່​າ​ນັ້ນຍັງ​ບໍ່​ພຽງ​ພໍ ມາ​ຮອດ​ທ້າຍ​ປີ 2019, ​ຈຳ​ນວນຕຽງ​ທີ່ໃຫ້ບໍລິ​ການຜູ້​ບຳ​ນານ​​ໃນ​ທົ່ວປະ​ເທດມີຫຼາຍກວ່າ 7,61 ລ້ານ​ຕຽງ, ອົງ​ການ​​ເບິ່​ງ​ແຍງ​ດູ​ແລ​ຜູ້​ເຖົ້າຫຼາຍກວ່າ 34.000 ອົງ​ການ, ໃນ​ນັ້ນ, ກຳ​ລັງ​ທາງ​ສັງ​ຄົມ​ມີຫຼາຍກວ່າ 50%. ໃນ​ຂະ​ນະ​ດຽວ​ກັນ, ເຄືອ​ຂ່າຍ​ອິນ​ເຕີ​ເນັດ, ເຄືອ​ຂ່າຍ​ອິນ​ເຕີ​ເນັດ​ໃນ​ທຸກ​ສິ່ງ​ຂອງ ​ແລະ AI ເປັນ​ຕົ້ນ ​ກໍ​ໄດ້​ເຊື່ອມ​ໂຍງ​ເຂົ້າ​ກັບ​ການ​ພັດ​ທະ​ນາ​ຂະ​ແໜງ​ການເບິ່ງແຍງ​ດູ​ແລ​ຜູ້​ເຖົ້າ ​ເຊິ່ງ​ໄດ້​ສະ​ໜອງ​ການ​ບໍ​ລິ​ການ​ທີ່​ມີ​ຄຸນ​ນະ​ພາບ​ສູງກວ່າ​ເກົ່າ ແລະ ມີ​ທາງ​ເລືອກຫຼາຍກວ່າ​ເກົ່າ​ໃຫ້​ແກ່​ຜູ້​ເຖົ້າ ແລະ ຄອບ​ຄົວ​ຂອງ​ເຂົາ​ເຈົ້າ.

ຫຼຸດ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ເຂົ້າໂຮງຮຽນ​ອະ​ນຸ​ບານ​ໃຫ້​ໜ້ອຍ​ລົງ

ກອງ​ປະ​ຊຸມ​ສອງ​ສະ​ພາ​ປີ 2019 ສະ​ເໜີ​ອອກ​ມາ​ວ່າ, 3 ຫາ 5 ປີ​ຂ້າງ​ໜ້າ​ນີ້, ຈະ​ຮັບ​ປະ​ກັນ​ໃຫ້​ເດັກ​ນ້ອຍ​ທຸກ​ຄົນ​ສາ​ມາດ​ເຂົ້າໂຮງຮຽນ​ອະ​ນຸ​ບານ​ໄດ້, ໃນ​ນັ້ນ, ໂຮງຮຽນ​ອະ​ນຸ​ບານ​ແບບ​ທົ່ວ​ໄປ​ຈະ​ກວມ 80% ຂຶ້ນ​ໄປ.

ໃນ​ກອງ​ປະ​ຊຸມ​ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ສິງ​ຫາປີ 2019, ຫົວ​ຂໍ້​ສຳ​ຄັນ​ຢ່າງ​ໜຶ່ງ​ກໍ​ແມ່ນ​ແບ່ງ​ເປັນ​ຈຸຄົ້ນຄວ້າ​ພິ​ຈາ​ລະ​ນາ “ບົ​ດ​ລາຍ​ງານ​ສະ​ພາບ​ການ​ປະ​ຕິ​ຮູບ​ແລະ​ພັດ​ທະ​ນາ​ພາ​ລະ​ກິດ​​ການ​ສຶກ​ສາ​ກ່ອນ​ໄວ​ຮຽນ” ​ແລະ ຜູ້​ແທນ​ສະ​ພາ​ປະ​ຊາ​ຊົນກໍ​ໄດ້​ເວົ້າ​ເຖິງ​ສະ​ພາບ​ການ​ທີ່ “ເຂົ້າ​ໂຮງຮຽນ​ອະ​ນຸ​ບານຍາກ ທັງ​ລາຄາແພງ” ຢູ່​ຂັ້ນ​ຮາກ​ຖານ​ທີ່​ຕົນ​ໄດ້​ຮູ້​ໄດ້​ເຫັນ.

