尚艷波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ ເກີງ​ຟູ​ເໜີງ ກ່າ​ວ​ວ່າ: ການ​ເຜີຍ​ແຜ່​ຄວາມ​ຮູ້​ດ້ານ​​ແພດ​ແຜນຈີນ​ຄວນ​ເລີ່ມ​ຈາກ​​ຊັ້ນ​ປະ​ຖົມ

2020-05-28 11:00:19 cri

ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ທ່ານ ເກີງ​ຟູ​ເໜີງ ຜູ້​ແທນ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ,​ປະ​ທານ​ກຸ່ມ​ບໍ​ລິ​ສັດ​ອຸດ​ສາ​ຫະ​ກຳ​ຢາ​ຫາວ​ຢີ່​ເຊີ່ງ​ກ່າ​ວ​ວ່າ: ການ​ເຜີຍ​ແຜ່​ຄວາມ​ຮູ້​ດ້ານ​​ຢາ​ແລະແພດ​ແຜນຈີນ​​ຄວນ​ເລີ່ມ​ຈາກໄລ​ຍະ​ໄວ​ເດັກ​ນ້ອຍ,ເພື່ອ​ເຮັດ​ໃ​ຫ້​ຢາ​ແລະແພດ​ແຜນຈີນ​​ສາ​ມາດ​ເສີມ​ຂະ​ຫຍາ​ຍ​ບົດ​ບາດ​​ໄດ້ເປັນ​ຢ່າງ​ດີກວ່າ​ເກົ່າ​ໃນ​ຂົງ​ເຂດ​ສາ​ທາ​ລະ​ນະ​ສຸກ.
 

ທ່ານ ເກີງ​ຟູ​ເໜີງ ກ່າວ​ວ່າ: ໃນ​ຂະ​ບວນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຂອງ​ຈີນ, ຢາ​ແລະແພດ​ແຜນຈີນໄດ້​ເສີມ​ຂະ​ຫຍາ​ຍ​ບົດ​ບາດ​ສຳ​ຄັນ​ເປັນ​ພິ​ເສດ ເຊິ່ງ​ເຮັດ​ໃຫ້​ຄົນ​ທັງ​ຫຼາຍ​ມີ​ຄວາມ​ຮັບ​ຮູ້​ອັນ​ໃໝ່​ຕໍ່​ຢາ​ແລະແພດ​ແຜນຈີນ. ເພື່ອ​ໂຄ​ສະ​ນາ​ເຜີຍ​ແຜ່​ຢາ​ແລະແພດ​ແຜນຈີນ​ໃຫ້​ໄດ້​ດີກວ່າ​ເກົ່າ​ໃນ​ຂົງ​ເຂດ​ສາ​ທາ​ລະ​ນະ​ສຸກ,ຄວນ​ເຮັດ​ໃຫ້​ເດັກ​ນ້ອຍ​ທັງ​ຫຼາຍ​ສຳ​ຜັດ​ກັບ​ວັດ​ທະ​ນະ​ທຳ​ຢາ​ແລະແພດ​ແຜນຈີນ​ໂດຍເລີ່ມ​ແຕ່​ຕອນ​ຮຽນ​ຢູ່​ຊັ້ນ​ປະ​ຖົມ​ແລະ​ມັດ​ທະ​ຍົມເປັນ​ຕົ້ນ​ໄປ,ເຊິ່ງ​ມີ​ຜົນ​ດີ​ຕໍ່​ການ​ສືບ​ທອດ​ແລະ​ເຜີຍ​ແຜ່​ວັດ​ທະ​ນະ​ທຳຢາ​ແລະແພດ​ແຜນຈີນ,​ທັງ​ມີ​ຜົນ​ດີ​ຕໍ່​ການ​ບົ່ມ​ສ້າງ​ຄວາມ​ໝັ້ນ​ໃຈ​ຕົນ​ເອງ​ດ້ານ​ວັດ​ທະ​ນະ​ທຳ​ແລະ​ມີ​ຄວາມ​ຮູ້​ສຶກ​ພາກ​ພູມ​ໃຈ​​ຕໍ່ຊົນ​ຊາດ​ຕົນ. ​ໃນຂະ​ນະ​ດຽວ​ກັນ,ນັກ​ຮຽນ​ທັງ​ຫຼາຍ​ຍັງ​ສາ​ມາດ​ເຮັດ​ໃຫ້​ພໍ່​ແມ່​ຂອງ​ຕົນ​ຮຽນ​ຮູ້​​ໄດ້ນຳ​ກັນ,ທັງ​ສາ​ມາດເປີດກວ້າງ​ຂອບ​ເຂດ​ຂອ​ງ​ການ​ເຜີຍ​ແຜ່​ຢາ​ແລະແພດ​ແຜນຈີນ​ອີກ​ທາງ​ໜຶ່ງ.

ຄຳ​ເຫັນ

0