曹琦

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສາມັກຄີ ແລະ ຮ່ວມມືກັນຕ້ານກັບພະຍາດໂຄວິດ-19

2020-06-18 10:23:12 cri

圖片默認標題_fororder_wKgACl7qbd2AKaVGAAAAAAAAAAA703.900x602.750x502

ຄືນ​ວັນ​ທີ 17 ມິ​ຖຸ​ນາ​ປີ 2020 ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເປັນ​ປະ​ທານ​ຈັກ​ອງ​ປະ​ຊຸມ​ສຸດຍອດສະ​ໄໝ​ພິ​ເສດ​ຈີນ-ອາ​ຟ​ຣິ​ກາ​ເພື່ອ​ສາ​ມັກ​ຄີ​ຕ້ານ​ກັບ​ພະ​ຍາດ ໂດຍ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ຫົວ​ຂໍ້  “ສາມັກຄີ​ ແລະ ຮ່ວມມືກັນຕ້ານ​ກັບ​ພະຍາດໂຄວິດ -19 ”, ບົດ​ປາ​ໄສ​ທັງ​ພາ​ສາ​ຈີນ​ແລະ​ພາ​ສາ​ລາວ​ມີ​ເນື້ອ​ໃນ​ດັ່ງລຸ່ມ​ນີ້:

ສາມັກຄີ​ ແລະ ຮ່ວມມືກັນຕ້ານ​ກັບ​ພະຍາດໂຄວິດ-19

-ບົດປາ​ໄສຂອງ​ທ່ານ​ສີ​ຈິ້ນ​ຜິ​ງ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ສະ​ໄໝພິ​ເສດ​ຈີນ-​ອາ​ຟຣິກາ​ເພື່ອສາມັກຄີ​ຕ້ານ​ກັບ​ພະຍາດ

(ວັນ​ທີ 17 ມິຖຸນາ ປີ 2020, ປັກ​ກິ່ງ)

ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ ສປ ຈີນ

ຮຽນ​ທ່ານປະທານາທິບໍດີ ​ຊີຣີນ ຣາມາ​ໂ​ຟຊາ ທີ່​ນັບຖື

ຮຽນ​ທ່ານປະທານາທິບໍດີ ​ແມກ​ກີ ​ຊ​ອນ ທີ່​ນັບຖື

ຮຽນ​​ທ່ານປະມຸກ​ລັດ ຫົວ​ໜ້າ​ລັດ​ຖະ​ບານບັນດາ​ປະ​ເທດທີ່​ນັບຖື

ຮຽນ​ທ່ານ​ມູຊາຟາ​ກີ​​ ມາ​ຮາ​​ມັດ ປະທານ​ຄະນະ​ກຳມະການ​ສະຫະພາບ​ອາ​ຟຣິກາ​ທີ່​ນັບຖື

ຮຽນ​ທ່ານ​ອັນ​ໂຕ​ນີ​ໂອ ​ກູ​ເຕີ​ເຣັສ ​ເລຂາ​ທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ທີ່​ນັບຖື

ຮຽນ​ທ່ານ​​ເທ​ໂດຼສ ຜູ້ອຳ​ນວຍ​ການ​ໃຫຍ່​ອົງການ​ອະນາ​ໄມ​ໂລກ​ທີ່​ນັບຖື

 