圖片默認標題_fororder_微信圖片4

ທ່ານຫຼີ​ເຟີຍ​ຢົ້ວ ສະ​ມາ​ຊິກ​ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ກ່າວວ່າ: ໜຶ່ງ, ແມ່ນ​ໂຮງ​ອະ​ນຸ​ບານທີ່ມີ​ລັກ​ສະ​ນະ​ສາ​ທາ​ລະ​ນະ​ປະ​ໂຫຍດ​ໃນ​ຕົວ​ເມືອງ​ບໍ່​ພຽງ​ພໍ, ບັນ​ຫາ​ການເຂົ້າໂຮງຮຽນ​ອະ​ນຸ​ບານ​ຍາກ​ຍັງ​ເປັນ​ບັນ​ຫາ​ຈຸດ​ສຸມ; ສອງ​, ແມ່ນ​ໂຮງ​ອະ​ນຸ​ບານຢູ່​ເຂດ​ຫ່າງ​ໄກ​ສອກຫຼີ​ກ​ສ້າງ​ຂຶ້ນຍາກ, ມີຈຳ​ນວນ​ໜ້ອຍ ແລະ ບັນ​ຫາ​ເຂົ້າໂຮງຮຽນ​ອະ​ນຸ​ບານ​ກໍ​ພົ້ນ​ເດັ່ນ​ເຊັ່ນ​ກັນ.

​ເພື່ອ​ຮັບ​ມື​ກັບ​ສະ​ພາບ​ການ​ດັ່ງ​ກ່າວ, “ບົດ​ລາຍ​ງານ​ກ່ຽວ​ກັບ​ສະ​ພາບ​ການ​ປະ​ຕິ​ຮູບ​ແລະ​ການ​ພັດ​ທະ​ນາ​ພາ​ລະ​ກິດ​ການ​ສຶກ​ສາກ່ອນ​ໄວ​ຮຽນ” ໄດ້​ວາງ​ແຜນ​ການ​ແກ້​ໄຂຫຼາຍ​ຢ່າງ ​ໂດຍກຳນົດ​ໃຫ້​ສ້າງ​ໂຮງຮຽນ​ອະ​ນຸ​ບານ​ຕາມ​ຄຸ້ມ​ຊຸມ​ຊົນໃນ​ຕົວ​ເມືອງ, ​ໃຫ້​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ອຳ​ນວຍ​ຄວາມ​ສະ​ດວກ​ດ້ານ​ຊັບ​ພະ​ຍາ​ກອນ​ໃນ​ການ​ສ້າງ​ໂຮງຮຽນ​ອະ​ນຸ​ບານ, ໃຫ້​ໂຮງຮຽນ​ອະ​ນຸ​ບານ​ທີ່​ສ້າງ​ຂຶ້ນ​ໃນ​ຄຸ້ມ​ຊຸມ​ຊົນ​ເປັນ​ໂຮງຮຽນ​ອະ​ນຸ​ບານ​ຮັບ​ໃຊ້ທົ່ວ​ປວງ​ຊົນ ແລະອື່ນໆ. ປີ 2019, 7 ພາກ​ສ່ວນ ເຊັ່ນ: ກະ​ຊວງ​ສຶກ​ສາ​ທິ​ການ, ກະ​ຊວງ​ເຄຫະ​ສະຖານ​ແລະ​ພັດທະນາຕົວ​ເມືອງ-ຊົນນະບົດ ເປັນ​ຕົ້ນ ໄດ້​ສ້າງ​ຕັ້ງໜ່ວຍ​ສຳຫຼວດປະສົມ​ແລະ​ເດີນທາງ​ໄປ 10 ເຂດ, ​ແຂວງ ເຊັ່ນ: ແຂວງ​ເຫີ​ໜານ, ແຂວງ​ຊ່ານ​ຕົ່ງ ​ແລະ ເຂດ​ມົງ​ໂກ​ໃນ​ເປັນ​ຕົ້ນ ເພື່ອ​ສຳຫຼວດ​ສະ​ພາບ​ການ​ທີ່​ກ່ຽວ​ຂ້ອງ. ປັດ​ຈຸ​ບັນ, ທົ່ວ​ປະ​ເທດ​ຈີນ​ໄດ້​ກວດ​ພົບ​ໂຮງຮຽນ​ອະ​ນຸ​ບານ​ເກືອບ 2 ໝື່ນ​ແຫ່ງ ທີ່​ບໍ່​ໄດ້​ວາງ​ແຜນ​, ກໍ່ສ້າງ​, ມອບຮັບ ແລະ ​ເປີດ​ນຳ​ໃຊ້ຕາມ​ນະ​ໂຍ​ບາຍ, ໃນ​ນັ້ນ, ມີ 85% ໄດ້​ສຳ​ເລັດ​ການປັບປຸງ​ແກ້​ໄຂເປັນ​ແຕ່ລະໄລ​ຍະ​ແລ້ວ.

