何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

9 ເລື່ອງລາວທີ່ອົບອຸ່ນປະທັບໃຈລະຫວ່າງທ່ານສີຈິ້ນຜິງກັບເດັກນ້ອຍຈີນແລະຕ່າງປະເທດ

2020-06-01 17:31:24 CRI

圖片默認標題_fororder_兒童節1

ວັນເດັກນ້ອຍສາກົນ 1 ມິຖຸນາ ເຊິ່ງເປັນມື້ບຸນສຳລັບເດັກນ້ອຍທັງຫຼາຍໄດ້ ໝູນວຽນມາເຖິງອີກຄັ້ງໜຶ່ງ.  ມີ “ເພື່ອນໃຫຍ່” ຜູ້ໜຶ່ງ ໄດ້ໃຫ້ຄວາມເອົາໃຈໃສ່ນຳການເຕີບໃຫຍ່ຂອງເດັກນ້ອຍເຍົາວະຊົນມາໂດຍຕະຫຼອດ.

ຢູ່ຕາມເດີ່ນຫຼິ້ນກິລາ, ຫ້ອງຮຽນ, ເວລາຈັດກິດຈະກຳນອກໂມງຮຽນ ທັງພາຍໃນຈີນແລະຕ່າງປະເທດ… ເຊິ່ງລ້ວນແຕ່ມີເລື່ອງລາວທີ່ໜ້າປະທັບໃຈກ່ຽວກັບເພື່ອນໃຫຍ່ ຜູ້ນີ້ກັບເດັກນ້ອຍທັງຫຼາຍ, ສ່ວນ  “ເພື່ອນໃຫຍ່” ຜູ້ນີ້ກໍຄື ທ່ານປະທານສີຈິ້ນຜິງ.

 

圖片默認標題_fororder_兒童節1-1

1,  ພໍ່ຜູ້ດີທີ່ຮັກແພງລູກສາວ

ທ່ານສີຈິ້ນຜິງເປັນປະທານປະເທດຈີນ ທັງເປັນພໍ່ຜູ້ດີທີ່ຍິນດີແບ່ງເວລາຢູ່ນຳລູກ. ຢູ່ເທິງຖ້ານປຶ້ມໃນຫ້ອງການຂອງທ່ານໄດ້ວາງຮູບຖ່າຍແຜ່ນໜຶ່ງ ເຊິ່ງສະແດງໃຫ້ເຫັນພາບທີ່ ທ່ານຂີ່ລົດຖີບຊ້ອນລູກສາວຕອນຍັງນ້ອຍ.

 ເມື່ອເວົ້າເຖິງຄວາມຮັກແພງລະຫວ່າງທ່ານສີຈິ້ນຜິງກັບລູກສາວ, ທ່ານນາງເຜີງລີ້ຢວນ ພັນລະຍາຂອງທ່ານໄດ້ຫວນຄືນຄວາມຫຼັງດ້ວຍຄວາມປະທັບໃຈວ່າ: “ລູກສາວຄືພໍ່ແທ້ໆ ທັງມີຄວາມສະໜິດສະໜົມກັບພໍ່ທີ່ສຸດ. ຕອນຂ້າພະເຈົ້າພາລາວຫຼິ້ນ, ລາວຂີ້ດື້ສະເໝີ, ແຕ່ເມື່ອຢູ່ນຳພໍ່, ລາວກໍຟັງຄວາມປານແມວນ້ອຍ.”

 

圖片默認標題_fororder_兒童節2

2, ປູ່ສີທີ່“ຂີ້ອາຍ”

  ທ່ານສີຈິ້ນຜິງ  ເປັນ“ເພື່ອນໃຫຍ່”ທີ່ ເດັກນ້ອຍມັກເຂົ້າຫາແລະສະໜິດສະໜົມທີ່ສຸດ. ປີ 2014, ທ່ານສີຈິ້ນຜິງໄດ້ເດີນທາງໄປຢ້ຽມຢາມເຂດຊຸມຊົນຈຸ່ນເມີນນະຄອນຟູໂຈ່ວ ແຂວງຟູຈ້ຽນ ໂດຍໄດ້ໂອ້ລົມສົນທະນາຢ່າງສະໜິດສະໜົມກັບເດັກນ້ອຍ 10 ກວ່າຄົນ.