​ໃນ​ຂະນະ​ເວລາອັນສຳຄັນ​ທີ່​ທົ່ວ​ໂລກ​ຕ້ານ​ກັບ​ພະຍາດ​ໂຄ​ວິດ-19, ພວກ​ເຮົາ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ສະ​ໄໝ​ພິ​ເສດ​ຈີນ-​ອາ​ຟຣິກາ​ຄັ້ງ​ນີ້, ​ເພື່ອນ​ມິດ​ທັງເກົ່າ​ແລະ​ໃໝ່​ທຸກ​ທ່ານທີ່ມາເຕົ້າ​ໂຮມ​ກັນໃນກອງປະຊຸມ​​ທາງ​ວີ​ດີ​ໂອເພື່ອ ຮ່ວມ​ກັນ​ປຶກສາ​ຫາລື​ກ່ຽວ​ກັບ​ແຜນການໃນການ​ສາ​ມັກ​ຄີ​ຮ່ວມ​ກັນ​ຕ້ານ​ກັບ​ພະຍາດ, ທັງ​​ທົບ​ທວນ​ຄືນ​ມິດຕະພາບຖານ​ອ້າຍ​ນ້ອງ​ລະຫວ່າງ​ຈີນ​-ອາ​ຟຣິກາ. ນະທີ່ນີ້ຂໍ​ສະແດງຄວາມຂອບ​ໃຈ​ຕໍ່​ທ່ານ​ປະທານາທິບໍດີຣາມາ​ໂ​ຟຊາ ​ແລະ​ທ່ານປະທານາທິບໍດີ​ແມກ​​ກີ ​ຊອນ ທີ່ໄດ້ຮ່ວມ​ກັບ​ຂ້າ​ພະ​ເຈົ້າ​ລິ​ເລີ່​ມຈັດ​ກອງ​ປະຊຸມ​ຄັ້ງ​ນີ້, ຂອບ​ໃຈ​ບັນດາ​ທ່ານທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້. ຂ້າພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ທີ່​ຈິງ​ໃຈ​ຕໍ່​ຜູ້ນຳ​ບັນດາ​ປະ​ເທດ​ອາ​ຟຣິກາ​ທີ່​ບໍ່​ສາມາດມາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້ໄດ້.

ການ​ແຜ່​ລະບາດ​ຂອງ​ພະຍາດ​ຄັ້ງ​ນີ້​ເກີ​ດຂຶ້ນ​ຢ່າງ​ກະທັນຫັນ, ​ໄດ້​ສ້າງ​ຜົນ​ກະທົບ​ຢ່າງ​ຮ້າຍແຮງ​ຕໍ່​ປະ​ເທດ​ຕ່າງໆ​ໃນ​ໂລກ, ​​ເຮັດ​ໃຫ້​ຫຼາຍ​ແສ​ນຄົນ​​ເສຍ​ຊີວິດ. ນະ​ທີ່​ນີ້, ຂ້າ​ພະ​ເຈົ້າ​ຂໍ​ສະ​ເໜີ​ໃຫ້​​ພວກ​ເຮົາ​ຮ່ວມ​ກັນສະ​ແດງ​ຄວາມ​ໄວ້ອາ​ໄລ​ຕໍ່​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ພະຍາດ​ຄັ້ງ​ນີ້, ​ແລະ​ສະ​ແດງ​ຄວາມ​ເຫັນ​ໃຈ​ຕໍ່ຄອບ​ຄົວ​ຍາດ​ພີ່ນ້ອງ​ຂອງ​ເຂົາ​ເຈົ້າ.

​-ເມື່ອ​ຜະ​ເຊີນ​ໜ້າ​ກັບ​ພະຍາດ, ຈີນ ​ແລະອາ​ຟຣິກາ​ໄດ້​ຜ່ານ​ການ​ທົດ​ສອບ​ທີ່​ຂ້ຽວ​ຂາດ. ປະຊາຊົນ​ຈີນ​ໄດ້ຜ່ານ​ຈາກ​ຄວາມ​ພະຍາຍາມ​ຢ່າງ​ລຳບາກ,​ເສຍສະຫຼະ​ຄ່າ​ຕອບແທນຢ່າງ​ໃຫຍ່​ຫຼວງ, ຈຶ່ງ​ສາ​ມາດ​ຄວບ​ຄຸມການ​ແຜ່​ລະບາດ​ຂອງ​ພະຍາດໄວ້​ໄດ້, ​ແຕ່​ກໍ​ຍັງ​ຜະ​ເຊີນ​ໜ້າ​ກັບ​ຄວາມ​ກົດ​ດັນ​ທີ່​ອາດ​ຈະ​ແຜ່​ລະບາດ​ຄືນ​ໃໝ່.ລັດຖະບານ ​ແລະ ປະຊາຊົນ​ບັນດາ​ປະ​ເທດ​ອາ​ຟຣິກາໄດ້​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ສະຫະພາບ​ອາ​ຟຣິກາໄດ້​ປະສານ​ງານ​ຢ່າງ​ສຸດ​ຄວາມ​ສາມາດ, ​ໃຊ້​ມາດ​ຕະກາ​ນທີ່​​ເຂັ້ມ​ແຂງ, ​ສາມາດຫຼຸດຜ່ອນ​ການ​ແຜ່​ລະບາດ​ຂອງ​ພະຍາດ​ຢ່າງ​ມີ​ປະສິດທິ​ຜົນ, ​ເຊິ່ງ​ເປັນ​ໝາກຜົນ​ທີ່​ຍາດ​ມາ​ໄດ້​ບໍ່​ແມ່ນ​ງ່າ​ຍ.

