ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ຕາມໜັງສືພິມ “ຕ້າກົ່ງປ້າວ”ຮົງກົງຈີນລາຍງານໃນວັນທີ 28 ມິຖຸນານີ້ວ່າ: ຄຽງຄູ່ກັບການຄົ້ນຄວ້າກ່ຽວກັບພະຍາດໂຄວິດ-19 ໃນທົ່ວໂລກກ້າວສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ສະພາບການລະບາດພະຍາດໂຄວິດ-19 ໃນຫຼາຍປະເທດ ອາດຈະມີການປ່ຽນແປງ ເຊິ່ງຈຸດເວລາທີ່ປະກົດເຫັນມີຄົນເຈັບຫຼືເວລາທີ່ເລີ່ມເກີດມີການແຜ່ລະບາດໃນທ້ອງຖິ່ນແຫ່ງນັ້ນ ອາດຈະຢູ່ກ່ອນເວລາທີ່ປະກາດໃນປັດຈຸບັນນັ້ນຢ່າງຫຼວງຫຼາຍ.
ວັນທີ 15 ພຶດສະພາ, ທ່ານກາໂຕະ ກາຊູໂນປູ ລັດຖະມົນຕີກະຊວງສາທາລະນະສຸກຍີ່ປຸ່ນກ່າວວ່າ: ໃນຕົວຢ່າງເລືອດ 500 ສະບັບຂອງຕົ້ນປີ 2019 ນີ້, ສະພາກາແດງຍີ່ປຸ່ນໄດ້ກວດພົບເຊື້ອໄວຣັດໂຄວິດ-19 ເປັນຜົນບວກ 2 ສະບັບ.
ວັນທີ 26 ມິຖຸນານີ້, ນັກໄວຣັດວິທະຍາຂອງແອສປາຍໄດ້ພົບເຫັນເຊື້ອໄວຣັດໂຄວິດ-19 ໃນຕົວຢ່າງນ້ຳເສຍທີ່ເກັບກຳໃນເດືອນມີນາປີ 2019, ເຊິ່ງໄວກ່ອນທີ່ຈີນລາຍງານພົບເຫັນຜູ້ຕິດພະຍາດໂຄວິດ-19 ຄົນທຳອິດ 9 ເດືອນ.
ຕົ້ນເດືອນພຶດສະພານີ້, ທ່ານມີແຊວ ເມນຮາມ ເຈົ້າເມືອງເບເລວິນນະຄອນເອເຊັກສລັດນິວເຈຊີອາເມຣິກາກ່າວວ່າ: ຕາມບົດລາຍງານການວັດແທກທີ່ເມືອງຊັນຕາເຄີລາຣາຂອງລັດກາລີໂຟເນຍອາເມຣິກາເຜີຍແຜ່ໃນທ້າຍເດືອນເມສານີ້ ໄດ້ສະແດງໃຫ້ເຫັນວ່າ: ໃນວັນທີ 6 ກຸມພາ ເມືອງດັ່ງກ່າວກໍ່ມີຄົນເສຍຊີວິດຍ້ອນໂຄວິດ-19 ແລ້ວ. ນີ້ໄດ້ສະແດງໃຫ້ເຫັນວ່າ ໂຄວິດ-19 ອາດຈະເລີ່ມແຜ່ລະບາດໃນລັດກາລີໂຟເນຍໃນເດືອນມັງກອນຫຼືອາດຈະຢູ່ກ່ອນເວລານັ້ນ.
ທິມງານຄົ້ນຄວ້າຂອງມະຫາວິທະຍາໄລແລະສະຖາບັນຂອງອັງກິດໄດ້ວິເຄາະຂໍ້ມູນແຊັນໄວຣັດຫຼາຍກວ່າ 7500 ສະບັບຂອງຜູ້ຕິດພະຍາດໂຄວິດ-19 ຂອງທົ່ວໂລກ ແລະເຫັນວ່າ: ຕົ້ນກຳເນີດຂອງໄວຣັດໂຄວິດ-19 ເຫຼົ່ານີ້ມາຈາກທ້າຍປີ 2019, ເຊິ່ງໝາຍຄວາມວ່າ: ພະຍາດໂຄວິດ-19 ອາດຈະເລີ່ມແຜ່ລະບາດຢູ່ທົ່ວໂລກຢ່າງກວ້າງຂວາງໃນທ້າຍປີກາຍນີ້.
ຄຳເຫັນ
0