覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສີ​ແສງ​ແຫ່ງ​ຍຸກ: ທ່ານ​ສີ​ຈິ້ນ​ຜິງ​ຮ່ວມ​ຈິດ​ຮ່ວມ​ໃຈ​ກັບ​ປະ​ຊ​າ​ຊົນ​ແຂວງ​ຫູ​ເປີຍ

2020-05-25 18:49:49 cri


 

圖片默認標題_fororder_hubei1

 

ຕອນ​ບ່າຍ​ວັນ​ທີ 24 ພຶດ​ສະ​ພາ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເຂົ້າ​ຮ່ວມ​ການ​ປຶ​ກ​ສາ​ຫາ​ລື​​​ຂອງ​ຄະ​ນະ​ຜູ້​ແທນ​ແຂວງ​ຫູ​ເປີຍ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 3 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 13
 

ເມື່ອ​ຮອດກອງ​ປະ​ຊຸມ​ສອງ​ສະ​ພາຂອງ​ທຸກ​ປີ, ທ່ານ​ສີ​ຈິ້ນ​ຜິງ​ຈະ​ເຂົ້າ​ຮ່ວມ​ການ​ປຶກ​ສ​າ​ຫາ​ລື​​ກັບຄະ​ນະ​ຜູ້​ແທນ​ໃດ​ໜຶ່ງ,​ເຊິ່ງຈະ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຢ່າງ​ສູງ. ໃນ 7 ປີ​ຜ່ານ​ມາ, ທ່ານໄດ້​ເຂົ້າ​ຮ່ວມ​ການ​ປຶກ​ສາ​ຫາ​ລື​​ກັບ6 ຄະ​ນະ​ໃນ​ທຸກໆປີ. ໃນ​ປີ​ນີ້​, ຍ້ອນ​ພະ​ຍາດ​ໂຄວິດ-19 ຈຶ່ງ​ໄດ້ຫຼຸດ​ໄລ​ຍະ​ເວ​ລາ​ຈັດ​ກອງ​ປະ​ຊຸມ​ໃຫ້​ໜ້ອຍ​ລົງ, ຜູ້​ນຳ​ສູນ​ກາງ​ທຸກ​ທ່ານ​ກໍ​ໄດ້​ເຂົ້າ​ຮ່ວມ​ການ​ປຶກ​ສາ​ຫາ​ລື​ກັບ​ຄະ​ນະ​ຜູ້​ແທນ​ທ້ອງ​ຖິ່ນ ໜ້ອຍ​ລົງ, ແຕ່​ມີ​ຄະ​ນະ​ຜູ້​ແທນ​ໜຶ່ງ​ທ່ານ​​ຈະ​ໄປແນ່ນອນ. ຕອນ​ບ່າຍ​ວັນ​ທີ 24 ພຶດ​ສະ​ພາ​ນີ້, ​ໃນ​ບັນ​ຍາ​ກາດ​ຂອງ​ສຽງ​ຕົບ​ມື​ຕ້ອນ​ຮັບ​ທີ່​ຄຶກ​ຄື້ນ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເຂົ້າ​ສູ່​ສະ​ຖານ​ທີ່​ຈັດ​ການ​ປຶ​ກ​ສາ​ຫາ​ລື​​ກັບ​ຄະ​ນະ​ຜູ້​ແທນ​ແຂວງ​ຫູ​ເປີຍ, ແລະ​ກ່າວ​ວ່າ : “ຂ້​າ​ພະ​ເຈົ້າ​ສະ​ເໜີ​ວ່າ, ຕ້ອງ​ມາ​ຢາມ​ຄະ​ນະ​ຜູ້​ແທນ​ແຂວງ​ຫູ​ເປີຍ. ພວກ​ສະ​ຫາຍ​ແມ່​ນ​ຜູ້​ແທນ​ຂ​ອງ​ປະ​ຊາ​ຊົນ​ຫູ​ເປີຍ 60 ລ້ານ​ຄົນ, ຂ້າ​ພະ​ເຈົ້າ​ຕ້ອງ​ມາ​ພົ​ບ​ປະ​ຢ້ຽມ​ຢາມ​ພວກ​ສະ​ຫາຍ.”