-ເມື່ອ​ຜະ​ເຊີນ​ໜ້າ​ກັບ​ພະຍາດ, ຈີນ ​ແລະອາ​ຟຣິກາ​​ໄດ້​ສະໜັບສະໜູນ​ເຊິ່ງກັນ​ແລະ​ກັນ ​ແລະ ໄດ້ສູ້ຊົນຄຽງ​ບ່າ​​ຄຽງ​ໄຫຼ່ກັນ. ​ໃນ​ເວ​ລາ​ທີ່​ຈີນ​ປະສົບ​ຄວາມ​ຫຸຍ້ງຍາກ​ລຳບາກ​ທີ່​ສຸດ​ໃນ​ການ​ຕ້ານ​ກັບ​ພະຍາດ, ອາ​ຟຣິກາ​ໄດ້​ໃຫ້ການ​ສະໜັບສະໜູນ​ທີ່​ລໍ້າ​ຄ່າແກ່ຈີນ, ພວກ​ເຮົາ​ຈະ​ຈື່​ຈຳ​ໄວ້​ໃນ​ໃຈ. ຫຼັງ​ຈາກ​ອາ​ຟຣິກາ​ເກີດ​ການ​ແຜ່​ລະບາດ​ຂອງ​ພະຍາດ​ແລ້ວ, ຈີນ​ໄດ້​ນຳ​ໜ້າ​ກ່ອນ​ໝູ່​ໃຫ້ກາ​ນຊ່ວຍ​ເຫຼື​ອ, ​ແລະ​ສ​ະໜັບສະ​ໜູນ​ປະຊາ​ຊົນ​ອາ​ຟຣິກາ​ຢ່າງ​ເດັດດ່ຽວ.

-ເມື່ອ​ຜະ​ເຊີນ​ໜ້າ​ກັບ​ພະຍາດ, ຈີນ ​ແລະອາ​ຟຣິກາ​ມີ​ຄວາມ​ສາມັກຄີ​ຫຼາຍ​ກວ່າ​ເກົ່າ, ມິດຕະພາບ ​ແລະ ​ຄວາມ​ໄວ້​ເນື້ອ​​ເຊື່ອ​ໃຈ​ກັນ​ມີ​ຄວາມ​ໜັກ​ແໜ້ນ​ກວ່າ​ເກົ່າ. ຂ້າ​ພະ​ເຈົ້າ​ຂໍ​ກ່າວ​ເນັ້ນໜັກອີກເທື່ອໜຶ່ງວ່າ: ຈີນຈະ​ທະນຸຖະໜອມ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ​ຈີນ-​ອາ​ຟຣິກາ, ບໍ່​ວ່າ​ສະຖານະ​ການ​ສາກົນ​​ຈະ​ຜັນ​ແປ​ໄປ​ແນວ​ໃດ​ກໍ​ຕາມ, ຄວາມ​ຕັດສິນ​ໃຈ​ຂອງ​ຈີນ​ທີ່​ຈະເພີ່ມ​ທະວີ​ຄວາມ​ສາມັກຄີ ​ແລະ ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ-​ອາ​ຟຣິກາ​ຈະ​ບໍ່​ຫວັ່ນ​ໄຫວ​ຄອນ​ແຄນ​ຢ່າງ​ເດັດຂາດ.