ເລັ່ງ​ຄວາມ​ວ່ອງໄວ​ໃນ​ການຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ

ກອງ​ປະ​ຊຸມ​ສອງ​ສະ​ພາ​ໃນ​ປີ 2019 ໄດ້​ສະ​ເໜີ​ອອກ​ມາ​ວ່າ, ຈະຫຼຸດ​ຈຳນວນປະ​ຊາ​ກອນ​ຜູ້​ທຸກ​ຍາກ​ໃນ​ຊົນ​ນະ​ບົດໃຫ້ໄດ້ຫຼາຍກວ່າ 10 ລ້ານ​ຄົນ​, ຈັງ​ຫວະ​ເພີ່ມ​ຂຶ້ນ​ຂອງ​ລາຍ​ຮັບ​ພົນ​ລະ​ເມືອງ​ຈະ​ໄປ​ຄູ່ກັບ​ຈັງ​ຫວະ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂດຍ​ພື້ນ​ຖານ. ເປົ້າ​ໝາຍ​ດັ່ງ​ກາວ​ໄດ້​ສຳ​ເລັດ​ລົງ​ໃນ​ທ້າຍ​ປີ 2019 ແລ້ວ. ​ປະ​ຊາ​ກອນ​ຜູ້​ທຸກ​ຍາກທົ່ວ​ປະ​ເທດ​ຈີນ​ໄດ້ຫຼຸດ​ໜ້ອຍລົງ 11 ລ້ານກວ່າ​ຄົນ.

ຫວ່າງ​ກ່ອນ​ນີ້​ບໍ່​ດົນ, 21 ເມືອງ ເຊັ່ນ: ເມືອງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ໝາວ​ນານ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ​ໄດ້ຫຼຸດ​ພົ້ນ​ອອກ​ຈາກ​ບັນ​ຊີ​ລາຍ​ຊື່​ເມືອງ​ທຸກ​ຍາກ. ນີ້​ກໍ​ໝາຍ​ຄວາມ​ວ່າ, ເຜົ່າ​ໝາ​ວນານ​ໃນ​ປະ​ເທດ​ຈີນ​ໄດ້​ຫຼຸ​ດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ຢ່າງ​ຮອບ​ດ້ານ​ແລ້ວ.

圖片默認標題_fororder_微信圖片5

ໜຶ່ງ​ປີ​ຜ່ານ​ມາ, ວົງ​ການ​ຕ່າງໆ​ໃນ​ສັງ​ຄົມ​ໄດ້​ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ.

ໜຶ່ງ​ປີ​ຜ່ານ​ມາ, ພະ​ນັກ​ງານລຶບລ້າງ​ຄວາມ​ທຸກ​ຍາກ​ໄດ້​ພາ​ກັນ​ໄປ​ປະ​ຈຳ​ການ​ຢູ່​ບ້ານ​ທຸກ​ຍາກ​ທ້ອ​ງ​ຖິ່ນ​ຕ່າງໆ, ການລຶບລ້າງຄວາມ​ທຸກ​ຍາກ​ດ້ວຍ​ອຸດ​ສາ​ຫະ​ກຳ, ການລຶບລ້າງ​ຄວາມ​ທຸກ​ຍາກ​ດ້ວຍ​ສາທາລະນະ​ສຸກ, ການລຶບລ້າງ​ຄວາມ​ທຸກ​ຍາກ​ດ້ວຍ​ກາ​ນ​ສຶກ​ສາ, ການລຶບລ້າງ​ຄວາມ​ທຸກ​ຍາກ​ດ້ວຍ​ການຜະລິດໄຟ​ຟ້າ​ແສງ​ຕາ​ເວັນ ແລະອື່ນໆ ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ແທ້​ຈິງ.

