ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 2 ກໍລະກົດນີ້, ກະຊວງການຕ່າງປະເທດ ສປປ ລາວ ໄດ້ອອກຖະແຫຼງການ ໂດຍສະແດງຄວາມຊົມເຊີຍ ແລະ ສະໜັບສະໜູນ ສປ ຈີນ ຕໍ່ການຮັບຮອງເອົາກົດໝາຍວ່າດ້ວຍການຮັກສາຄວາມຫມັ້ນຄົງແຫ່ງຊາດ ຂອງເຂດປົກຄອງພິເສດຮົງກົງ ແຫ່ງ ສປ ຈີນ ໂດຍກອງປະຊຸມຄະນະກໍາມະການ ປະຈໍາສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ຄັ້ງທີ 20 ສະໄໝທີ 13, ໃນວັນທີ 30 ມິຖຸນາ 2020 ຜ່ານມາ. ສປປ ລາວ ເຫັນວ່າ ການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວ ຈະຮັບປະກັນຄວາມຫມັ້ນຄົງ ແລະ ຄວາມຈະເລີນຂອງຮົງກົງໃນໄລຍະຍາວ. ລັດຖະບານ ສປປ ລາວ ເວລາໃດ ກໍ່ຍຶດໝັ້ນ ແລະ ສະໜັບສະໜູນນະໂຍບາຍຈີນດຽວ ແລະ ຮັບຮູ້ ຮົງກົງ ແມ່ນເຂດປົກຄອງພິເສດ ຂອງ ສປ ຈີນ ຕາມລະບົບການປົກຄອງ "ຫນື່ງປະເທດ ສອງລະບອບ".
ຄຳເຫັນ
0