蒙龍

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການຂຶ້ນ​ຈອມ​ພູ​ໂຈ​ໂມ​ລັງ​ມາ​ສ່ອງ​ແສງ​ໃຫ້​ເຫັນ​ນ້ຳ​ໃຈ​ຊົນ​ຊາດ​ຈີນ

2020-05-28 10:58:46 CRI

ເວ​ລາ 11 ໂມງ​ຂອງວັນ​ທີ 27 ພຶດ​ສະ​ພາ​ນີ້, ​ທີມປີ​ນ​ພູ​ວັດ​ແທກ​ຄວາມ​ສູງ​ຂອງຈອມ​ພູ​ໂຈ​ໂມ​ລັງ​ມາ​ໄດ້​ຂຶ້ນ​ຮອດ​ຈອມ​ພູ​ຢ່າງ​ສຳ​ເລັດ​ຜົນ. ການ​ຂຶ້ນ​​ສູ່ຈອມ​ພູ​ຄັ້ງ​ນີ້, ກໍ​ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່ ທີ່​ຄົນ​ຈີນ​ຢູ່​ເທິງ​ຈອມ​ພູ​ເປັນ​ເວ​ລາ​ດົນ​ທີ່​ສຸດ. ​ທີມ​ປີນ​ພູ​ວັດ​ແທກ​​ຄວາມ​ສູງ​ຂອງຈອມ​ພູ​ໂຈ​ໂມ​ລັງ​ມາ​ເລີ່ມ​ຂຶ້ນ​ພູ​ໃນ​ຕອນ​ບ່າຍ​ວັນ​ທີ 30 ເມ​ສາ​ຜ່ານ​ມາ,  ແລະ ໄປ​ເຖິງ​ຈອມ​ພູ​ຢ່າງ​ສຳ​ເລັດ​ຜົນ​ໃນ​ວັນ​ທີ 27 ພຶດ​ສະ​ພາ​ນີ້. ທີມ​ປີນ​ພູ​ຈີນ​ໄດ້​ໃຊ້​ເວ​ລາ​ເກືອບ​ໜຶ່ງ​ເດືອນ, ສະ​ມາ​ຊິກ 8 ຄົນ​ໄດ້​ຂຶ້ນ​ຮອດ​ຈອມ​ພູ​ອີກ​ຄັ້ງ​ໜຶ່ງ ເຊິ່ງ​ຈະເປັນ​ການຊີດ​ຊູ​ກຳ​ລັງ​ໃຈ​ທີ່​ສຸດ.

​ເວົ້າ​ຈາກຄວາມ​ຈິງ​ທາງ​ພາ​ວະ​ວິ​ໄສແລ້ວ, ຄວາມ​ສູງ​ຈາກ​ໜ້າ​ນ້ຳ​ທະ​ເລ​ຂອງ​ຈອມ​ພູ​ໂຈ​ໂມ​ລັງ​ມາ​ໄດ້​ມີ​ການ​ປ່ຽນ​ແປງ​ທຸກ​ປີ, ການ​ວັດ​ແທກ​ຄວາມ​ສູງ​ຂອງ​ຈອມ​ພູ​ໂຈ​ໂມ​ລັງ​ມາ, ຈະ​ຕ້ອງ​ການ​ໃຊ້​ເຕັກ​ນິກ​ຂັ້ນສູງຫຼາຍໆ​ຢ່າງ, ​ມີ​ຄວາມ​ສັບ​ສົນ​ແລະ​ລຳ​ບາກ​ສົມ​ຄວນ. ການ​ວັດ​ແທກ​ຄວາມ​ສູງ​ຂອງ​ຈອມ​ພູ​ໂຈ​ໂມ​ລັງ​ມາ​ຄັ້ງ​ນີ້, ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ນ້ຳ​ໃຈ​ວິ​ທະ​ຍາ​ສາດ​ທີ່​ມະ​ນຸດ​ເຮົາ​​ໄດ້ຄົ້ນ​ຄວ້າ​ໂລກ​ທຳ​ມະ​ຊາດ​ຕາມຫຼັກ​ວິ​ທະ​ຍາ​ສາດ, ຍິ່ງ​ເປັນ​ການ​ທົດ​ສອບ​ລະ​ດັບ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຂອງ​ຈີນ​ໃນ​ດ້ານ​ການ​ວັດ​ແທກ.

ພູ​ສູງ​ຊັນ, ເຮົາ​ບໍ່​ຢ້ານ, ມຸ້ງ​ໜ້າ​ຂຶ້ນ​ສູ່​ຈອມ​ພູ​ໂລດ! ​ໃນຂະ​ບວນ​​ການ​ເຄື່ອນ​ໄຫວ​ທີ່​ຄົນ​ຈີນ​ພິ​ຊິດ​ຈອມ​ພູ​ໂຈ​ໂມ​ລັງ​ມາ, ກໍ​ແມ່ນ​ຂະ​ບວນການ​ຫຍໍ້​ທີ່​ປະ​ຊາ​ຊົນ​ຈີນ​ສູ້​ຊົນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ລຳ​ບາກ​ທຸກ​ປະ​ການ ນັບ​ແຕ່​ສະ​ຖາ​ປະ​ນາ ສ​ປ ຈີນ​ເປັນ​ຕົ້ນ​ມາ. ຖ້າ​ມີ​ກຳ​ລັງ​ຈີນ ແລະ ນ້ຳ​ໃຈ​ຊົນ​ຊາດ​ຈີນ​, ​ເຖິງ​ຈອມພູ​ຈະ​ສູງ​ປານ​ໃດ, ເຮົາ​ກໍ​ສາ​ມາດ​ຂຶ້ນ​ໄປ​ໄດ້, ມີຄວາມ​ຫຍຸ້ງ​ຍາກ​ລຳ​ບາກ​ປານ​ໃດ, ເຮົາ​ກໍ​ຈະ​ສາ​ມາດ​ຜ່ານ​ຜ່າ​ໄດ້​ເຊັ່ນ​ກັນ.

ຄຳ​ເຫັນ

0