黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ອອກ​ປະມວນກົດໝາຍ​ແພ່ງ

2020-05-29 10:46:02 CRI

ກອງ​ປະຊຸມ​ຄັ້ງ 3 ຂອງ​ສະ​ພາປະຊາຊົນ​ແຫ່ງຊາດ​ສະ​ໄໝ​ທີ 13 ​ໄດ້​ອັດ​ລົງ​ແລ້ວ​ໃນ​ວັນ​ທີ 28 ພຶດສະພາ​ນີ້​ຢູ່​ນະຄອນຫຼວງປັກ​ກິ່ງ. ​ໃນ​​ໄລຍະກອງ​ປະຊຸມດັ່ງກ່າວ ​ຜູ້​ເຂົ້າ​ຮ່ວມໄດ້​ລົງ​ຄະ​ແນນ​ສຽງ​​ຮັບຮອງ​ເອົາ​ປະມວນ​ກົດໝາຍ​ແພ່ງ ​ໂດຍ​ຈະ​ເລີ່​ມມີ​ຜົນບັງຄັບ​ໃຊ້​ນັບ​ແຕ່​ວັນ​ທີ 1 ມັງກອນ​ປີ 2021 ​ເປັນ​ຕົ້ນ​ໄປ. ນີ້​ແມ່ນປະມວນ​ກົດໝາຍ​ສະບັບ​ທຳ​ອິດ​ຂອງ ສປ ຈີນ​, ຈາກ​ນີ້​ເປັນ​ຕົ້ນ​ໄປ, ການ​ຮັບປະກັນ​ສິດ​ແລະ​ຜົນ​ປະ​ໂຫຍ​ດທາງ​ແພ່ງ​ຂອງປະຊາຊົນ​ຈີນ 1,4 ຕື້​ຄົນຈະ​ກ້າວ​ເຂົ້າ​ສູ່​ຍຸກ​ໃໝ່.

ທ່ານ​ລີ້​ຈ້າ​ນຊູ່ ປະທານ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ ກ່າວ​ວ່າ: ປະມວນ​ກົດໝາຍ​ແພ່ງ​ທີ່​ຜ່ານ​ການ​ຮັບຮອງ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້ ​​ເປັນຜົນສຳ​ເລັດ​ດ້ານ​ນິຕິບັນຍັດ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ເປັນຂີດ​ໝາຍ​ໃນ​ການ​ຊຸກຍູ້​ການ​ປົກຄອງ​ປະ​ເທດ​ດ້ວຍ​ກົດໝາຍ​ຢ່າງຮອບດ້ານ ​ແລະ ການປັບປຸງ​ລະບົບ​ກົດໝາຍ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ໃຫ້​ສົມບູນ​ຂຶ້ນ, ກົດໝາຍ​ນີ້ຍ່ອມ​ຈະ​ສະໜອງ​ການ​ຮັບປະກັນ​ທາງ​ດ້ານລະບຽບ​ກົດໝາຍ​ແພ່ງ​ທີ່​ສົມບູນ​ກວ່າ​ເກົ່າ​ໃຫ້​ແກ່​ການ​ປະຕິ​ຮູບ​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກ ​ແລະ ການ​ສ້າງສາ​ສັງຄົມ​ນິຍົມ​​ທີ່ທັນ​ສະ​ໄໝໃນ​ຍົກ​ໃໝ່.

ປະມວນ​ກົດໝາຍ​ແພ່ງ​ທີ່​ຖືກ​ຂະໜານ​ນາມວ່າ​ເປັນ “ສາລະໜ້າ​ຮູ້​ສຳລັບຊີວິດ​ສັງຄົມ” ​ໄດ້​ກ່ຽວ​ພັນ​ເຖິງ​ສິດທາ​ງ​ແພ່ງ​ຕ່າງໆ ​ເຊັ່ນ: ສິດ​ຕໍ່​ວັດຖຸ, ສິດສ່ວນ​ບຸກຄົນ, ການ​ແຕ່ງງານ, ສິດ​ໃນຄອບຄົວ, ການ​ສືບທອດມໍລະດົກ, ຄວາມ​ຮັບຜິດຊອບ​ກໍລະນີ​ທີ່​​ໄດ້ລ່ວງລະ​ເມີດສິດ​ຂອງ​ຜູ້​ອື່ນ ​ແລະ​ອື່ນໆ, ​ໄດ້ລວມມີ 7 ໝວດ 1.260 ມາດຕາ ​ເຊິ່ງ​ແມ່ນ​ກົດໝາຍ​ສະບັບ​ໜຶ່ງ​ທີ່​ມີ​ຂໍ້​ມາດຕາຫຼາຍທີ່​ສຸດ​ຂອງ​ຈີນ.

ຄຳ​ເຫັນ

0