 

圖片默認標題_fororder_hubei2
 

ຕອນ​ບ່າຍ​ວັນ​ທີ 24 ພຶດ​ສະ​ພາ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເຂົ້າ​ຮ່ວມ​ການ​ປຶ​ກ​ສາ​ຫາ​ລື​​​ຂອງ​ຄະ​ນະ​ຜູ້​ແທນ​ແຂວງ​ຫູ​ເປີຍ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 3 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 13
 

ໂດຍ​ຄື​ກັນ​ກັບ​ກາ​ນ​ເຂົ້າ​ຮ່ວມ​ການ​ປຶກ​ສາ​ຫາ​ລື​ກັບຄະ​ນະ​ຜູ້​ແທນ​ທ້ອງ​ຖິ່ນ 2 ເທື່ອ​ຜ່ານ​ມາ, ຄະ​ນະ​ຜູ້​ແທນ​ແຂວງ​ຫູ​ເປີຍ​ມີ ຜູ້​ແທນ 5 ທ່ານ​ປະ​ກອບ​ຄຳ​ເຫັນ​ຢູ່​ເຊິ່ງໜ້າ​ທ່ານ​ສີ​ຈິ້ນ​ຜິງ. ຜູ້​ທຳ​ອິດ​ກໍ​ແມ່ນ​ທ່າ​ນ​ໂລ​ເຈ ​ເລຂາ​ຄະນະ​ພັກ​ ທັງ​ເປັນ​ຜູ້ອຳນວຍການໂຮງໝໍ​ໄທ້​ເຫີ​ນະຄອນ​ຊື​ຢ້ຽນ​ແຂວງ​ຫູ​ເປີ​ຍ. ໃນ​ໄລ​ຍະ​ກອງ​ປະ​ຊຸມ​ສອງ​ສະ​ພາ​ເທື່ອ​ນີ້, ຜູ້​ແທນ​​ຄົນທຳ​ອິດ​ທີ່​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ຢູ່​ຕາມ​ບໍ​ລິ​ເວນ​ເຂດ​ສຳ​ພາດ​ສຳ​ລັບຜູ້​ແທນ​ກໍ​ແມ່ນ​ທ່ານ​ໂລ​ເຈ​. ທ່ານ​ໄດ້​ແນະ​ນຳ​ໃຫ້​ຮູ້​ເຖິງ​ເລື່ອງ​ທີ່​ປິ່ນ​ປົວ​ຜູ້​ເຖົ້າ​ອາ​ຍຸ 87 ປີ​ຜູ້​ໜຶ່ງໃຫ້​ຫາຍ​ຂາດ​ຈາກ​ພະ​ຍາດ​ໂຄວິດ-19​ພາຍ​ໃນ​ໄລ​ຍະ​ເວ​ລາ 47 ວັນ. ແຕ່​ທ່ານ​ໂລ​ເຈ​ບໍ່​ໄດ້​ຄາດ​ຄິດ​ວ່າ, ໃນ​ຕອບ​ບ່າຍ​ມື້​ດຽວ​ກັນ, ໃນ​ເວ​ລາ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ເຂົ້າ​ຮ່ວມ​ການ​ປຶກ​ສາ​ຫາ​ລື​​ກັບ​ຄະ​ນະ​ຜູ້​ແທນ​ມົງ​ໂກ​ໃນ ກໍ​ໄດ້​ເວົ້າ​ເຖິງ​ເລື່ອງ​ນີ້. ທ່ານ​ສີ​ຈິ້​ນ​ຜິງ​ກ່າວ​ວ່າ: “ການ​ຖື​ເອົາ​ປະຊາຊົນ​ສຳຄັນ​ກວ່າ​ໝູ່​​ແມ່ນ​ຄື​ແນວໃດ? ຫຼາຍໆ​ຄົນໄດ້ພາກັນ​ເອົາ​ໃຈ​ໃສ່​​ປິ່ນ​ປົວຄົນ​ເຈັບ​ຜູ້​ດຽວ, ນີ້​ກໍ​ສະ​ແດງ​ໃຫ້​ເຫັນ​ເຖິງການຍອມ​​ເສຍສະຫຼະ​ທຸກ​ສິ່ງ​ຢ່າງ.”
 

