秦瑛蓮

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອະດີດປະທານລັດຖະສະພາໄທກ່າວວ່າ ກົດໝາຍຮັກສາຄວາມໝັ້ນຄົງຢູ່ຮົງກົງຈະຮັກສາຄວາມຈະເລີນແລະຄວາມໝັ້ນຄົງຢູ່ຮົງກົງ

2020-06-29 16:49:59 cri

ເມື່ອບໍ່ດົນມານີ້, ໃນເວລາໃຫ້ສໍາພາດຕໍ່ນັກຂ່າວກ່ຽວກັບສະພາຜູ້ແທນແຫ່ງຊາດຈີນໄດ້ສ້າງກົດໝາຍຮັກສາຄວາມໝັ້ນຄົງຢູ່ຮົງກົງ, ທ່ານໂພຄິນ ພົນລະກຸນ, ອະດີດປະທານລັດຖະສະພາໄທກ່າວວ່າ, ເຊື່ອໝັ້ນວ່າພາຍໃຕ້ການປົກປັກຮັກສາຂອງກົດໝາຍສະບັບນີ້, ຮົງກົງຈະສາມາດຮັກສາຄວາມຈະເລີນ ແລະຄວາມໝັ້ນຄົງຢ່າງຍາວນານ.

ທ່ານໂພຄິນກ່າວວ່າ, ຮົງກົງເປັນສ່ວນໜຶ່ງຂອງຈີນ, ຮົງກົງເກີດຄວາມບໍ່ສະຫງົບ, ລັດຖະບານຈີນຕ້ອງແກ້ໄຂບັນຫາ, ນີ້ເປັນເລື່ອງປົກກະຕິ ເພາະວ່ານີ້ແມ່ນວຽກງານພາຍໃນຂອງຈີນ. ການສ້າງກົດໝາຍສະບັບນີ້ ແມ່ນເພື່ອຮັກສາຄວາມໝັ້ນຄົງຍາວນານຂອງຮົງກົງ, ລົງໂທດຜູ້ທີ່ທໍາລາຍຄວາມໝັ້ນຄົງແຫ່ງຊາດ. ມີແຕ່ເຄົາລົບການປົກຄອງດ້ວຍກົດໝາຍເທົ່ານັ້ນ, ລະບຽບການສັງຄົມ ແລະຊີວິດການເປັນຢູ່ຂອງປະຊາຊົນຮົງກົງ ຈຶ່ງຈະສາມາດຟື້ນຟູຄວາມເປັນປົກກະຕິໄດ້.

ຕໍ່ກັບອາເມຣິກາທີ່ໄດ້ຕໍາໜິຕິຕຽນແບບບໍ່ມີຄວາມຮັບຜິດຊອບຕໍ່ການສ້າງກົດໝາຍສະບັບດັ່ງກ່າວ, ທ່ານໂພຄິນກ່າວວ່າ, ບໍ່ວ່າແມ່ນປະເທດລະບອບໃດກໍຕາມ, ກໍບໍ່ອະນຸຍາດໃຫ້ມີການທຸບຕີ, ປຸ້ນຈີ້ ແລະເຜົາຜານທໍາລາຍໃນນາມການປະທ້ວງ, ຄວາມເສລີ ແລະສິດທິມະນຸດບໍ່ສາມາດກາຍເປັນຂໍ້ອ້າງເພື່ອທໍາລາຍຊີວິດ ແລະຊັບສິນຂອງຄົນອື່ນ.

ຄຳ​ເຫັນ

0