ພາຍຫຼັງກິດຈະກຳດັ່ງກ່າວໄດ້ສິ້ນສຸດລົງແລ້ວ, ນາງ ໂຈ່ວຢຸ້ຍນິງ ທີ່ມີອາຍຸ 7 ປີໄດ້ຂຽນບົດບັນທຶກປະຈຳວັນທີ່ລະບຸວ່າ: “ປູ່ສີເບິ່ງຄືວ່າຂີ້ອາຍນີ້ແຫຼະ!”

 

圖片默認標題_fororder_兒童節3

3, ສົ່ງຈົດໝາຍຕອບກັບເພື່ອໃຫ້ກຳລັງໃຈແກ່ເດັກນ້ອຍເຍົາວະຊົນ

ກ່ອນ ວັນເດັກນ້ອຍສາກົນ 1 ມິຖຸນາ 2016 ໃກ້ຈະໝູນວຽນມາເຖິງ, ນັກຮຽນປະຖົມ 12 ຄົນຂອງນະຄອນຖ່າຍໂຈ່ວແຂວງເຈີ້ຈ່ຽງໄດ້ຂຽນຈົດໝາຍສະບັບໜຶ່ງໄປເຖິງທ່ານສີຈິ້ນຜິງໃນນາມເປັນລູກຫຼານຮຸ່ນຫຼັງຂອງກອງສັບຊ່າວບຸກເບີກພັດທະນາເກາະຕ້າເສີນ.

ສິ່ງທີ່ເຮັດໃຫ້ເຂົາເຈົ້າຕື່ນເຕັ້ນດີໃຈເໜືອຄວາມຄາດຄິດນັ້ນກໍຄື  “ເພື່ອນໃຫຍ່”ໄດ້ຂຽນຈົດໝາຍຕອບກັບຢ່າງວ່ອງໄວໂດຍໄດ້ໃຫ້ກຳລັງໃຈແກ່ເຂົາເຈົ້າວ່າ: “ຈົ່ງພັດທະນາຕົນໃຫ້ເຕີບໃຫຍ່ຂຶ້ນມາກາຍເປັນຜູ້ກໍ່ສ້າງລຸ້ນໃໝ່ທີ່ມີຄວາມຮູ້, ມີຄຸນສົມບັດແລະມີຜົນງານ.”

ເດັກນ້ອຍເຫຼົ່ານີ້ພາກັນເວົ້າດ້ວຍຄວາມດີໃຈວ່າ: “ນີ້ຄືຂອງຂວັນທີ່ດີທີ່ສຸດສຳລັບວັນເດັກນ້ອຍສາກົນ.”

 

圖片默認標題_fororder_兒童節4

4, ຫວນຄືນເລື່ອງລາວໃນໄວເດັກ

 ໃນເວລາໂອ້ລົມສົນທະນາກັບເດັກນ້ອຍທັງຫຼາຍ, ທ່ານສີຈິ້ນຜິງຍິນດີຮັບຟັງເລື່ອງລາວຂອງເຂົາເຈົ້າ ແລະກໍຍິນດີເລົ່າເລື່ອງລາວໃນໄວເດັກຂອງຕົນສູ່ເຂົາເຈົ້າຟັງເຊັ່ນກັນ.

ໃນເວລາທ່ານເຂົ້າຮ່ວມພິທີສາບານເຂົ້າເປັນສະມາຊິກກອງເຍົາວະຊົນນຳໜ້າຂອງໂຮງຮຽນປະຖົມຊົນເຜົ່າເມືອງໄຫຕ້ຽນນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງໄດ້ເລົ່າສູ່ພວກເດັກນ້ອຍທັງຫຼາຍຟັງວ່າ: ຕອນຍັງນ້ອຍ, ທ່ານໄດ້ໄຫ້ດ້ວຍຄວາມເສຍໃຈເນື່ອງຈາກບໍ່ໄດ້ເຂົ້າເປັນສະມາຊິກກອງເຍົາວະຊົນນຳໜ້າຊຸດທຳອິດ, ຕໍ່ມາ, ໃນເວລາທີ່ສາບານເຂົ້າເປັນສະມາຊິກໃໝ່ຂອງກອງເຍົາວະຊົນນຳໜ້າ ກໍຮູ້ສຶກຕື່ນເຕັ້ນດີໃຈຈົນຫົວໃຈເຕັ້ນຕຶກໆໄປໝົດ.