ຕອນ​ບ່າຍ​ວັນ​ທີ 24 ພຶດ​ສະ​ພາ​ນີ້, ໃນ​ເວ​ລາ​ທີ່​ທ່ານ​ໂລ​ເຈ​ເລີ່ມ​ປະ​ກອບ​ຄຳ​ເຫັນ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເວົ້າ​ເຖິງ​ເລື່ອງ​ນີ້​ອີກ​ເທື່ອ​ໜຶ່ງ. ທ່ານ​ກ່າວ​ວ່າ:“ຂ້າ​ພ​ະ​ເຈົ້າ​ໄດ້​ເຫັນ​ສະ​ຫາຍ​ຢູ່​ທາງ​ໂທ​ລະ​ພາບ, ສະ​ຫາຍ​ເວົ້າ​ເຖິງ​ເລື່ອງ​ປິ່ນ​ປົວ​ຜູ້​ເຖົ້າອາ​ຍຸ 87 ປີ, ທີມ​ງານສິບກວ່າ​ຄົນ​ປິ່ນ​ປົວ​ເພິ່ນ​ສະ​ເພາະ, ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ປະ​ທັບ​ໃຈຫຼາຍ.”

 

圖片默認標題_fororder_hubei3
 

ຕອນ​ບ່າຍ​ວັນ​ທີ 24 ພຶດ​ສະ​ພາ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເຂົ້າ​ຮ່ວມ​ການ​ປຶ​ກ​ສາ​ຫາ​ລື​​​ຂອງ​ຄະ​ນະ​ຜູ້​ແທນ​ແຂວງ​ຫູ​ເປີຍ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 3 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 13
 

ອູ​ຮັ້ນ ຫູ​ເປີຍ​ແມ່ນ​ໃຈ​ກາງ​ໃນ​ບັ້ນ​ຮົບ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ຢູ່​ຈີນ. ຈາກ​ຄວາມ​ກັງ​ວົນ ຮ້ອນ​ຮົນ​ໃນ​ເບື້ອງ​ຕົ້ນ​​ຈົນຮອດ​ຄວາມ​ໝັ້ນ​ໃຈ ແລະ ຄວາມ​ເປັນ​ລະ​ບຽບ​ໃນ​ໄລ​ຍະ​ຕໍ່​ມາ, ຢູ່​ເບື້ອງຫຼັງ​ເຂົາ​ເຈົ້າ​ແມ່ນ​ປະ​ເທດ​ຈີນ ແລະປະ​ຊາ​ຊົນ​ຈີນ 1,4 ຕື້​ຄົນ​ທີ່​ສາ​ມັກ​ຄີ​ກັນ​ຢ່າງແໜ້ນ​ແຟ້ນ. ປະ​ຊາ​ຊົນ​ຫູ​ເປີຍ​ທີ່​ໄດ້​ຜ່ານ​ຜ່າ​ຟ້າ​ຝົນ​ລົມ​ແດງ​ຢ່າງ​ລຳ​ບາກ​ນັ້ນ ​ມີຫຼາຍ​ສິ່ງຫຼາຍ​ຢ່າງ​ຢູ່​ໃນ​ໃຈ​ທີ່​ຢາກບອກ​ເລົ່າໃນ​ຂະ​ນະ​ນີ້.

