何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄຳ​ໝັ້ນ​ສັນ​ຍາອັນ​ໜັກ​ແໜ້ນ​ທີ່​ມີ​ຕໍ່​ປະ​ຊາ​ຊົນ ແລະ ​ຕໍ່​ປະ​ຫວັດ​ສາດ​ຕ້ອງ​ບັນ​ລຸ​ຜົນ​ເປັນ​ຈິງ​ຕາມ​ເວ​ລາ​ກຳ​ນົດ

2020-05-28 17:15:41 CRI

圖片默認標題_fororder_1126023987_15902381377931n

ວັນ​ທີ 23 ພຶດ​ສະ​ພາ​ນີ້ ໃນ​ເວ​ລາ​ທີ່​ໄປ​ຢ້ຽມ​ຢາມ​ສະ​ມາ​ຊິກ​ໃນວົງ​ການ​ເສດ​ຖະ​ກິດ ຂອງ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊ​າ​ຊົນ​ແຫ່ງ​ຊາດ​ຈີນ​, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ປະ​ກອບ​ຄຳ​ເຫັນ​ຢ່າງ​ເຄັ່ງ​ຂຶມ​​ໜັກ​ແໜ້ນວ່າ: “ປີ 2020 ຕ້ອງ​ຮັບ​ປະ​ກັນ​ໃຫ້​ປະ​ຊາ​ກອນ​ຜູ້​ທຸກ​ຍາກໃນ​ຊົນ​ນະ​ບົດ​ທັງ​ໝົດ​​ຕ້ອງຫຼຸ​ດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​, ເມືອງ​ທຸກ​ຍາກຫຼຸດ​ພົ້ນ​ອອກ​ຈາກ​ສະ​ພາບ​ທຸກ​ຍາກ​ທັງ​ໝົດ, ແກ້​ໄຂ​ບັນ​ຫາ​​ທີ່ທຸກ​ຍາກ​​ທົ່ວ​ໄປ​ໃນ​ເຂດ​ແຄວ້ນ, ນີ້​ແມ່ນ​ຄຳ​ໝັ້ນ​ສັນ​ຍາ​ທີ່​ເຄັ່ງ​ຂຶມ​​ໜັກ​ແໜ້ນຂອງ​ພັກ​ເຮົາ​​ທີ່​ມີຕໍ່​ປະ​ຊາ​ຊົນ ແລະ ປະ​ຫວັດ​ສາດ.”

 

ປີ 2020 ແມ່ນ​ປີ​ທີ່ຕ້ອງ​ເອົາ​ຊະ​ນະ​ບັ້ນ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ໄລ​ຍະ​ສຸດ​ທ້າຍຂອງ​ຈີນ. ຈາກ​​ເລື່ອງ​ນີ້​ຈົນຮອດ​ການ​ສ້າງ​ສັງ​ຄົມ​ອິ່ມ​ໜຳ​ສຳ​ລານ​ໃຫ້​ສຳ​ເລັດ​ຢ່າງ​ຮອບ​ດ້ານ ເຊິ່ງ​ເປັນ​ເປົ້າ​ໝາຍທຳ​ອິດ ​ຂອງເປົ້າ​ໝາຍ​ສູ້​ຊົນ 2 ເຫດການ​ປະ​ຫວັດ​ສາດ​ສຳ​ຄັນ​ຄົບ​ຮອບຮ້ອຍ​ປີ, ຍັງ​ເຫຼືອ​ເວ​ລາ​ບໍ່​​ເຖິງ 1 ປີ. ເມື່ອ​ເບິ່ງ​ຈ​າກ​ສະ​ພາບ​ການ​ຂອ​ງ​ທົ່ວ​ປະ​ເທດ​ຈີນ​ແລ້ວ​ເຫັນ​ວ່າ, ນັບ​ມາ​ຮອດ​ທ້າຍ​ປີ 2019, ຜູ້​ທຸກ​ຍາກ​ທີ່​ໄດ້​ລົງ​ທະ​ບຽບ 97% ໄດ້ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ຢ່າງ​ສະ​ດວກ, ເມືອງ​ທຸກ​ຍາກ94%ໄດ້​ຫຼຸດພົ້ນ​ອອກ​ຈາກ​ສະ​ພາບ​ທຸກ​ຍາກ, ຄວາມ​ທຸກ​ຍາກ​ທົ່ວ​ໄປ​ໃນ​ເຂດ​ແຄວ້ນ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ພື້ນ​ຖານ​ແລ້ວ.

