黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ຫຼີ້​ເຄີ້​ສຽງ ກ່າວ​ວ່າ: ​ມະຕິກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ກ່ຽວ​ກັບ​ການ​​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຈະ​ຮັບ​ປະ​ກັນລະ​ບົບ “ປະ​ເທດ​ດຽວ​ສອງ​ລະ​ບອບ” ໃຫ້ສາມາດເຄື່ອນໄຫວໄປ​ຂ້າງ​ໜ້າ​ຢ່າງ​ໝັ້ນ​ທ່ຽງ

2020-05-28 21:16:31 cri

   ຕອນ​ບ່າຍ​ວັນ​ທີ 28 ພຶດ​ສະ​ພາ​ນີ້, ​ກອງ​ປະ​ຊຸມ​ຄັ້ງ​ທີ 3 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 13 ໄດ້​​ລົງ​ຄະ​ແນນ​ສຽງ​ຜ່ານ​ການ​ຮັບ​ຮອງມະຕິ​ກ່ຽວກັບການ​ສ້າງ ແລະ ປັບ​ປຸງ​ລະ​ບຽບ​ກົດ ​ໝາຍ ແລະ ກົນ​ໄກ​ປະ​ຕິ​ບັດ​ກົດ​ໝາຍ​ໃນ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຢູ່​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງດ້ວຍ​ຄະ​ແນນ​ສຽງເຫັນດີສ່ວນຫລາຍທີ່ສຸດ. ໃນ​ໂອ​ກາດ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​​ຫຼັງ​ກອງ​ປະ​ຊຸມ​ດັ່ງ​ກ່າວ, ທ່ານ​ຫຼີ​ເຄີ້​ສຽງ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ກ່າວ​ວ່າ: ການຮັບຮອງມະຕິດັ່ງ​ກ່າວ​ແມ່ນ​ເພື່ອ​ຮັບ​ປະ​ກັນລະ​ບົບ “ປະ​ເທດ​ດຽວ​ສອງ​ລະ​ບອບ” ໃຫ້ສາມາດເຄື່ອນໄຫວໄປ​ຂ້າງ​ໜ້າ​ໄດ້ຢ່າງ​ໝັ້ນ​ທ່ຽງ, ທັງສາມາດຮັກ​ສາ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ເຂດ​ພິ​ເສດ​ຮົງ​ກົງ​ເປັນໄລຍະ​ເວລາຍາວນານ.

ທ່ານ​ຫຼີ​ເຄີ້​ສຽງ ກ່າວ​ເນັ້ນ​ວ່າ: “ປະ​ເທດ​ດຽວ​ສອງ​ລະ​ບອບ” ແມ່ນນະ​ໂຍ​ບາຍ​ພື້ນ​ຖານຂອງ​ຈີນ,​ ລັດ​ຖະ​ບານ​ຈີນ​ຈະ​ຍຶດ​ໝັ້ນໃນການ​ປະ​ຕິ​ບັດ​ແນວ​ທາງ “ປະ​ເທດ​ດຽວ​ສອງ​ລະ​ບອບ”, “ການ​​ປົກ​ຄອງຮົງ​ກົງ​ດ້ວຍ​ປະ​ຊາ​ຊົນ​​ຮົງ​ກົງ ແລະ​ ​ປົກ​ຄອງ​ຕົນ​ເອງ​ໃນ​ລະ​ດັບ​ສູງ”, ປະ​ຕິ​ບັດ​ຕາມ​ລັດ​ຖະ​ທຳ​ມະ​ນູນ​ແລະ​ກົດ​ໝາຍ​ພື້ນ​ຖານ​ຢ່າງ​ເຂັ້ມ​ງວດ, ສະ​ໜັບ​ສະ​ໜູນ​ອຳນາດ​ການ​ປົກ​ຄອງເຂດບໍລິຫານພິ​ເສດຮົງກົງ ກໍຄືຜູ້ວ່າການເຂດບໍລິຫານດັ່ງກ່າວໃຫ້ສາມາດ​ດຳ​ເນີນ​ການ​ບໍ​ລິ​ຫານໄດ້​ຕາມ​ກົດ​ໝາຍ.

ຄຳ​ເຫັນ

0