 

圖片默認標題_fororder_hubei4
 

ຕອນ​ບ່າຍ​ວັນ​ທີ 24 ພຶດ​ສະ​ພາ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເຂົ້າ​ຮ່ວມ​ການ​ປຶ​ກ​ສາ​ຫາ​ລື​​​ຂອງ​ຄະ​ນະ​ຜູ້​ແທນ​ແຂວງ​ຫູ​ເປີຍ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 3 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 13

 

ນາງ​ອີ​ເສີງ ຄູ​ສອນ​ໃນ​ໂຮງ​ຮຽນ​ອຸດ​ສາ​ຫະ​ກຳ​ເບົາເລກ2ຂອງ​ນະ​ຄອນ​ອູ​ຮັ້ນ​ໄດ້​ປະ​ຕິ​ບັດ​ວຽກ​ງານ​ຢູ່​ເຂດ​ຊຸມ​ຊົນ​ໃນ​ໄລ​ຍະ​ປ້ອງ​ກັນ​​ແລະຄວບ​ຄຸມ​ພະ​ຍາດ. ໃນ​ເວ​ລາ​ປະ​ກອບ​ຄຳ​ເຫັນ, ນາງ​ອີ​ເສີງຍັງ​ຈື່​ວ່າ, ເມື່ອ​ທ່ານ​ສີ​ຈິ້ນ​ຜິງ​ໄປ​ສຳຫຼວດ​ວຽກ​ງານຢູ່​ນະ​ຄອນ​ອູ​ຮັ້ນ​ເມື່ອວັນ​ທີ 10 ມີ​ນາ​ປີ​ນີ້ ໄດ້​ກ່າວ​ວ່າ: “ປະ​ຊາ​ຊົນ​ອູ​ຮັ້ນ​ມັກ​ກິນ​ປາ​ເປັນ, ຖ້າ​ມີ​ເງື່ອນ​ໄຂ​ອຳ​ນວຍ, ຄວນ​ໃຫ້​ການ​ສະ​ໜອງ​ໃຫ້ຫຼາຍ​ແດ່.” ຫຼັງ​ຈາກ​ທ່ານ​ສີ​ຈິ້ນ​ຜິງ​​ກ່າວ​ປະ​ໂຫຍກດັ່ງ​ກ່າວ​ບໍ່​ຮອດ​ອາ​ທິດ​ໜຶ່ງ, ປາ​ເປັນ​ກໍ​ໄດ້​ສົ່ງ​ໄປ​ຮອດ​ເຂດ​ຊຸມ​ຊົນ. ຜູ້​ເຖົ້າ​ອາ​ຍຸ 80 ກວ່າ​ປີ​ຜູ້​ໜຶ່ງ​ອຸ​ທານ​ຂຶ້ນ​ວ່າ: “​ຊີ​ວິດ​ກໍ​ກາຍ​ມາ​ເຄິ່ງ​ຊີ​ວິດ​ແລ້ວ,​ເຄີຍປະ​ສົບ​ຄວາມ​ທຸກ​ທຸກ​ຍາກ​ລຳ​ບາກ​ຈາກ​ໄພ​ພິ​ບັດ​ປະ​ເພດ​ຕ່າງໆ​, ແຕ່​ບໍ່​ສາ​ມາດ​ຄາດ​ຄິດ​ໄດ້​ວ່າ ​ຈະ​ເຫັນ​ສະ​ພາບ​ການ​ມີ​ການ​ປ່ຽນ​ແປງໃນ​ໄລ​ຍະ​ເວ​ລາ​ສັ້ນໆ​​ແບບ​ນີ້.” ນາງ​ອີ​ເສີງ​ເວົ້າ​ກັບທ່ານ​ສີ​ຈິ້ນ​ຜິງວ່າ, “ພວກ​ເຮົາ​ບໍ່​ພຽງ​ແຕ່​ໄດ້​ສົ່ງ​ປາ​ໂຕ​ໜຶ່ງ ຫຼື ໄຂ່​ກະ​ຕ່າ​ໜຶ່ງ​ໃຫ້​ແກ່​ປະ​ຊ​າ​ຊົນ​ຢູ່​ເຂດ​ຊຸມ​ຊົນ​ເທົ່າ​ນັ້ນ,​ໃນ​ນັ້ນ​ມີ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ສູນ​ກາງ​ພັກ ແລະ ປະ​ຊາ​ຊົນ​ທົ່ວ​ປະ​ເທດ.”​ນາງ​ເວົ້າ​ດ້ວຍ​ສຽງທີ່​ຕື້ນ​ຕັນ​ໃຈ​ຢ່າງ​ເລິກ​ເຊິ່ງ, ແລະ​ຢືນ​ຂຶ້ນ​ກົ້ມ​ຫົວ​ສະ​ແດງ​ຄວາມ​ຂອບ​ໃຈ​ວ່າ: “ກ່ອນ​ມາ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ, ພໍ່​ແມ່​ປະ​ຊາ​ຊົນ​ໄດ້​ມອບ​ໝາຍ​ໃຫ້​ຂ້າ​ພະ​ເຈົ້າ​ມາ​ກ່າວ​ສະ​ແດງ​ຄວາມຂອບ​ໃຈ ​ທ່ານ!”