ໃນ 7 ປີ​ຜ່ານ​ມາ, ຈຳ​ນວນ​ຜູ້​ທຸກ​ຍາກ​ຂອງ​ຈີນ​ໄດ້ຫຼຸດ​ລົງ 93 ລ້ານກວ່າ​ຄົນ, ເທົ່າ​ກັບ​ຈຳ​ນວນ​ປະ​ຊາ​ກອນ​ຂອງ​ປະ​ເທດ​ປານ​ກາງປະ​ເທດ​ໜຶ່ງ, ສາ​ມາດ​ເວົ້າ​ໄດ້​ວ່າ, ບັ້ນ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຂອງ​ຈີນ​ໄດ້​ຮັບ​ຜົນ​ສຳ​ເລັດ​ອັນ​ໃຫຍ່ຫຼວງ. ຢູ່​ເບື້ອງ​ຫຼັງ​ຂອງ​ຜົນ​ສຳ​ເລັດ​ດັ່ງ​ກ່າວ, ແມ່ນ​ຄວາມ​ພະ​ຍາ​ຍາມ​ຂອງ​ທົ່ວ​ປະ​ເທດ ແລະ ການ​​ປະ​ກອບ​ສ່ວນ​ເຫື່ອ​ແຮງ ແລະ ສະ​ຕິ​ປັນ​ຍາ​ຂອງ​ຄົນ​ຈີນ​ອັນ​ໄພ​ສານ.

 

-ແຫ່ງ​ຕ່າງໆ​ຂອງ​ຈີນ​ໄດ້​ຄັດ​ເລືອກ​ເລ​ຂາ​ທີ 1 ແລະ ພະ​ນັກ​ງານ​ປະ​ຈຳ​ບ້ານ 2,9 ກວ່າ​ຄົນ, ເຊິ່ງ​ໄດ້ລົງ​ປະ​ຈຳ​ການ​ຢູ່​ບ້ານ​ທຸກ​ຍາກ​ທັງ​ໝົດ;

 

-ປຸກ​ລະ​ດົມ​ກຳ​ລັງ​ຂອງວົງ​ການ​ຕ່າງໆ​ໃນ​ສັງ​ຄົມ​ໃຫ້​ມີ​ສ່ວນ​ຮ່ວມ, ເຊິ່ງ​ໄດ້​ສ້າງ “ສະ​ພາບ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຂະ​ໜາດ​ໃຫຍ່”ທີ່​ປະ​ສົມ​ປະ​ສານ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ສະ​ເພາະ​ກິດ, ການ​ລຶບ​ລ້າງ​ຄວາ​ມ​ທຸກ​ຍາກ​ດ້ວຍ​ຂະ​ແໜງ​ການ ແລະ ການ​ລຶບ​ລ້າງ​ຄວາ​ມ​ທຸກ​ຍາກ​​ດ້ວຍ​ສັງ​ຄົມ.

 

- ໂດຍ​ສຸມ​ໃສ່​ບັນ​ຫາ​ພົ້ນ​ເດັ່ນ​ໃນ​ໂຄງ​ການ “2 ບໍ່ກັງ​ວົນ 3 ຮັບ​ປະ​ກັນ”, ​ແກ້​ໄຂ​ຈຸດ​ອ່ອນ​ຕ່າງໆ​ໃນ​ການ​ພັດ​ທະ​ນາໂດຍ​ຜ່ານ​ການ​ລຶບ​ລ້າງ​ຄວາ​ມ​ທຸກ​ຍາກ​​ດ້ວຍ​ສາ​ທາລະ​ນະ​ສຸກ ການ​ສຶກ​ສາ ແລະ ​ການຄົມ​ມະ​ນາ​ຄົມ​ເປັນ​ຕົ້ນ.