 

圖片默認標題_fororder_兒童節5

5, ຫ່ວງໃຍເຖິງເດັກນ້ອຍເຂດປະສົບໄພ

ວັນທີ 20 ເມສາ 2013, ຢູ່ເມືອງລູຊ່ານແຂວເສສວນໄດ້ເກີດແຜ່ນດິນໄຫວຂະໜາດ 7,0 ຣິກເຕີ. ໃນໄລຍະເວລາທີ່ທ້ອງຖິ່ນດັ່ງກ່າວກຳລັງກອບກູ້ຊີວິດຜູ້ປະສົບໄພແລະຟື້ນຟູການສ້າງສາຄືນໃໝ່ນັ້ນ, ທ່ານສີຈິ້ນຜິງມີຄວາມເປັນຫ່ວງເປັນໃຍທີ່ສຸດຕໍ່ເດັກນ້ອຍທັງຫຼາຍຢູ່ເຂດປະສົບໄພ. ໃນເວລາທີ່ທ່ານເດີນທາງໄປຢ້ຽມຢາມປະຊາຊົນເຂດປະສົບໄພ,ທ່ານຍັງໄດ້ໄປຢາມເດັກນ້ອຍທັງຫຼາຍເປັນການສະເພາະ.

ຢູ່​ໃນຕູບ​ຜ້າ​ເຕັ້ນ​ຂອງ​ຜູ້​ປະ​ສົບ​ໄພ, ໂລ້​ຈຸ້ນ​ເສີງ​ທີ່​ມີ​ອາ​ຍຸ 1 ປີ​ເຄິ່ງ​ເຫັນ​ທ່ານ​ສີ​ຈິ້ນ​ຜິງ​ແລ້ວ​ກໍ​ໄປ​ຫອມ​ແກ້ມ​ທ່ານ, ແລະ ເອີ້ນ​ວ່າ “ປູ່”, ປູ່​ສີ​ຈິ້ນ​ຜິງ​ໄດ້ລູບ​ບາຍ​ໃບ​ໜ້າ​ຂອງ​ໂລ້​ຈຸ້ນ​ເສີງ​ດ້ວຍ​ຄວາມ​ຮັກ​ແພງ​ແລະ​ດີ​ໃຈ, ທັງ​ຫອມ​ແກ້ມ​ລາວ​ຄື​ກັນ.

 

圖片默認標題_fororder_兒童節6

6.ສາຍ​ສຳ​ພັນ​ຜ່ານ​ທາງ​ຈົດ​ໝາຍ​ກັບ​ເພື່ອນ​​ນ້ອຍ​ຢູ່​ອົ​ສ​ຕຼາ​ລີ

ປີ 2014, ນັກ​ຮຽນ​ປ​ະ​ຖົມ 16 ຄົນ​ຂອງ​ລັດ​ຕັ​ສ​ມາ​ເນຍ​ປະ​ເທດ​ອົ​ສ​ຕຼາ​ລີ​ໄດ້​ຂຽນ​ຈົດ​ໝາຍເຖິງ​ທ່ານ​ສີ​ຈິ້​ນ​ຜິງ ແລະ ທ່ານ​ນາງ​ເຜີງ​ລີ້ຢວນ​ທີ່​ເປັນ​ພັນ​ລະ​ຍາ​ຂອງ​ທ່ານ, ເພື່ອ​ເຊື້ອ​ເຊີນ​ພວກ​ເພິ່ນ​ໄປ​ຢາມ​ບ້ານ​ເກີດ​ຂອງ​ຕົນ.