 

ແຂວງ​ຫູ​ເປີຍ ແລະ ນະ​ຄອນ​ອູ​ຮັ້ນ​ແມ່ນ​ສະ​ໜາມ​ຮົບ​ຕົ້ນ​ຕໍ​ໃນ​ການ​ເອົາ​ຊະ​ນ​ໃນ​ບັ້ນ​ປ້ອງ​ກັນ ແລະ ຄວບ​ຄຸມ​ພະ​ຍາດ, ທັງ​ແມ່ນ​ສະ​ຖານ​ທີ່​ທີ່​ທ່ານ​ສີ​ຈິ້​ນ​ຜິງ​ເອົາ​ໃຈ​ໃສ່ຢູ່​ສະ​ເໝີ​ໂດຍ​ບໍ່​ມີ​ມື້​ໃດປ່ອຍ​ປະ​ລະ​ເລີຍ. ສຳ​ລັບໜ່ວຍ​ຊີ້​ນຳ​ວຽກ​ງານ​ຂັ້ນ​ສູນ​ກາງ​ທີ່​ໄປ​ຕິດ​ຕາມ​ວຽກ​ງານ​ປ້ອງ​ກັນ​​ແລະຄວບ​ຄຸ​ມ​ພະ​ຍາດ​ຢູ່​ແຂວງ​ຫູ​ເປີຍ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ໃຫ້​ທິດ​ຊີ້​ນຳ​ສຳ​ຄັນ​ຮ້ອຍກວ່າ​ເທື່ອ. ປະ​ຈຸ​ບັນ, ​ໂດຍຜ່ານ​ຄວາມ​ພະ​ຍາ​ຍາມ​ຢ່າງ​ລຳ​ບາກ, ບັ້ນ​ປ້ອງ​ກັນ​ອູ​ຮັ້ນ ແລະ ບັ້ນ​ປ້ອງ​ກັນ​ຫູ​ເປີຍ​ໄດ້​ຮັບ​ໝາກ​ຜົນ​ທີ່​ມີ​ລັກ​ສະ​ນະ​ຕັດ​ສິນ​ຊີ້​ຂາດ.

ຢູ່​ຫ້ອງ​ປະ​ຊຸມ​ຂອງ​ຄະ​ນະ​ຜູ້​ແທນ​ແຂວງ​ຫູ​ເປີຍ, ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ:

“ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຄັ້ງ​ນີ້, ເປັນ​ການ​ທົດ​ສອບ​ຕໍ່​ລະ​ບົບ​ການ​ຄຸ້ມ​ຄອງ ແລະ ຄວາມ​ສາ​ມາດ​ການ​ຄຸ້ມ​ຄອງ​ຂອງ​ຮາກ​ຖານ​ພວກ​ເຮົາ. ໄດ້​ສ່ອງ​ແສງ​ເຖິງ​ບົດ​ບາດ​ຂອງ​ອົງ​ການ​ຈັດ​ຕັ້ງ​ຮາກ​ຖານ​ຢູ່​ຕາມຖະ​ໜົນ, ເຂດ​ຊຸມ​ຊົນ, ຕາ​ແສງ ແລະ ບ້ານ​ຕື່ມ​ອີກ. ຕ້ອງ​ເບິ່ງ​ວ່າ ໃນ​ດ້ານ​ການ​ຄຸ້ມ​ຄອງ​ຮາກ​ຖານ, ​ພວກ​ເຮົາ​ມີ​ຜົນ​ງານ​ຫຍັງ​ແດ່​ທີ່​ສາ​ມາດ​ສະຫຼຸບ ປັບ​ປຸງ ແລະ ຍົກ​ລະ​ດັບ​ໃຫ້​​ສູງ​ຂຶ້ນ, ຍັງ​ມີ​ຂໍ້​ບົກ​ຜ່ອງ​ຫຍັງ​ແດ່​ທີ່​ຕ້ອງ​ປັບ​ປຸງ​ໃຫ້​ສົມ​ບູນ​ຂຶ້ນ. ປະ​ຈຸ​ບັນ​ໜ້າ​ທີ່​ຮີບ​ດ່ວນທີ່​ສຸດ​ຂອງ​​ຫູ​ເປີຍ, ກໍ​ແມ່ນ​ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ​ຢ່າງສຸດ​ຂີດ​ເພື່ອ​ປະ​ສານ​ສົມ​ທົບ​ການ​ປ້ອງ​ກັນ​ຄວບ​ຄຸມ​ພະ​ຍາດ ​ກັບ ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ.”

