趙曉虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄຳ​ເຫັນ​ຂອງ​ທູດ ສ​ປ​ປ ລາວ​ກ່ຽວ​ກັບ​ກອງ​ປະ​ຊຸມ​ສອງ​ສະ​ພາ​ຂອງ​ຈີນ​ກໍ່​ຄື​ການ​ຮ່ວມ​ມື​ລະ​ຫວ່າງ​ລາວ-ຈີນ​ໃນ​ດ້ານ​ຕ່າງໆ

2020-05-29 18:22:17 cri

圖片默認標題_fororder_1131822223

ວັນ​ທີ 29 ພຶດ​ສະ​ພາ​ນີ້ ທ່ານ​ນາງ​ຄຳ​ເພົາ ເອີນ​ທະ​ວັນ ເອກ​ອັກ​ຄະ​ລັດ​ຖະ​ທູດ ສ​ປ​ປ ລາວ​ປະ​ຈຳ​ ສ​ປ ຈີນ​ໄດ້​ໃຫ້​ການ​ສຳ​ພາດ​ທາງ​ໂທ​ລ​ະ​ສັບ​ຂອງ​ນັກ​ຂ່າວ CRI ໂດຍ​ໄດ້​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ກອງ​ປະ​ຊຸມ​ສະ​ພາ​ຂອງ​ຈີນ​ທີ່​ຫາ​ກໍ່​ສິ້ນ​ສຸດ​ລົງ​ໃນ​ຫວ່າງມໍ່ໆ​ນີ້ ແລະ​ໄດ້​ຕີ​ລາ​ຄາ​ສູງ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະ​ຫວ່າງ​ລາວ-ຈີນ​ໃນ​ການ​ຮ່ວມ​ມື​ໃນ​ຂອບ​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ ກໍ່​ຄື​ການ​ຮ່ວມ​ມື​ກັນ​ຕ້ານ​ພະ​ຍາ​ໂດ​ໂຄວິດ-19.

ໃນ​ໄລ​ຍະ​ໄຂ​ກອງ​ປະ​ຊຸມ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ 3 ຊຸດ​ທີ 13 ແລະ​ກອງ​ປະ​ຊຸມ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ 3 ຊຸດ​ທີ 13, ທ່ານ​ນາງ​ຄຳ​ເພົາ ເອີນ​ທະ​ວັນ ໄດ້​ມີ​ໂອ​ກາດ​ເຂົ້າ​ຮ່ວມ​ພິ​ທີ​ໄຂ ແລະ​ປິດ​ປະ​ຊຸມ​ທັງ​ສອງ​ສະ​ພາ, ແລະ​ທ່ານເຫັນ​ວ່າ, “ພັກ-ລັດຖະບານຈີນຕັດສິນໃຈເລື່ອນ ການຈັດກອງປະຊຸມຈາກເດືອນມີນາມາໃສ່ເດືອນພຶດສະພານີ້ ກໍ່ຍ້ອນວ່າ ໃນໄລ ຍະເດືອນມີນາ ສປ ຈີນ ກຳລັງສຸມໃສ່ການປ້ອງກັນ ແລະ ຄວບຄຸມການແຜ່ລະ ບາດຂອງເຊື້ອໄວຣັດໂຄວິດ-19, ຊຶ່ງສະແດງໃຫ້ເຫັນວ່າ ພັກ-ລັດຈີນ ເອົາໃຈໃສ່ ແລະ ເປັນຫ່ວງເປັນໄຍຕໍ່ຄວາມປອດໄພຊີວິດຂອງປະຊາຊົນຈີນເປັນອັນດັບໜຶ່ງ ທີ່ສຳຄັນ.”