 

- ຮອດ​ປີ 2020 ງົບ​ປະ​ມານ​ສູນ​ກາງ​ໄດ້ຈ່າຍ​ເພື່ອ​ອຸດ​ໜູນ​ດ້ານ​ການ​ລຶບ​ລ້າງຄວາມ​ທຸ​ກ​ຍາກ​ສະ​ເພາະ​ກິດ​ໃຫ້​ທ້ອງ​ຖິ່ນ ໄດ້​ເພີ່ມ​ຂຶ້ນ20 ຕື້ຢວນໃນ​ທຸກ​ປີ​ເປັນ 5 ປີ​ລຽນ​ຕິດ.

 

ປະ​ຈຸ​ບັນ, ຢູ່​ທົ່ວ​ປະ​ເທດ​ຈີນ​ຍັງ​ມີ 52 ເມືອງ​ທຸກ​ຍາກ,​ 2707 ບ້ານ​ທຸກ​ຍາກ​ຍັງ​ບໍ່​ທັນຫຼຸດ​ພົ້ນ​ອອກ​ຈາກ​ສະ​ພາບ​ທຸກ​ຍາກ, ປະ​ຊາ​ກອນ​ຜູ້​ທຸກ​ຍາກ​ຍັງ​ເຫຼືອ 5,51ລ້ານ​ຄົນ. ເຖິງ​ບໍ່​ວ່າ​ຈຳ​ນວນ​ຜູ້​ທຸກ​ຍາກ​ຍັງ​ເຫຼືອ​ບໍ່ຫຼາຍ​ເມື່ອ​ທຽບ​ໃສ່​ອະ​ດີດ, ແຕ່​ພັດແມ່ນ​ຜູ້​ທຸກ​ຍາກ​ທີ່​ສຸດ ແລະ​ແກ້​ໄຂ​ໄດ້​ລຳ​ບາກ​ທີ່​ສຸດ. ໃນ​ປີ​ທີ່​ຈະ​ເອົາ​ຊະ​ນະ​ ​ບັ້ນ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ໃນ​ໄລ​ຍະ​ສຸດ​ທ້າຍ, ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19ຍິ່ງ​ໄດ້​ສ້າງ​ສິ່ງ​ທ້າ​ທາຍ​ອັນ​ໃໝ່​ຕໍ່​ການ​ບັນຸ​ລ​ໄຊ​ຊະ​ນະ​ຮອບ​ດ້ານ​ຂອງ​ບັ້ນ​ລຶບ​ລ້າງ​ຄວາມ​ທຸກ​ຍາກ. ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ສະ​ເໜີ​ວ່າ: “ຕ້ອງ​ພະ​ຍາ​ຍາມ​ຜ່ານ​ຜ່າ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພ​ະ​ຍາດ​ໂຄວິດ-19, ສຸມ​ທຸກ​ຄວາ​ມ​ພະ​ຍາ​ຍາມ​ຢ່າງ​ລຳ​ບາກກວ່າ​ເກົ່າ, ເດັດ​ດ່ຽວ​ຍາດ​ເອົາ​ໄຊ​ຊະ​ນະ​ຮອບ​ດ້ານ​ໃນ​ບັ້ນ​ລຶບ​ລ້າງ​ຄວາມ​ທຸ​ຍາກ​ໃຫ້​ໄດ້.”

 

ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ບໍ່​ແມ່ນ​ຈຸດ​ສິ້ນ​ສຸດ, ແຕ່​ແມ່ນ​ຈຸດ​ເລີ່ມ​ຕົ້ນ​ໃໝ່​ຂອງ​ຊີ​ວິດ​ໃໝ່ ແລະ ການ​ສູ້​ຊົນ​ຄັ້ງ​ໃໝ່. ໃນ​ເວ​ລາ​ເຂົ້າ​ຮ່ວມ​ການ​ປຶກ​ສາ​ຫາ​ລື​ກັບ​ຄະ​ນະ​ຜູ້​ແທນ​ມົງ​ໂກ​ໃນ​ໃນ​ກອງ​ປະ​ຊຸມ​ສອງ​ສະ​ພາ​ປີ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: “ຕ້ອງ​ປັບ​ປຸງ ແລະ ເສີມຂະ​ຫຍາຍ​ໝາກ​ຜົນ​ຂອງ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​​ດ້ວຍອຸດ​ສາ​ຫະ​ກຳ ແລະ ​ການປະ​ກອບ​ອາ​ຊີບ, ສືບ​ຕໍ່​ໃຫ້​ການ​ສະ​ໜັບ​ສະ​ໜູນ ແລະ ການ​ຊ່ວຍ​ເຫຼືອ​ແກ່​ປະ​ຊາ​ຊົນ​ຜູ້ຖືກ​ຈັດ​ສັນ​ຍົກ​ຍ້າຍ​ເພື່ອ​ລຶບ​ລ້າງ​ຄວາມ​ທຸກ​ຍາກ, ຊຸກ​ຍູ້​ການ​ລຶບ​ລ້າງ​ຄວາ​ທຸກ​ຍາກ​ດ້ວຍ​ການ​ປະ​ສົມ​ປະ​ສານ​ກັບ​ການ​ພັດ​ທະ​ນາ​ຊົນ​ນະ​ບົດເປັນ​ຢ່າງ​ດີ.”