 

ພະ​ຍາດ​ໂຄວິດ-19ແຜ່​ລະ​ບາດ​ຢ່າງ​ໜັກ​ໜ່ວງ​ຢູ່​ຕ່າງ​ປະ​ເທດ, ທັງ​ມີ​ຄວາມ​ສ່ຽງທີ່​ອາ​ດ​ຈະ​ແຜ່​ລະ​ບາດ​ຄືນ​ໃໝ່​ຢູ່​ພາຍ​ໃນ​ປະ​ເທດ, ແຂວງ​ຫູ​ເປີຍ​ຍັງ​ມີ​ຄວາມ​ສ່ຽງ​ທີ່​ໜ້າ​ເປັນ​ຫ່ວງ. ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ, ຢູ່​ແຂວງ​ຫູ​ເປີຍ​ຍັງ​ເກີດ​ມີ​ກໍ​ລະ​ນີ​ທີ່​ຖືກ​ບົ່ງ​ມະ​ຕິ​ຢ່າງ​ກະ​ແຈກ​ກະ​ຈາຍ, ຜູ້​ຕິດ​ເຊື້ອ​ທີ່​ບໍ່​ສະ​ແດງ​ອາ​ກາ​ນ​ຍັງ​ມີ​ຈຳ​ນວນ​ເພີ່ມ​ຂຶ້ນ​ທຸກ​ມື້. ທ່ານ​ເຕືອນ​ວ່າ, ຮູ​ນ້ອຍ​ຊ່ຳ​ປາຍ​ເຂັມ​​ກະ​ແສ​ລົມ​ກໍຍັງ​ສາ​ມາດ​​ພັດຜ່ານ​​ໄດ້, ຕ້ອງ​ຮັກ​ສາ​ສະ​ຕິ​ໃນ​ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ພະ​ຍາດ​ຢູ່​ທຸກ​ເວ​ລາ. ທ່ານ​ສີ​ຈິ້ນ​ຜິງ​ຮຽກ​ຮ້ອງວ່າ, ຕ້ອງ​ຍຶດ​ໝັ້ນ​ການ​ປະ​ສານ​ສົມ​ທົບ​ການ​ປ້ອງ​ກັນ​ຄວບ​ຄຸມ​ພະ​ຍາດ​ແບບ​ຖືກ​ຕ້ອງ​ກັບ​ເປົ້າ​ໝາຍ​ຢ່າງ​ເປັນ​ປະ​ຈຳ ກັບ ການ​ຊຳ​ລະ​ແກ້​ໄຂ​ຢູ່​ບາງ​ພາກ​ສ່ວນ​ແບບ​ສຸກ​ເສີນ.