 ບັນດາ​ເພື່ອນ​ຮ່ວມ​ງານ!

ປະຈຸ​ບັນ, ພະຍາດ​ໂຄ​ວິດ-19​ຍັງ​ຄົງ​ແຜ່​ລະບາດ​ໃນ​ທົ່ວ​ໂລກ, ຈີນ ​ແລະ ອາ​ຟຣິກາ​ລ້ວນ​ແຕ່​ຜະ​ເຊີນ​ໜ້າ​ກັບຄວາມຫຍຸ້ງຍາກລຳບາກ​ໃນ​ການ​ຕ້ານ​ກັບ​ພະຍາດ, ຮັກສາ​ຄວາມໝັ້ນ​ຄົງ​ຂອງເສດຖະກິດ, ​ທັງ​ຮັບປະກັນ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ. ພວກ​ເຮົາ​ຄວນ​ຍຶດໝັ້ນ​ຫຼັກການ​ທີ່​ຖື​ປະຊາ​ຊົນ​ສຳຄັນ​ທີ່​ສຸດ ​ແລະ​ຖື​ຊີວິດ​ສຳຄັນ​ທີ່​ສຸດ, ຈັດ​ສັນ​ຊັບພະຍາກອນ​ຢ່າງ​ເປັນ​ເອກະ​ພາບ​ກັນ, ສາມັກຄີ ​ແລະ​ຮ່ວມ​ມື​ກັນ, ​ສຸມ​ທຸກ​ຄວາມ​ພະຍາຍາມ​ເພື່ອ​ປົກ​ປ້ອງ​ຄວາມ​ປອດ​ໄພ​ດ້ານ​ຊີວິດ ​ແລະສຸຂະພາບ​ຮ່າງກາຍ​ຂອງ​ປະຊາຊົນ, ຫຼຸດຜ່ອນ​ຜົນ​ກະທົບ​ຂອງ​ພະຍາດ​ໃຫ້​ລົງ​ສູ່​ລະດັບ​ຕໍ່າ​ສຸດ.

 

ໜຶ່ງ, ພວກ​ເຮົາ​ຕ້ອງ​​ເດັດດ່ຽວ​ຮ່ວມ​ມື​ກັນ​ຕ້ານ​ກັບ​ພະຍາດ​ຢ່າງ​ບໍ່​ຫວັ່ນ​ໄຫວຄອນ​ແຄນ. ຈີນ​ຈະ​ສືບ​ຕໍ່​ສະໜັບສະໜູນ​ວຽກ​ງານ​ຕ້ານ​ກັບ​ພະຍາດ​ຂອງ​ອາ​ຟຣິກາ​ຢ່າງ​ສຸດ​ຄວາມ​ສາມາດ​ຂອງ​ຕົນ, ​ເລັ່ງລັດ​ຈັດ​ຕັ້ງ​ປະຕິບັດ​ມາດ​ຕະການ​ທີ່​ຂ້າພະ​ເຈົ້າ​ໄດ້​ປະກາດ​ໃນ​ພິທີ​ເປີດ​ກອງປະຊຸມ​​ອະນາ​ໄມ​ໂລກ, ສືບ​ຕໍ່​ໃຫ້ກາ​ນຊ່ວຍ​ເຫຼືອ​ດ້ານ​ວັດຖຸ​ແກ່​ປະ​ເທດ​ອາ​ຟຣິກາ, ສົ່ງ​ໜ່ວຍ​ຊ່ຽວຊານ​ແພດ​ໝໍ, ປະສານ​ງານ​ໃຫ້​ຝ່າຍຈັດຊື້ຂອງ​ອາ​ຟຣິກາມາ​ຈັດ​ຊື້​ອຸປະກອນ​ຕ້ານ​ພະຍາດ​ຢູ່​ຈີນ. ຈີນ​ຈະ​ລົງມື​ກໍ່ສ້າງ​ສຳນັກງານ​​ໃຫຍ່​ຂອງ​ສູນ​ຄວບ​ຄຸມພະ​ຍາດ​ອາ​ຟຣິກາ​ພາຍ​ໃນ​ປີ​ນີ້​ກ່ອນ​ເວລາ​ກຳນົດ, ຮ່ວມ​ກັບ​ຝ່າຍ​ອາ​ຟຣິກາດຳ​ເນີນ “ການ​ເຄື່ອນ​ໄຫວ​ສາທາລະນະ​ສຸກ” ພາຍ​ໃນ​ຂອບ​ເວທີ​ປຶກສາ​ຫາລືການ​ຮ່ວມ​ມື​ຈີນ-​ອາ​ຟຣິກາ​ໃຫ້​ດີ, ​ເລັ່ງລັດ​ສ້າງ​ໂຮງໝໍ​ມິດຕະພາບ​ຈີນ-​ອາ​ຟຣິກາ​ ​ແລະ​ການ​ຮ່ວມ​ມື​ຂອງ​ໂຮງໝໍ​ແຮກ​ສ່ຽວລະຫວ່າງ​​ຈີນ-​ອາ​ຟຣິກາ, ຮ່ວມ​ກັນ​ສ້າງ​ປະຊາ​ຄົມ​ຮ່ວມ​ສາທາລະນະ​ສຸກ​​ຈີນ-​ອາ​ຟຣິກາ. ຈີນ​​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ, ຫຼັງ​ຈາກ​ສຳ​ເລັດ​ການ​ຄົ້ນຄວ້າ​ຜະລິດ​ຢາ​ວັກ​ແຊງ​ຕ້ານ​ເຊື້ອ​ພະຍາດ​ໂຄ​ວິດ-19 ​ແລະ ​ເລີ່​ມນຳ​ໃຊ້​ແລ້ວ, ​ບັນ​ດາປະ​ເທດ​ອາ​ຟຣິກາ​​ຈະ​ນອນ​ຢູ່​ໃນ​ປະ​ເທດ​ທຳ​ອິດ​ທີ່​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ.

