蒙龍

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ຊາ​ຊົນ​ຈີນ​ສາ​ມາດ​ສຳ​ຜັດ​ກັບ​ຈັ​ງ​ຫວະ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໄດ້​ໂດຍ​ກົງ

2020-05-28 17:43:32 CRI

ກອງ​ປະ​ຊຸມ​ຄັ້ງ​ທີ 3 ຂອງ​ສະ​ພ​າ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 13 ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວ​ງ​ປັກ​ກິ່ງ​ໄດ້​ອັດ​ລົງ​ໃນ​ວັນ​ທີ 28 ພຶດ​ສະ​ພາ​ນີ້, ໃນ​ພິ​ທີ​ຖະ​ແຫຼງ​ຂ່າ​ວ​ທີ່​ຈັດ​ຂຶ້ນຫຼັງ​ກອງ​ປະ​ຊຸມ, ທ່ານຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ກ່າວ​ວ່າ, ຈີນ​ບໍ່​ໄດ້​ກຳ​ນົດລະ​ດັບ​ການ​ເຕີບ​ໂຕ​ຂອງ GDP ໃນ​ປີ​ນີ້, ແຕ່​ໄດ້​ກຳ​ນົດ​ເປົ້າ​ໝາຍ ແລະ ໜ້າ​ທີ່ “6 ຮັບ​ປະ​ກັນ” ເຊັ່ນ: ການ​​ຮັບ​ປະ​ກັນ​ການປະ​ກອ​ບ​ອາ​ຊີບ​ຂອງ​ປະ​ຊາ​ຊົນ, ການ​ຮັບ​ປະ​ກັນ​ຊີ​ວິດ​ການ​ເປັນ​ຢູ່​​ຂັ້ນ​ພື້ນ​ຖານ​ຂອງ​ປະ​ຊ​າ​ຊົນ ແລະ ​ການຮັບ​ປະ​ກັນ​​ອົງ​ກອນເສດ​ຖະ​ກິດ​ຕົ້ນ​ຕໍ​ໃນ​ຕະຫຼາດ​ເປັນ​ຕົ້ນ, ເຮັດ​ແນວ​ນີ້, ທີ່​ຈິງ​ແລ້ວ​​ກໍ​ເພື່ອ​ໃຫ້​ປະ​ຊາ​ຊົນ​ຈີນ​ໄດ້ສຳ​ຜັດ​ໂດຍ​ກົງ​ຕໍ່​ຈັງ​ຫວະ​ກາ​ນ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດຫຼາ​ຍກວ່າ​ເກົ່າ ແລະ ເຮັດ​ໃຫ້​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ມີ​ຄຸນ​ນະ​ພາບ​ສູງກວ່າ​ເກົ່າ.

ທ່ານຫຼີ​ເຄີ້​ສຽງ​ກ່າວ​ວ່າ, ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້​​ສາງ​ຜົນ​ກະ​ທົບ​ທີ່​ພົບ​ເຫັນ​ໜ້ອຍ​ຕໍ່​ເສດ​ຖະ​ກິດ​ໂລກ. ມາດ​ຕະ​ການ​ຮັບ​ມື​ຂອງ​ລັດ​ຖະ​ບານ​ຈີນ​ກໍ​ແມ່ນ​ຮັບ​ປະ​ກັນ​ການ​ປະ​ກອບ​ອາ​ຊີບ ແລະ ຮັບ​ປະ​ກັນ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ເປັນ​ຕົ້ນ​ຕໍ ເພື່ອ​ເຮັດ​ໃຫ້​ປະ​ຊາ​ຊົນ​ມີ​ຄວາມ​ສາ​ມາດ​ດ້ານ​ການ​ບໍ​ລິ​ໂພກ, ມີ​ຜົນ​ດີ​ຊ່ວຍ​ຊຸກ​ຍູ້​ການ​ບໍ​ລິ​ໂພກ ແລະ ເຮັດ​ໃຫ້​ຕະຫຼາດ​ມີ​ຄວາມ​ຄຶກ​ຄັກ. ຈີນ​ຍັງ​ມີ​ນະ​ໂຍ​ບາຍ​ສຳ​ຮອງ​ອື່ນໆ​ອີກ, ໃນ​ດ້ານ​ການ​ເງິນ, ການ​ທະ​ນາ​ຄານ, ການ​ປະ​ກັນ​ສັງ​ຄົມເປັນ​ຕົ້ນ.

ຄຳ​ເຫັນ

0