何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ໄປ​ສຳຫຼວດກວດ​ກາ​ວຽກ​ງານ​ຢູ່​ເຂດ​ນິງ​ເຊ້ຍ ຮູບ​ພາບ​ແຜ່ນນີ້​ໄດ້​ເຜີຍ​ແຜ່​ຢ່າງກວ້າງ​ຂວາງ

2020-06-10 16:12:25 CRI

ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ດ້ວຍ​ອຸດ​ສາ​ຫະ​ກຳ​ແມ່ນ​ສິ່ງ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ເອົາ​ໃຈ​ໃສ່​ຢູ່​ສະ​ເໝີ. ໃນ​ການ​ສຳຫຼວດ​ກວດ​ກາ​ວຽກງານ​ປີ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ໄປ​ສຳຫຼວດ​ກວດ​ກາ​ວຽກ​ງານອຸດ​ສາ​ຫະ​ກຳ​ທີ່​ມີ​ເອ​ກະ​ລັກ​ສະ​ເພາະ​ເພື່ອຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກຫຼາຍ​ເທື່ອ. ວັນ​ທີ 8 ມິ​ຖຸ​ນາ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ໄປ​ສຳຫຼວດກວດ​ກາ​ວຽກ​ງານ​ຢູ່​ເຂດ​ນິງ​ເຊ້ຍ, ມີ​ຮູບ​ພາບ​ແຜ່ນ​ໜຶ່ງ​ໄດ້​ເຜີຍ​ແຜ່​ຢ່າງກວ້າງ​ຂວາງ​ໃນ​ທາງ​ອິນ​ເຕີ​ເນັດ. ໃນ​ຕ່ອນ​ບ່າຍ​ມື້​ດຽວ​ກັນ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ໄປ​ບ້ານ​ຫົງ​ເຕີ​ຕາ​ແສງ​ຫົງ​ຊື້​ປູ​ນະ​ຄອນ​ອູ​ຈົ່ງ, ​ຈາກ​ນັ້ນ​ໄດ້​ເດີນ​ທາງ​ໄປ​ສຳຫຼວດກວດ​ເບິ່ງແມ່​ນ້ຳ​ເຫຼືອງ​ຕອນ​ເທ​ສະ​ບານ​ນະ​ຄອນ​ອູ​ຈົ່ງ, ແລະ​ເຂ​ດ​ຊຸມ​ຊົນ​ຈິ່ນ​ຮ​ວ່າ​ຢວນ​ຕາ​ແສງ​ຈິ່ນ​ຊິ່ງ. ໃນ​ນັ້ນ​ມີ​ຮູບ​ພາບ​ແຜ່ນ​ໜຶ່ງ​ເປັນ​ຕາ​ສະ​ອອນ​ເມື່ອ​ໄດ້​ເຫັນຈຶ່ງ​ຖືກເຜີຍ​ແຜ່​ຢ່າງກວ້າງ​ຂວາງ​ໃນ​ທາງ​ອິນ​ເຕີ​ເນັດ.

圖片默認標題_fororder_694113892

ໃນ​ຮູບ​ພາບ​ແຜ່ນ​ນີ້, ງົວ​ໂຕ​ໜຶ່ງ​ພວມຫຼັບ​ຕາ ຍື່ນ​ຫົວ​ໄປ​ຫາ​ທ່ານ​ສີ​ຈິ້ນ​ຜິງ ເປັນ​ຕາ​​ໜ້າ​ຮັກ​ໜ້າ​ແພງ​ແທ້ໆ. ທ່ານ​ສີ​ຈິ້ນ​ຜິງ​ກໍ​ໄດ້​ເດ່​ມື​ອອກ ​ເພື່ອ​ຈະ​ລູບ​ຫົວ​ມັນ. ເຊິ່​ງ​ຮູບ​​ພາບ​ແຜ່ນນີ້​ເປັນ​ຕາ​​ສະ​ອອນ ແລະ ມີ​ຊີ​ວິດ​ຊີ​ວາຫຼາຍ. ຄົນ​ທັງຫຼາຍ​ກໍ​ພາ​ກັນ​ຫົວ​ຂຶ້ນ.

 

ຄຳ​ເຫັນ

0