ສອງ, ພວກ​ເຮົາ​ຄວນ​ຊຸກ​ຍູ້​ການ​ຮ່ວມ​ມື​ຈີນ-​ອາ​ຟຣິກາ​ຢ່າງ​ເດັດດ່ຽວ​ໜຽວ​   ແໜ້ນ. ​ເພື່ອ​ຜ່ານ​ຜ່າ​ຜົນ​ກະທົບ​ຈາກ​ການ​ແຜ່​ລະບາດ​ຂອງ​ພະຍາດ, ພວກ​ເຮົາ​ຄວນ​ເພີ່​ມທະວີ​ການ​ຮ່ວມ​ມື​​ໃນ​ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ”, ​ເລັ່ງລັດ​ຈັດ​ຕັ້ງ​ປະຕິບັດ​ໝາກຜົນ​ຂອງ​ກອງ​ປະ​ຊຸມ​ສຸດ​ຍອດ​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ຈີນ-​ອາ​ຟຣິກາ​ຢູ່​ນະຄອນຫຼວງ​ປັກ​ກິ່ງ, ​ແລະໃຫ້​ບຸ​ລິ​ມະ​ສິດ​ທີ່​ຈຳ​ເປັນ​ທີ່​ສຸດ​ຕໍ່ການ​ຮ່ວມ​ມື​​ໃນ​ຂົງ​ເຂດ​ສາທາລະນະ​ສຸກ, ການຟື້ນ​ຟູ​ການ​ຜະລິດ ​ແລະການ​ເຮັດ​ວຽກ, ​ແລະປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ.

