尚艷波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ຊຽນ​ຄອງ​ຄອຍ​ເຊັນ​ສັນ​ຍາ RCEP ໃນ​ປີ​ນີ້

2020-06-28 11:45:04 cri

ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຄັ້ງ​ທີ 36 ໄດ້​ຈັດ​ຂຶ້ນ​ຜ່ານ​ທາງວິ​ດີ​ໂອ​ໃນ​ວັນ​ທີ 26 ມິ​ຖຸ​ນາ​ນີ້.  ໃນ​ຖະ​ແຫຼງ​ການ​ປະ​ທານ​ຂອງກອງ​ປະ​ຊຸມ​ທີ່​ເປີດ​ເຜີຍ​ໃນ​ວັນ​ທີ 27 ມິ​ຖຸ​ນາ​ນີ້, ບັນ​ດາ​ຝ່າຍ​ທີ່​ຮ່ວມ​ປະ​ຊຸມ​ກ່າວ​ວ່າ: ອາ​ຊຽນມີ​ຄວາມ​ຄອງ​ຄອຍ​ໜ້າ​ຢາກ​ເຊັນ​ສັນ​ຍາ​ວ່າ​ດ້ວຍການ​ພົວ​ພັນ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ຂອງ​ພາກ​ພື້ນ(RCEP)ກ່ອນ​ທ້າຍ​ປີ​ນີ້.
 

ໃນ​ຖະ​ແຫຼງ​ການ​ອີກ​ສະ​ບັບ​ໜຶ່ງ​ທີ່​ເຜີຍ​ແຜ່ໃນ​ວັນ​ທີ 26 ມິ​ຖຸ​ນາ​ນີ້, ຜູ້​ນຳ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໄດ້​ເຫັນ​ດີ​ຈະ​ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ບັນ​ລຸ​ການ​ເຊັນ​ສັນ​ຍາ RCEP ທີ່​ທັນ​ສະ​ໄໝ, ຮອບ​ດ້ານ, ມີ​ຄຸນ​ນະ​ພາບ​ສູງ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ພາຍ​ໃນ​ປີ​ນີ້, ພ້ອມ​ທັງ​ໄດ້​ສະ​ແດງ​ຄຳ​ໝັ້ນ​ສັນ​​ຍາ​ທີ່​ເດັດ​ດ່ຽວ​ໜຽວ​ແໜ້ນ​ຂອງ​ອາ​ຊຽນ​ກໍ​ຄື​ຄູ່​ເຈ​ລະ​ຈາ​ໃນ​ການ​ປົກ​ປັກ​ຮັກ​ສາ​ການ​ເປີດ​ປະ​ຕູ, ກວມ​ລວມ, ລະ​ບົບ​ການ​ຄ້າ​ຫຼາຍ​ຝ່າຍຕາມ​ກົດກະ​ຕິ​ຕາ.
 

RCEP ໄດ້​ລິ​ເລີ່ມ​ຂຶ້ນ​ໂດຍ 10 ປະ​ເທດ​ອາ​ຊຽນ, ແລະໄດ້​ເຊື້ອ​ເຊີນ​ຈີນ, ຍີ່​ປຸ່ນ, ສ.ເກົາ​ຫຼີ, ອົ​ສ​ຕ​ຣາ​ລີ, ນູ​ແວັນ​ເຊ​ລັງແລະ​ອິນ​ເດຍ​ທັງ​ໝົດ 6 ປະ​ເທດ​ຄູ່​ເຈ​ລະ​ຈາ​ເຂົ້າ​ຮ່ວມ. ກອງ​ປະ​ຊຸມ​ຜູ້​ນຳ RCEP ຄັ້ງ​ທີ 3 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ບາງກອກ​ປະ​ເທດ​ໄທ​ໃນ​ເດືອນ​ພະ​ຈິກ​ປີ 2019 ແລະ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ ໂດຍ​ໄດ້​ປະ​ກາດ​​ວ່າ: 15 ປະ​ເທດ​ໄດ້​ສິ້ນ​ສຸດ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ເນື້ອ​ໃນ​ສັນ​ຍາ​​ເປັນລາຍ​ລັກ​ອັກ​ສອນ​ທັງ​ໝົດ​ກໍ​ຄື​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​​ອະ​ນຸ​ມັດໃຫ້​ເຂົ້າ​ເຖິງ​ຕະ​ຫຼາດທີ່​ເປັນ​ຮູບ​ປະ​ທຳ.

ຄຳ​ເຫັນ

0