 

ທ່ານ​ສີ​ຈິ້ນ​ຜິງ​ຍັງ​ໄດ້​ເວົ້າ​ເຖິງວຽກ​ສຳ​ຄັນ​ອີກ​ຢ່າງ​ໜຶ່ງຕໍ່​ຄະ​ນ​ະ​ຜູ້​ແທນ​ແຂວງ​ຫູ​ເປີຍ, ຄື​ເຮັດ​ແນວ​ໃດ​ເພື່ອ​ປ້ອງ​ກັນ ແລະ ແກ້​ໄຂ​ການ​ແຜ່​ລະ​ບາດ​ຂ​ອງ​ພະ​ຍາດ​ທີ່​ໜັກ​ໜ່ວງ, ແລະ ຄວາມ​ສ່ຽງ​​ດ້ານສາ​ທາ​ລະ​ນະ​ສຸກ​ແບບ​ສຸກ​ເສີນ, ເຮັດ​ແນວ​ໃດ​ຈະ​ສາ​ມາດ​ສ້າງ​ເຄືອ​ຂ່າຍ​ປ້ອງ​ກັນ​ສາ​ທາ​ລະ​ນະ​ສຸກ​ຢ່າງ​ໜັກ​ແໜ້ນ.

 

ຈາກ​ການ​ປິດ​ເມືອງ​ຂອງ​ນະ​ຄອນ​ອູ​ຮັ້ນ​ເມື່ອ​ວັນ​ທີ 23 ມັງ​ກອນ​ປີ​ນີ້, ຈົນ​ຮອດ​ເວ​ລາ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ຕ້ອ​ນ​ຮັບ​ຄະ​ນະ​ຜູ້​ແທນ​ແຂວງ​ຫູ​ເປີຍ​ຢ່າງ​ສະ​ໜິດ​ສະ​ໜົມ​ເມື່ອ​ວັນ​ທີ 24 ພຶ​ດ​ສະ​ພາ​ນີ້, ເວ​ລາ​ກໍ​ໄດ້​ຜ່ານ​ພົ້ນ​ໄປ 122 ວັນ​ແລ້ວ. ຈາກ​ການຖື​ເອົາ​ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ພະ​ຍາດ​ເປັນ​ວຽກ​ງານ​ສຳ​ຄັນ​ອັນ​ດັບ​ໜຶ່ງ, ​​ຈົນຮອດ​ການສ້າງ​ແນວ​ປ້ອງ​ກັນ​ດ້ານ​ລະ​ບຽບ​ການ​ໃຫ້​ໜັກ​ແໜ້ນ​ເພື່ອ​ປົກ​ປ້ອງ​ຄວາມ​ປອດ​ໄພ​ດ້ານ​ຊີ​ວິດ ແລະ ສຸ​ຂະ​ພາບ​ຮ່າງ​ກາຍ​ຂອງ​ປະ​ຊ​າ​ຊົນ, ​ຈາກ​ການຖື​ເອົາວຽກ​ງານ​ປິ່ນ​ປົວ​ຄົນ​ເຈັບ​ໄວ້​ຢູ່​ຖາ​ນະ​ສູງ​ສຸດ, ​​ຈົນຮອດ​ການ​ສ້າງ​ເຄືອ​ຂ່າຍ​ປ້ອງ​ກັນ​ສາ​ທາ​ລ​ະ​ນະ​ສຸກ​ໃຫ້​ໜັກ​ແໜ້ນ, ທ່ານ​ສີ​ຈິ້ນ​ຜິງໄດ້​ມີ​ການ​ວິ​ນິດ​ໄສ​ຢ່າງ​ຖືກ​ຕ້ອງ ​ໂດຍສຸມ​ໃສ່​ການ​ແກ້​ໄຂ​ບັນ​ຫາ​ຢ່າງ​ເຖິງ​ກົກ​ເຖິງ​ຮາກ ແລະ​ໄດ້ວາງ​ແຜນ​​ການ​ໃນໄລ​ຍະ​ຍາວ​. ນີ້​ຈຶ່ງ​ເປັນ​ສິ່ງ​ທີ່​ຕ້ອງຄວນ​ມີ​ໃນ​ການ​ຊຸກ​ຍູ້​ການ​ຫັນ​ເປັນ​ທັນ​ສະ​ໄໝ​ຂອງ​ລະ​ບົບ​ບໍ​ລິ​ຫານ ແລະ ຄວາມ​ສາ​ມາດ​ບໍ​ລິ​ຫານ​ລັດ.

 

ຄຳ​ເຫັນ

0