莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຈົ້າ​ຄອງ​ລັດ​ນິວຢວກ​ອາ​ເມ​ຣິ​ກາ​ຮຽກ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີ​ໃສ່​ຜ້າ​ປິດ​ປາກ

2020-06-30 14:06:09 cri

ວັນ​ທີ 29 ມິ​ຖຸ​ນາ​ນີ້, ທ່ານ​ໂຄ​ໂມ ເຈົ້າ​ຄອງ​ລັດ​ນິວຢວກ​ຈັດ​ກອງ​ປະ​ຊຸມ​ຂ່າວ​ເພື່ອ​ແຈ້ງ​ສະ​ພາບຫຼ້າ​ສຸດກ່ຽວ​ກັບ​ພະ​ຍາດ​ໂຄວິດ-19 ​ຢູ່​​​ນິວຢວກ.

ທ່ານ​ໂຄ​ໂມ ຮຽກ​ຮ້ອງ​ໃຫ້​ທຳ​ນຽບ​ຂາວ​ເອົາ​ໃຈ​ໃສ່​ສະ​ພາບ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລະຜະ​ເຊີນ​ກັບ​ການ​ຂົ່ມ​ຂູ່​ຈາກ​ພະ​ຍາດ​ໂດຍ​ກົງ. ທ່ານ​ໂຄ​ໂມ​ກ່າວ​ວ່າ: ໃນ​ຂະ​ນະ​ນີ້, ຜູ້​ນຳ​ຄວນ​ອອກ​ມາ​ບອກ​ໃຫ້​ຊາວ​ອາ​ເມ​ຣິ​ກາ​ຮູ້​​ກ່ຽວ​ກັບສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ອາ​ເມ​ຣິ​ກາ ແລະ​ສະ​ພາບ​ການ​ທີ່​ປຽບ​ທຽບ​ກັບ​ປະ​ເທດ​ອື່ນ, ເຊິ່ງ​ລວມ​ທັງ​ສະ​ພາບ​ເສດ​ຖະ​ກິດ​ຂອງອາ​ເມ​ຣິ​ກາ, ​ຄວນ​ຮັບ​ຮູ້​ວ່ານີ້​ແມ່ນ​ການ​ຂົ່ມ​ຂູ່​ຢ່າງ​ແທ້​ຈິງ.

ທ່ານ​ໂຄ​ໂມ​ກ່າວ​ວ່າ: ທ່ານ​ໂດ​ນານ ທ​ຣຳ​ຄວນ​ເຮັດ​ວຽກ​ໃນ​ 2 ​ດ້ານ ນັ້ນ​ກໍ​ຄື: ເຊັນ​ດຳ​ລັດ​ບໍ​ລິ​ຫານ, ຮຽກ​ຮ້ອງ​ໃຫ້​ໝົດ​ທຸກ​ຄົນ​ໃສ່​ຜ້າ​ປິດ​ປາກ​​ຢູ່​ສະ​ຖາ​ທີ່​ສາ​ທາ​ລະ​ນະ. ​ອັນ​ທີສອງກໍ່​ແມ່ນ ປະ​ທາ​ນາ​ທິ​ບໍ​ດີ​ຄວນ​ເປັນ​ແບບ​ຢ່າງ​ໃນ​ການໃສ່​ຜ້າ​ປິດ​ປາກ.

ມື້​ດຽວ​ກັນ, ທ່ານ​ໂຄ​ໂມ​ຍັງ​ໄດ້​ວາງ​ສະ​ແດງ​ໃຫ້​ເຫັນ​ພາບ​ສະ​ຖິ​ຕິ​ກ່ຽວ​ກັບ​ຕົວ​ເລກ​ເຕີບ​ໂຕ​ຂອງ​ຜູ້​ຕິດ​ພະ​ຍາດ​ໂຄວິດ-19 ໃນ​ລັດ​ນິວຢວກ, ແລະ​ກ່າວ​ວ່າ, ຄົນ​​ນິວຢວກບໍ່​ຢາກ​ໃຫ້​ຕົວ​ເລກນີ້​ເພີ່ມ​ຂຶ້ນ​ອີກ​ແລ້ວ, ຢາກ​ໃຫ້​ໝົດ​ທຸກ​ຄົນ​ຮັບ​ມື​ກັບ​ສະ​ພາບ​ໂຄວິດ-19 ​ຢ່າງ​ຕັ້ງ​ອົກ​ຕັ້ງ​ໃຈ.

ຄຳ​ເຫັນ

0