ໂດຍ​ສະ​ເພາະ​ແມ່ນ​ເລີ່ມ​ແຕ່​ຕົ້ນ​ປີ​ມາ​ນີ້, ທ້ອງ​ຖິ່ນ​ຕ່າງໆ​ທັງ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ທັງ​ພະ​ຍາ​ຍາມ​ເພື່ອລຶບລ້າງ​ຄວາມ​ທຸກ​ຍາກ, ໄດ້​ຊ່ວຍ​ເຫຼືອ​ແຮງ​ງານ​ຊົນ​ນະ​ບົດ​ໄປ​ຫາ​ວຽກ​ເຮັດ​ງານ​ທຳ​ແບບຈັບ​ຄູ່, ສ້າງ​ໂຮງ​ງານເພື່ອລຶບລ້າງ​ຄວາມ​ທຸກ​ຍາກ, ຊ່ວຍ​ໂຄ​ສະ​ນາ​ຂາຍ​ສິນ​ຄ້າ​ໃຫ້​ເຂດ​ທຸກ​ຍາກ​ດ້ວຍການຖ່າຍ​ທອດ​ສົດ ແລະອື່ນໆ, ມາດ​ຕະ​ການ​ເຫຼົ່າ​ນີ້​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ເປັນ​ຢ່າງ​ດີ. ມາ​ຮອດ​ວັນ​ທີ 30 ເມ​ສາ​ຜ່ານ​ມາ​, ແຮງ​ງານ​ຊົນ​ນະ​ບົດ​ທີ່ໄປ​ຫາວ​ຽກ​ເຮັດ​ງານ​ທຳ​ຢູ່​ຕ່າງ​ຖິ່ນ, ການ​ກໍ່​ສ້າງ​ໂຄງ​ການລຶບລ້າງ​ຄວາມ​ທຸກ​ຍາກ, ວິ​ສາ​ຫະ​ກິດນຳ​ໜ້າ​ຂະ​ແໜງ​ການ​ຊ່ວຍລຶບລ້າງ​ຄວາມ​ທຸກ​ຍາກ ແລະ ໂຮງ​ງານລຶບລ້າງ​ຄວາມ​ທຸກ​ຍາກ ທີ່​ຟື້ນ​ຟູ​ການ​ຜະ​ລິດ​ແລະ​ເຮັດ​ວຽກ​ແມ່ນຢູ່ໃນລະດັບໃກ້ກັບ​ລະ​ດັບ​ຂອງ​ປີ​ຜ່ານ​ມາ​ແລ້ວ. ຕົວ​ເລກ​ຂໍ້​ມູນ​ຫຼ້າ​ສຸດ​ສະ​ແດງ​ໃຫ້​ເຫັນ​ວ່າ, ມາ​ຮອດ​ວັນ​ທີ 17 ພຶດ​ສະ​ພາ​ນີ້, ເມືອງ​ທຸກ​ຍາກ 832 ເມືອງ​ໃນ​ທົ່ວ​ປະ​ເທດ, ມີ 780 ເມືອງ​ໃນ 22 ແຂວງ​ຂອງ​ຈີນ​ໄດ້ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ແລ້ວ.

ທ່ານຫຼິວ​ຢົງ​ຟູ້ ຫົວ​ໜ້າ​ຫ້ອງ​ການຄະນະ​ນຳພາ​ລຶບລ້າງ​ຄວາມ​ທຸກ​ຍາກ​ແລະ​ການ​ພັດທະນາ​​ແຫ່ງລັດ​ຈີນ​ກ່າວ​ວ່າ: ພວກ​ເຮົາ​ພວມຜ່ານ​ຜ່າຜົນ​ກະ​ທົບຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​ມີ​ຕໍ່​ວຽກ​ງານລຶບລ້າງ​ຄວາມ​ທຸກ​ຍາກ, ສະນັ້ນຈຶ່ງຈະ​ບໍ່ມີຫຍັງທີ່​ສາມາດ​ປ່ຽນ​ແປງ​ສະ​ພາບ​ການລຶບລ້າງ​ຄວາມ​ທຸກ​ຍາກ​ຂອງ​ຈີນໄດ້, ເປົ້າ​ໝາຍ​ແລະ​ໜ້າ​ທີ່ການລຶບລ້າງ​ຄວາມ​ທຸກ​ຍາກ​ຂອງ​ຈີນ​ຈະ​ບໍ່​ມີ​ການ​ປ່ຽນ​ແປງ, ວັນ​ເວ​ລາ​ທີ່​ຍາດ​ເອົາ​ໄຊຊະນະ​ໃນ​ບັ້ນລຶບ​ລ້າງ​ຄວາມ​ທຸກ​ຍາກ​ຂອງ​ຈີນ ກໍ​ຈະ​ບໍ່​ມີ​ການ​ປ່ຽນ​ແປງ​ເຊັ່ນກັນ.

ຄຳ​ເຫັນ

0