 ຫຼັງ​ຈາກ​ນັ້ນ​ບໍ່​ດົນ, ນັກ​ຮຽນ​ປະ​ຖົມ​ເຫຼົ່າ​ນີ້​ກໍ​ໄດ້​ຮັບ​ເຊີນ​​ໃຫ້ເປັນ​ແຂກ​ພິ​ເສດ​​ເພື່ອເຂົ້າ​ຮ່ວມ​ໃນ​ພິ​ທີ​ຕ້ອນ​ຮັບທ່ານ​ສີ​ຈິ້ນ​ຜິງ ແລະ ທ່ານ​ນາງ​ເຜິງ​ລີ້ຢວນທີ່​ເດີນ​ທາງ​ຢ້ຽມ​ຢາມ​ອົ​ສ​ຕຼ​າ​ລີ. ເຂົາ​ເຈົ້າ​ຍັງ​ໄດ້​ຮ່ວມ​ກັບ​ທ່ານ​ສີ​ຈິ້ນ​ຜິງປູກ​ຕົ້ນ​ໄມ້​ມິດ​ຕະ​ພາບ​ຕົ້ນ​ໜຶ່ງ.

 

圖片默認標題_fororder_兒童節7

7 ເພື່ອນ​​ໃຫຍ່​ແມ່ນ​ “ແຟນ​ບານ​ເຕະພິ​ເສດ”

ທ່ານ​ສີ​ຈິ້ນ​ຜິງ​ແມ່ນ “ແຟນ​ບານ​ເຕະພິ​ເສດ”, ທ່ານ​ໄດ້ເອົາ​ໃຈ​ໃສ່ຫຼາຍ​ຕໍ່​ການ​ພັດ​ທະ​ນາວຽກ​ງານ​ບານ​ເຕະ​ໄວ​ໜຸ່​ມ​ເຍົາ​ວະ​ຊົນ. ທ່ານ​ເຄີຍ​ກ່າວ​ວ່າ, ຕ້ອງ​ກຳ​ແໜ້ນ​ວຽກ​ງານ​ເຝິກ​ຊ້ອມ​ບານ​ເຕະ​ຕັ້ງ​ແຕ່​ຍາມ​​ນ້ອຍ.

ປີ 2014, ໃນ​ເວ​ລາ​ຢ້ຽມ​ຢາມ​ເຢຍ​ລະ​ມັນ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ໄປ​ສະ​ໜາມ​ກິ​ລາ​ໂອ​ລິມ​ເ​ປຍ​ທີ່​ແບກ​ແລັງ​ໂດຍ​ສະ​ເພາະ ເພື່ອ​ໄປ​ຢາມ​ນັກ​ກິ​ລາ​ບານ​ເຕະ​ເຍົາ​ວະ​ຊົນ​ຈີນ​ທີ່​ພວມ​ເຝິກ​ຊ້ອມ​ຢູ່​ແຫ່ງ​ນັ້ນ.

 

圖片默認標題_fororder_兒童節8

8 ນັກ​ຮຽນ​ປະ​ຖົມ​ປາ​ກີສະ​ຖານ​ຍິນ​ດີ​ຕ້ອນ​ຮັບ​ທ່ານ​ສີ​ຈິ້ນ​ຜິງ​ໂດຍ​ຜ່ານ​ການ​ໂຄ​ສະ​ນາ​ທາງ​ໜັງ​ສື​ພິມ

ຢູ່​ໂຮງ​ຮຽນ Roots Millennium​ທີ່​ມີ​ຊື່​ສຽງ​ຂອ​ງ​ປາ​​ກີ​ສະ​ຖານ, ມີ​ເພື່ອນ​ນ້ອຍ​ຫຼາຍ​ຄົນໄດ້ນັບ​ຖື​ຮັກ​ແພງ​ທ່ານ​ສີ​ຈິ້ນ​ຜິງ​ທີ່​ເປັນ​ເພື່ອນ​ໃຫຍ່. ປີ 2015, ເມື່ອ​ຮູ້​ຂ່າວ​ວ່າ​ທ່ານ​ສີ​ຈິ້ນ​ຜິງ​ຈະ​ໄປ​ຢ້ຽມ​ຢາມ​ປາ​ກິ​ສະ​ຖານ, ເພື່ອນ​ນ້ອຍ​ເຫຼົ່າ​ນີ້​ກໍ​ຫວັງ​ຢ່າງ​ຍິ່ງ​ວ່າ​ຈະ​ໄດ້​ພົບ​ຂວັນ​ໃຈ​ຂອງ​ຕົນ.