ທ່ານ​ນາງຄຳ​ເພົາ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ໝາກ​ຜົນ​ທີ່​ຈີນ​ໄດ້​ຮັບ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ແລະ​ການ​ຮ່ວມ​ມື​ຕ້ານ​ພະ​ຍາດ​ໂຄວິດ​-19 ລະ​ຫວ່າງ​ຈີນ​ກັບ​ບັນ​ດາ​ປະ​ເທດ, ທ່ານ​ກ່າວ​ວ່າ, ສປ ຈີນ ພາຍໃຕ້ການນໍາພາ ຂອງພັກກອມມູນິດຈີນ ທີ່ມີ ສະຫາຍ ສີຈິ້ນຜິງ, ເລຂາທິການໃຫຍ່, ປະທານ ປະເທດຈີນ ເປັນແກນນໍາ ນັ້ນໄດ້ມີຄວາມເປັນເອກະພາບສູງໃນການນໍາພາ ແລະ ເຕົ້າໂຮມຄວາມສາມັກຄີ ປະຊາຊົນຈີນທັງຊາດ ຍາດໄດ້ໄຊຊະນະຕໍ່ບັ້ນ ‘‘ສົງຄາມ’’ ຕ້ານພະຍາດໂຄວິດ -19 ໃນຄັ້ງນີ້. ໃນໄລຍະການລະບາດຂອງພະຍາດນັ້ນ, ສອງປະເທດ ລາວ-ຈີນ ໄດ້ເປັນເຈົ້າການໃນການຮ່ວມມືກ່ຽວກັບພະຍາດໂຄວິດ -19, ເຊິ່ງໄດ້​ບັນ​ລຸ​ໃຫ້​ການ​ໄຂກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ສະໄໝພິເສດວ່າ ດ້ວຍພະຍາດໂຄວິດ-19 ຂຶ້ນທີ່ ສປປ ລາວ ໃນໄລຍະດຽວກັນກັບການຈັດກອງ ປະຊຸມລັດຖະມົນຕີຕ່າງປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ທີ່ ສປປ ລາວ ແລະ ສປ ຈີນ ເປັນປະທານຮ່ວມ ເພື່ອຮ່ວມກັນປຶກສາຫາລື ແລະ ກໍານົດທິດທາງ ຮ່ວມກັນລະຫວ່າງອາຊຽນ ແລະ ຈີນ ໃນການປ້ອງກັນ ແລະ ຄວບຄຸມການ ແຜ່ລະບາດຂອງພະຍາດດັ່ງກ່າວ. ຊຶ່ງເປັນການປະກອບສ່ວນເຂົ້າໃນການຈັດຕັ້ງ ຜັນຂະຫຍາຍສາຍພົວພັນມິດຕະພາບ ຄູ່ຮ່ວມຍຸດທະສາດ ຮອບດ້ານໝັ້ນຄົງຍາວ ນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກໍາລາວ-ຈີນຢ່າງເລິກເຊິ່ງ.

ເຖິງວ່າ​ພະ​ຍາດ​ໂຄວິດ-19 ໄດ້​ສ້າງ​ຜົນ​ກະ​ທົບ​ຕໍ່​ຫຼາຍໆ​ປະ​ເທດ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ກໍ່​ຕາມ, ແຕ່​ທ່ານ​ທູດ​ຄຳ​ເພົາ​ກໍ່​ໄດ້​ໃຫ້​ຄຳ​ຢືນ​ຢັນ​ຕໍ່​ການ​ຮ່ວມ​ມື​ລະ​ຫວ່າງ​ລາວ-ຈີນ​ໃນ​ຂອບ​ ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ ໂດຍ​ທ່ານ​ເນັ້ນ​ວ່າ, ຜົນກະທົບຈາກ​ພະ​ຍາດ​ໂຄວິດ-19 ຈະເປັນພຽງແຕ່ໄລຍະໃດໜຶ່ງເທົ່ານັ້ນ, ເຊື່ອ​ວ່າພາຍຫຼັງການລະບາດ ຂອງພະຍາດໂຄວິດ-19 ສິ້ນສຸດແລ້ວ, ໂຄງການຮ່ວມມື ຕ່າງໆ ຈະໄດ້ຮັບການຟື້ນຟູ ແລະ ຂະຫຍາຍຕົວຢ່າງແຂງແຮງຄືນໃໝ່. ສປປ ລາວ ກໍ່ເປັນປະເທດໜຶ່ງທີ່ນອນຢູ່ໃນຂອບການຮ່ວມມືດັ່ງກ່າວ ທີ່ມີການລົງທຶນ ຮ່ວມມືກັບ ສປ ຈີນ ໃນຫຼາຍໂຄງການ, ເປັນຕົ້ນແມ່ນ ໂຄງການລົດໄຟລາວ-ຈີນ ທີ່ໄດ້ດຳເນີນສໍາເລັດໄປແລ້ວເກືອບ 90%, ໂຄງການແລວເສດຖະກິດລາວ-ຈີນ ແລະ ອື່ນໆ, ຊຶ່ງຈະກາຍ ເປັນຕົວແບບຂອງການຮ່ວມມືລາວ-ຈີນ ໃນຂອບໜຶ່ງ ແລວໜຶ່ງເສັ້ນທາງ ທີ່ຄາດວ່າຈະສາມາດສຳເລັດຕາມຄາດໝາຍທີ່ກຳນົດໄວ້.

ຄຳ​ເຫັນ

0