ຈີນ​ຈະ​ຍົກ​ເວັ້ນໜີ້​ສິນ​ເງິນ​ກູ້​ປອດດອກ​ເບ້ຍໃຫ້​ປະ​ເທດ​ອາ​ຟຣິກາ​ທີ່​ກ່ຽວຂ້ອງ​ທີ່​ຈະ​ໝົດ​ອາຍຸ​ກຳນົດ​ໃນ​ທ້າຍ​ປີ 2020 ​ພາຍ​ໃນ​ຂອບ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ຈີນ-ອາ​ຟ​ຣິ​ກາ.ຈີນ​ຍິນ​ດີ​ຮ່ວມ​ກັບ​ປະຊາ​ຄົມ​ໂລກ, ​ເພີ່ມ​ທະວີ​ການ​ສະໜັບສະໜູນ​ຕໍ່​ປະ​ເທດ​ອາ​ຟຣິກາ​ທີ່​ມີ​ການ​ແຜ່​ລະບາດ​ຂອງ​ພະຍາດ​ຢ່າງ​ຮ້າຍ​ແຮງ​ທີ່​ສຸດ ​ແລະມີ​ຄວາມ​ກົດ​ດັນ​ຫຼາຍ​ທີ່​ສຸດ, ​ເຊິ່ງລວມທັງ​ການ​​​ເລື່ອນ​ເວລາ​ຊຳລະໜີ້​ຕື່ມ​ອີກ ​ເພື່ອ​ຊ່ວຍ​ເຫຼືອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃນ​ປະຈຸ​ບັນ. ຈີນ​ສົ່ງ​ເສີມ​ໃຫ້​ສະ​ຖາ​ບັນ​ການ​ເງິນ​ທີ່​ກ່ຽວຂ້ອງ​ຂອງ​ຈີນ​ພິຈາລະນາ​ຕາມ “​ຂໍ້​ລິ​ເລີ່​ມ​​ເລື່ອນ​​ເວລາ​ຊຳລະໜີ້​ຂອງ​ກຸ່ມG20”, ປືກສາ​ຫາລື​ກັບປະ​ເທດ​ອາ​ຟຣິກາ​ບົນ​ຈິດ​ໃຈ​ມິດ​ຕະ​ພາບກ່ຽວ​ກັບ​ການຈັດ​ສັນ​ເງິນ​ກູ້ເພື່ອ​ການ​ຄ້າທີ່​ລັດ​ຄ້ຳ​ປະ​ກັນໂດຍ​ອີງ​ຕາມ​ຫຼັກການ​ຕະຫຼາດ. ຈີນ​ຈະ​ຮ່ວມ​ກັບ​ສະມາຊິກ​ກຸ່ມG20 ຈັດ​ຕັ້ງ​ປະຕິບັດ“​ຂໍ້​ລິ​ເລີ່​ມ​​ເລື່ອນ​​ເວລາ​ຊຳລະໜີ້​ຂອງ​ກຸ່ມG20”, ທັງ​ຮຽກຮ້ອງ​ໃຫ້ກຸ່ມG20​ເລື່ອນ​ເວລາ​​ຕື່ມອີກໃນການໄຊ້ໜີ້ໃຫ້​ແກ່​ປະ​ເທດ​ທີ່​ກ່ຽວຂ້ອງ​ເຊິ່ງລວມທັງ​ປະ​ເທດ​ອາ​ຟຣິກາ ບົນ​ພື້ນຖານ​ຂອງ​ການຈັດ​ຕັ້ງ​ປະຕິບັດ​ຂໍ້​ລິ​ເລີ່​ມ​ເລື່ອນ​ເວລາ​ໄຊ້ໜີ້​ໃນ​ປະຈຸ​ບັນ.

ຈີນ​ຫວັງ​ໃຫ້​ປະຊາ​ຄົມ​ໂລກ ​ໂດຍ​ສະ​ເພາະ​ແມ່ນ​ປະ​ເທດທີ່​ພັດທະນາ​ແລ້ວ ​ແລະ ສະ​ຖາ​ບັນ​ການ​ເງິນ​ຫຼາຍ​ຝ່າຍ​ຈົ່ງ​ໃຊ້​ມາດ​ຕະການ​ທີ່​​ເຂັ້ມ​ແຂງ​ກວ່າ​ເກົ່າ​ໃນ​ບັນຫາ​ຫຼຸດຜ່ອນ ຫຼືເລື່ອນ​​ເວລາ​ໄຊ້ໜີ້​ໃຫ້​ແກ່ອາ​ຟຣິກາ. ຈີນ​ຍິນ​ດີ​ຮ່ວມ​ມືກັບ​​ອົງ​ການສະຫະປະຊາຊາດ, ອົງການ​ອະນາ​ໄມ​ໂລກ ​ແລະຄູ່​ຮ່ວມ​ມື​ອື່ນໆ​ໃນ​ການ​ຊ່ວ​ຍ​ເຫຼືອ​ອາ​ຟຣິກາ​ຕ້ານ​ກັບ​ພະຍາດບົນ​ພື້ນຖານ​ທີ່​ເຄົາລົບ​ຄວາມປາຖະໜາຂອງ​ອາ​ຟຣິກາ.