ຫຼັງ​ການ​ປຶກ​ສາ​ຫາ​ລື​ກັນ​ຢ່າງ​ຄຶກ​ຄື້ນ, ເຂົາ​ເຈົ້າ​ມີ​ແຜນ​ລົງ​ພິມ​ຄຳ​ໂຄ​ສະ​ນາ​ສະ​ບັບ​ໜຶ່ງ​ໃນ​ໜ້າ​ທຳ​ອິດ​ຂອງ​ໜັງ​ສື​ພິ​ມ​ໃຫຍ່​ທີ່​ສຸດ​ຂອງ​ທ້ອງ​ຖິ່ນ​ແຫ່ງ​ນັ້ນ,​ໂດຍໃຊ້​ຕົວ​ໜັງ​ສື​ຈີນ ແລະ ຮູບ​ແຕ້ມ​​ທີ່​ແຕ້ມ​ດ້ວຍ​ຕົນ​ເອງ​ເພື່ອ​​ສະ​ແດງ​ຄວາມຍິນ​ດີ​ຕ້ອນ​ຮັບ​ທ່ານ​ສີ​ຈິ້ນ​ຜິງ​​ທີ່​ເດີນ​ທາງຢ້ຽມ​ຢາມ​ປາ​​ກີ​ສະ​ຖານ. ແນວ​ຄວາມ​ຄິດ​ນີ້​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​​ຄູ ແລະ ນັກ​ຮຽນ​ທັງຫຼາຍ​ໃນ​ໂຮງ​ຮຽນ.

 

圖片默認標題_fororder_兒童節9

9 ເອົາ​ໃຈ​ໃສ່​ສະ​ພາບ​ການ​ຟື້ນ​ຟູ​ການ​ຮຽນ​ການ​ສອນ

ຫຼັງ​ຈາກ​ເກີດ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລ້ວ, ທ່ານ​ສີ​ຈິ້ນ​ຜິງ​ໄດ້ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຕໍ່​ສະ​ພາບ​ການ​ຟື້ນ​ຟູ​ການ​ຮຽນ​ການ​ສອນ. ວັນ​ທີ 21 ເມ​ສາ​ປີ 2020, ໃນ​ເວ​ລາ​ໄປ​ສຳຫຼວດ​​ກວດ​ກາວຽກ​ງານ​ຢູ່​ແຂວງ​ສ້ານ​ຊີ່, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ໄປ​ຢາມ​ໂຮງ​ຮຽນ​ປະ​ຖົມ​ແຫ່ງ​ໜຶ່ງ, ​ທ່ານ​ໄດ້​ຖາມ​ເຖິງສະ​ພາບ​ການ​ຮຽນ ແລະ ການ​ດຳ​ລົງ​ຊີ​ວິດ​ຂອງ​ພວກ​ເດັກ​ນ້ອຍ, ທັງ​ໃຫ້​ກຳ​ລັງ​ໃຈ​ແກ່ເດັກ​ນ້ອຍ​ທັງຫຼາຍ​ວ່າ​​ຄວນ​ໝັ່ນ​ອອກ​ກຳ​ລັງ​ກາຍ.

ທ່ານ​ສີ​ຈິ້ນ​ຜິງ​ທັງ​ເນັ້ນ​ໜັກ​ໃຫ້​ທາງ​ໂຮງ​ຮຽນ​ເພີ່ມ​ທະ​ວີ​ການ​ຂ້າ​ເຊື້ອ​ຢູ່​ສະ​ຖານ​ທີ່​ສຳ​ຄັນ, ເພື່ອ​ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ປອດ​ໄພ​ໃຫ້​ແກ່​ການ​ຟື້ນ​ຟູ​ການ​ຮ​ຽນ​ການ​ສອນ.

ຄຳ​ເຫັນ

0