 

ການ​ລຶບ​ລ້າງ​ຄວາ​ມ​ທຸກ​ຍາກ​ໃຫ້​ແກ່​ຜູ້​ທຸກ​ຍາກ​ທັງ​ໝົດ ແມ່ນ​ໜ້າ​ທີ່​ພື້ນ​ຖານ ແລະ ເປົ້າ​ໝາຍ​ທີ່​ເປັນຂີດ​ໝາຍ​ຂອງ​ການ​ສ້າງ​ສັງ​ຄົມ​​ທີ່ອິ່ມ​ໜຳ​ສຳ​ລານ​ໃຫ້​ສຳ​ເລັດ​ຢ່າງ​ຮອບ​ດ້ານ, ແມ່ນ “ໜ້າ​ທີ່​ທີ່​ຕ້ອງ​ເຮັດ​ສຳ​ເລັດ​ໃຫ້​ໄດ້​ຢ່າງ​ເດັດ​ຂາດ”. ປະ​ຈຸ​ບັນ, ບັ້ນ​ລຶບ​ລ້າງ​ຄວາ​ມ​ທຸກ​ຍາກ​ໄດ້​ເຂົ້າ​ສູ່​ໄລ​ຍະ​ນັບ​ເວລາ​ຖອຍຫຼັງ ແລະ ບັ້ນ​ສູ້​ຊົນ​ໄລ​ຍະ​ສຸດ​ທ້າຍ, ກໍ​ຄື​​ດັ່ງໃນ​ຄຳ​ອວຍ​ພອນ​ໃນ​ປີ​ໃໝ່ 2020 ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ລະ​ບຸ​ໄວ້​ວ່າ : “ສຽງ​ແກ​ຕະ​ລຸມບອນ​ໄດ້​ດັງ​ຂຶ້ນ​ແລ້ວ, ພວກ​ເ​ຮົາ​ຕ້ອງ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ ຍິ່ງ​ພົບ​ຄວາມ​ຫຍຸ້ງ​ຍາກ​ຍິ່ງ​ບຸກ​ບືນ​ກ້າວ​ໄປ​ໜ້າ, ປັບ​ປຸງ​ແກ້​ໄຂ​ຈຸດ​ອ່ອນ​ໃຫ້​ໜັກ​ແໜ້ນກວ່າ​ເກົ່າ, ສ້າງ​ພື້ນ​ຖານໃຫ້​ໜັກ​ໜາກວ່າ​ເກົ່າ, ເດັດ​ດ່ຽວ​ເອົາ​ຊະ​ນະ​ບັ້ນ​ລຶບ​ລ້າງ​ຄວາມ​ທຸກ​ຍາກ, ​ປະ​ຊາ​ກອນ​ຜູ້​ທຸກ​ຍາກໃນ​ຊົນ​ນະ​ບົດ​​ທັງ​ໝົດ​ໃຫ້ຫຼຸ​ດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​​ຕາມ​ມາດ​ຕະ​ຖານ​ໃນ​ປະ​ຈຸ​ບັນ, ເມືອງ​ທຸກ​ຍາກ​ຕ້ອງຫຼຸດ​ພົ້ນ​ອອກ​ຈາກ​ສະ​ພາບ​ທຸກ​ຍາກ​ທັງ​ໝົດຕາມ​ເວ​ລາ​ກຳ​ນົດ.”

 

ຄຳ​ເຫັນ

0