ການ​ຊຸກຍູ້​ອາ​ຟຣິກາ​ບັນລຸ​ການ​ພັດທະນາ​ແບບ​ຍືນ​ຍົງ​ແມ່ນ​ແຜນໄລຍະຍາວ. ຈີນ​ສະໜັບສະໜູນ​ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ອາ​ຟຣິກາ, ສະໜັບສະໜູນ​ອາ​ຟຣິກາ​ເພີ່ມ​ທະວີ​ການ​ເຊື່ອມ​ຈອດ​ກັນ ​ແລະ​ ຮັບປະກັນ​ຕ່ອງ​ໂສ້​ອຸດສາຫະກຳ ​ແລະຕ່ອງ​ໂສ້​ການ​ສະໜອງ, ຍິນ​ດີ​ຮ່ວມ​ກັບ​ອາ​ຟຣິກາ, ຮ່ວມ​ກັນ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ອຸດສາຫະກຳ​ແບບ​ໃໝ່ ​ເຊັ່ນ, ​ເສດຖະກິດ​ດີ​ຈີ​ຕອນ, ຕົວ​ເມືອງ​ອັດສະລິຍະ, ພະລັງ​ງານ​ສະອາດ, 5G ​ແລະ​ອື່ນໆ, ຊຸກຍູ້​ການ​ພັດທະນາ ​ແລະຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ອາ​ຟຣິກາ.

ສາມ, ພວກ​ເຮົາ​ຄວນ​ປະຕິບັດ​ຕາມ​ລັດທິ​ຫຼາຍຝ່າຍ​ຢ່າງ​ເດັດດ່ຽວ​ໜຽວ​ແໜ້ນ. ຄວາມ​ສາມັກ​ຄີ ​ແລະ ການ​ຮ່ວມ​ມື​ແມ່ນ​ອາວຸດ​ທີ່​ເຂັ້ມ​ແຂງ​ທີ່​ສຸດ​ໃນ​ການ​ຕ້ານ​ກັບ​ພະຍາດ. ຈີນ​ຍິນ​ດີ​ຮ່ວມ​ກັບ​ອາ​ຟຣິກາ, ຮັກສາລະບົບ​ບໍລິຫານໂລກທີ່​ຖື​ອົງການ​ສະຫະ​ປະຊາ​ຊາດ​ເປັນ​ແກນ​ກາງ, ສະໜັບສະໜູນ​ອົງການ​ອະນາ​ໄມ​ໂລກ​ປະກອບສ່ວນ​ຫຼາຍ​ກວ່າ​ເກົ່າ​ເຂົ້າ​ໃນ​ການ​ຕ້ານ​ກັບ​ພະຍາດ​ໃນ​ທົ່ວ​ໂລກ. ພວກ​ເຮົາ​ຄັດຄ້ານ​ການຫັນ​ບັນຫາ​ການ​ແຜ່​ລະບາດ​ຂອງ​ພະຍາດ​ເປັນບັນຫາ​ການ​ເມືອງ ຫຼືຕີ​ຄວາມ​ໝາຍວ່າ ​ເຊື້ອ​ພະຍາດ​ຂຶ້ນ​ກັບປະ​ເທດ​ໃດໜຶ່ງ, ຄັດຄ້ານ​ການຈຳ​ແນ​ກ​ເຊື້ອ​ຊາດ​ຜິວ​ພັນ ​ແລະ​ ແນວ​ຄິດອະຄະຕິດ້ານ​ຮູບ​ຖານ​ຈິດ​ສຳ​ນຶກ, ​ເດັດດ່ຽວ​ປົກ​ປ້ອງ​ຄວາມ​ຍຸຕິ​ທຳ ​ແລະຄວາມ​ເປັນ​ທຳ​ໃນ​ສາກົນ.

