尚艷波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ ຫຼີເຄີ້ສຽງ ກ່າວວ່າ: ການຕັດການພົວພັນລະຫວ່າງຈີນແລະອາເມຣິກາອອກ​ຈາກ​ກັນບໍ່ມີຜົນດີຫຍັງເລີຍຕໍ່ສອງຝ່າຍ

2020-05-28 22:02:37 cri

ວັນທີ 28 ພຶດສະພານີ້, ທ່ານ ຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນກ່າວວ່າ: ຖ້າຈີນແລະອາເມຣິກາທີ່ເປັນກຸ່ມເສດຖະກິດທີ່ສຳຄັນ​ໄດ້​ຕັດ​ການ​ພົວພັນ​ອອກ​ຈາກກັນແລ້ວ ຈະບໍ່ມີຜົນດີຫຍັງເລີຍຕໍ່ສອງຝ່າຍ, ທັງຈະທຳລາຍໂລກອີກດ້ວຍ. ສອງຝ່າຍຄວນຊຸກຍູ້ສາຍພົວພັນລະຫວ່າງສອງປະເທດບົນພື້ນຖານທີ່ມີການປະສານງານ, ການຮ່ວມມື ແລະ ມີຄວາມໝັ້ນຄົງ ຕາມຄວາມຮັບຮູ້ທີ່ເປັນເອກະພາບກັນສຳຄັນລະຫວ່າງປະມຸກລັດສອງປະເທດ.
 

ທ່ານ ຫຼີເຄີ້ສຽງ ກ່າວເນັ້ນໜັກໃນພິທີຖະແຫຼງຂ່າວຕໍ່ນັກຂ່າວຈີນແລະຕ່າງປະເທດທີ່ຈັດຂຶ້ນໃນມື້ດຽວກັນວ່າ: ເສດຖະກິດຂອງຈີນແລະອາເມຣິກາມີການພົວພັນກັນຢ່າງແໜ້ນແຟ້ນ, ການພັດທະນາສາຍພົວພັນໃນຫຼາຍປີຜ່ານມາບໍ່ແມ່ນເລື່ອງງ່າຍດາຍ, ສອງຝ່າຍລ້ວນແຕ່ໄດ້ຮັບຜົນປະໂຫຍດ. ທ່ານຊີ້ໃຫ້ເຫັນວ່າ: ເນື່ອງຈາກສອງປະເທດມີລະບອບສັງຄົມ, ມູນເຊື້ອວັດທະນະທຳ ແລະ ປະຫວັດສາດທີ່ແຕກຕ່າງກັນ, ລະຫວ່າງຈີນແລະອາເມຣິກາໄດ້ມີຄວາມຂັດແຍ້ງກັນໂດຍຫຼີກລ່ຽງບໍ່ໄດ້, ສຳຄັນ​ແມ່ນ​ຈະແກ້ໄຂຄວາມ​ຂັດ​ແຍ້​ງກັນແນວໃດ. ສອງຝ່າຍຈຳເປັນຕ້ອງ​ໃຊ້​ສະຕິ​ປັນຍາ ​ເພື່ອເປີດກວ້າງຜົນປະໂຫຍດຮ່ວມ, ຄຸ້ມຄອງແລະຄວບຄຸມຄວາມຂັດແຍ້ງກັນໃຫ້ໄດ້, ຕ້ອງເຄົາລົບຜົນປະໂຫຍດໃຈກາງແລະຄວາມກັງວົນທີ່ສໍາຄັນຂອງແຕ່ລະຝ່າຍ ເພື່ອສະແຫວງຫາການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ.

ຄຳ​ເຫັນ

0