黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ໃນ​ປະ​ເທດ​ລາວ​ໄດ້​ຮັບ​ການ​ປິ່ນ​ປົວ​ໃຫ້​ຫາຍ​ຂາດ​ແລະ​ອອກ​ໂຮງ​ໝໍ​ໝົດ​ແລ້ວ

2020-06-11 16:26:13 cri

ວັນ​ທີ 9 ມິ​ຖຸ​ນາ​ນີ້, ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ໃນ​ປະ​ເທດ​ລາວຜູ້​ສຸດ​ທ້າຍ ​ໄດ້​ຮັບ​ການ​ປິ່ນ​ປົວ​ໃຫ້​ຫາຍ​ຂາດ​ແລະ​ອອກ​ໂຮງ​ໝໍ​ແລ້ວ. ມາ​ຮອດປັດ​ຈຸ​ບັນ​ນີ້, ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ​ທັງ​ໝົດ 19 ​ກໍ​ລະ​ນີໃນ​ປະ​ເທດ​ລາວ ​ລ້ວນ​ແຕ່​ໄດ້​ຮັບ​ການ​ປິ່ນ​ປົວ​ໃຫ້​ຫາຍ​ຂາດ​ແລະ​ອອກ​ໂຮງ​ໝໍ​ໝົດ​ແລ້ວ.

ວັນ​ທີ 24 ມີ​ນາ​ປີ​ນີ້, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ລາວ​ ໄດ້​ປະ​ກາດຜົນ​ຂອງ​ການກວດ​ພົບ​ຜູ້​ເປັນ​ພະ​ຍາດດັ່ງ​ກ່າວ 2 ກໍ​ລະ​ນີ​, ​ໃນ​ສະ​ພາບ​ການ​ດັ່ງ​ກ່າວ, ລັດ​ຖະ​ບານ​ລາວ​ໄດ້​ໃຊ້​ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ທີ່​ເຂັ້ມ​ງວດ​ທີ່​ສຸດ​ໃນ​ປະ​ເທດ​ລາວ. ໃນ​ຂະ​ນະ​ທີ່​ເຮັດ​ໃຫ້​ວຽກ​ງານ​ປ້ອງ​ກັນ​ແລະ​ຄວບ​ຄຸບ​ພະ​ຍາດມີ​ການ​ຮັບ​ປະ​ກັນ​ນັ້ນ, ລັດ​ຖະ​ບານ​ລາວ​ກໍ​ໄດ້​ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ ເພື່ອ​ຮັບ​ປະ​ກັນ​ຊີ​ວິດ​ການ​ເປັນ​ຢູ່ ແລະ ການ​ຜະ​ລິດ​ຂອງ​ປະ​ຊາ​ຊົນ​ໃຫ້​ເປັນ​ປົກ​ກະ​ຕິ​. ມາ​ຮອດ​ວັນ​ທີ 9 ມິ​ຖຸ​ນາ​ນີ້,​ ປະ​ເທດ​ລາວໄດ້​ບັນ​ລຸ​​ເປົ້າ​ໝາຍ ​ທີ່​ບໍ່​ມີ​ຜູ້​ເປັນ​ພະ​ຍາດ​ເພີ່ມ​ໃໝ່​ເປັນ 58 ມື້​ລຽນ​ຕິດ. ນີ້​ແມ່ນ​ຜົນ​ສຳ​ເລັດ​ເປັນ​ກ້າວໆ ​ທີ່​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ລາວ​ຍາດ​ມາ​ໄດ້ ພາຍ​ໃຕ້​ຄວາມ​ພະ​ຍາ​ຍາມ​ທີ່​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ ເຊິ່ງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ວ່າ, ລັດ​ຖະ​ບານ​ລາວ​ມີ​ນ້ຳ​ໃຈ​​ຮັບ​ຜິດ​ຊອບ​ສູງ ແລະ ໄດ້​ເອົາ​ໃຈ​ໃສ່​ໃນ​ລະ​ດັບ​ສູງ​ຕໍ່​ຄວາມ​ປອດ​ໄພ​ດ້ານ​ຊີ​ວິດ ແລະ ສຸ​ຂະ​ພາບ​ທາງ​ຮ່າງ​ກາຍ​ຂອງ​ປະ​ຊາ​ຊົນ​ປະ​ເທດ​ຕົນ.

ແຕ່​ວ່າ, ໃນ​ທະ​ວີບ​ອາ​ຊີ ​ຍັງ​ມີ​ບາງ​ປະ​ເທດ​ຍັງ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​ອ່າວ​ໜັກ​ໜ່ວງ ເຊັ່ນ: ເຂດ​ນະ​ຄອນຫຼວງ​ເຊ​ອຸນ​ປະ​ເທດ​ສ.ເກົາຫຼີ ​ໄດ້​ເກີດ​​ມີການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຍ້ອນ​ຊຸມ​ນຸມ​ກັນ, ອາດ​ຈະ​ເຮັດ​ໃຫ້​ພະ​ຍາດ​ດັ່ງ​ກ່າວ​ລະ​ບາດ​ຂຶ້ນ​ອີກ​ຄັ້ງ​ໃໝ່; ວັນ​ທີ 9 ມິ​ຖຸ​ນາ​ນີ້, ​ຜູ້​ເປັນ​ພະ​ຍາດ​ໃນອິນ​ໂດ​ເນ​ເຊຍໄດ້​ເພີ່ມ​ໃໝ່ 1043 ກໍ​ລະ​ນີ, ເປັນ​ມື້​ທຳ​ອິດ ​ທີ່​ຜູ້​ເປັນ​ພະ​ຍາດ​ໄດ້​ເພີ່ມ​ຂຶ້ນຫຼາຍກວ່າ​ພັນ​ຄົນ ນັບ​ແຕ່​ເກີດ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ເປັນ​ຕົ້ນ​ມາ. ​ເມື່ອ​ສະ​ພາບ​ເປັນ​ແບບ​ນີ້, ຍັງ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໃນ​ອາ​ຊີ​ໄດ້​ເຕືອນ​ໃຫ້​ພວກ​ເຮົາ​ຮູ້​ວ່າ, ເຖິງວ່າ​ຜູ້​ເປັນ​ພະ​ຍາດ​ໃນ​ປະ​ເທດ​ລາວ​ບໍ່​ມີ​ແລ້ວ, ແຕ່​ພວກ​ເຮົາ​ກໍ​ຍັງ​ຄວນ​ຮັກ​ສາ​ສະ​ຕິ​ລະ​ວັງ​ຕົວ​ກ່ຽວ​ກັບ​ພະ​ຍາດ​ນີ້​ຄື​ເກົ່າ, ຄວນ​ຮັກ​ສາ​​ການ​ປະ​ພຶດ​ທີ່​ດີ​ໃນ​ຊີ​ວິດ​ປະ​ຈຳ​ວັນ, ຕັດ​ຊ່ອງ​ທາງການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ ເພື່ອ​ຮັບ​ປະ​ກັນ​ໃຫ້​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ທີ່​ສຸດ.

ຄຳ​ເຫັນ

0