ສີ່, ພວກເຮົາຕ້ອງຊຸກຍູ້ມິດຕະພາບຈີນ-ອາຟ​ຣິກາຢ່າງໝັ້ນໜຽວບໍ່ປ່ຽນແປງ. ປັດຈຸບັນ, ໂລກພວມຢູ່ໃນສະພາບການທີ່ມີການປ່ຽນແປງຢ່າງໃຫຍ່ຫຼວງ​ແບບບໍ່ເຄີຍມີມາກ່ອນໃນໄລຍະຮອບຮ້ອຍປີ. ໂດຍຜະເຊີນໜ້າກັບໂອກາດໃໝ່ແລະສິ່ງທ້າທາຍໃໝ່, ຈີນແລະອາຟຣິກາມີຄວາມຕ້ອງການໃນການເພີ່ມທະວີການຮ່ວມມືຫຼາຍກວ່າ​ເວລາໃດໝົດ. ຂ້າພະເຈົ້າຍິນດີຮັກສາການພົວພັນຢ່າງໃກ້ຊິດກັບບັນດາທ່ານເພື່ອຮັດແໜ້ນ​ມິດ​ຕະ​ພາບ​ແລະຄວາມໄວ້ເນື້ອເຊື່ອໃຈ​ກັນ, ສະໜັບສະໜູນເຊິ່ງກັນແລະກັນໃນບັນຫາທີ່ກ່ຽວພັນເຖິງຜົນປະໂຫຍດໃຈກາງຂອງ​ກັນ​ແລະ​ກັນ,​ ຮ່ວມກັນຮັກສາຜົນປະໂຫຍດ​ພື້ນຖານຂອງຈີນແລະປະເທດອາຟຣິກາກໍຄືປະເທດທີ່ພວມພັດທະນາ, ຊຸກຍູ້ໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ​ຈີນ-ອາ​ຟ​ຣິ​ກາພັດທະນາ​ຂື້ນສູ່ລະດັບສູງ.

 ບັນດາເພື່ອນຮ່ວມງານ!

ພວກເຮົາໄດ້ຕົກລົງ​ຮ່ວມກັນ​ໃນ​ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຟ​ຣິກາທີ່ແໜ້ນແຟ້ນກວ່າເກົ່າໃນກອງປະຊຸມເວທີປຶກສາຫາລືການຮ່ວມມືຈີນ-ອາຟ​ຣິ​ກາທີ່ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ມື້ນີ້ ພວກເຮົາໄດ້ຈັດກອງປະຊຸມ​ສຸດຍອດສະໄໝພິເສດເພື່ອສາມັກຄີກັນຕ້ານກັບພະຍາດກໍເປັນການປະຕິບັດຕາມຄຳໝັ້ນສັນຍາ​ທີ່​ໃຫ້​ໄວ້ໃນກອງປະຊຸມເວທີປຶກສາຫາລືດັ່ງກ່າວ​ດ້ວຍການກະທຳຕົວຈິງທັງເປັນການປະກອບສ່ວນເຂົ້າໃນການຮ່ວມມື​ສາ​ກົນ​ເພື່ອຕ້ານກັບພະຍາດ. ຂ້າພະເຈົ້າເຊື່ອໝັ້ນວ່າ, ມະນຸດເຮົາຈະເອົາຊະນະພະຍາດໃນທີ່ສຸດ, ປະຊາຊົນຈີນແລະປະຊາຊົນອາ​ຟ​ຣິ​ກາກໍຈະມີຊີວິດການເປັນຢູ່ທີ່ດີງາມກວ່າເກົ່າ.

 ຂໍຂອບໃຈ.

圖片默認標題_fororder_wKgACl7qbgqAH2WdAAAAAAAAAAA446.900x517.750x431

 

ຄຳ​ເຫັນ

0