莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄທ​ຊົມ​ເຊີຍ​ວັນ​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ໄທ-ຈີນ​ຄົບ​ຮອບ 45 ປີ

2020-07-02 14:51:35 CRI

ວັນ​ທີ 1 ກໍ​ລ​ະ​ກົດນີ້ ແ​ມ່ນ​ວັນ​ລະ​ນຶກ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຢ່າງ​ເປັນ​ທາງ​ການ​ກັບ​ລາ​ຊະ​ອະ​ນາ​ຈັກ​ໄທ​ຄົບ​ຮອບ 45 ປີ, ທ່ານດອນ ປ​ຣະ​ມະ​ວິ​ໄນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​​ໄທໄດ້​ກ່າວ​ຄຳ​ຊົມ​ເຊີຍ​ກ່ຽວ​ກັບ​ເລື່ອງນີ້.

ໃນ​ຄຳ​ຊົມ​ເຊີຍ, ທ່ານດອນ ປ​ຣະ​ມະ​ວິ​ໄນ​ກ່າ​ວວ່າ: ຈາກ​ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ມາ​ຮອດ​​​ການສ້າງ​ເປັນສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ໄທ-ຈີນ​ໃນ​ມື້ນີ້, ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ມີ​ການ​ພັດ​ທະ​ນາ​ເປັນ​ຢ່າງ​ດີ​ບໍ່​ວ່າ​ໃນ​ດ້ານ​ລັດ​ຖະ​ບານຫຼື​ໃນ​ດ້ານ​ປະ​ຊາ​ຊົນ. ​ການ​ຮ່ວມ​ມື​ແລະ​ການ​ແລກ​ປ່ຽນ​ຂອງສອງ​ຝ່າຍ​ໃນ​ຂົງ​ເຂດ​ການ​ຄ້າ ການ​ລົງ​ທຶນ ການ​ທ່ອງ​ທ່ຽວ ການ​ສຶກ​ສາ ວັດ​ທະ​ນະ​ທຳ ແລະ​ຮູບ​ເງົາ​ໂທ​ລະ​ພາບ​ເປັນ​ຕົ້ນ​ໄດ້​ນັບ​ມື້​ນັບ​ກ້າວ​ສູ່​ລວງ​ເລິກ, ແລະ​ຂະ​ຫຍາຍ​ໄປ​ຮອດ​ການ​ຮ່ວມ​ມື​ໃນ​ຂະ​ແໜງ​ການ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ແລະ​ການ​ປະ​ດິດ​ສ້າງ​ໃໝ່.

ທ່ານດອນ ປ​ຣະ​ມະ​ວິ​ໄນ​ກ່າວ​ວ່າ, ໃນ​ໄລ​ຍະ​ຮ່ວມ​ກັນ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ນັ້ນ, ໄທ-ຈີນ​ເບິ່ງ​ແຍງ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ, ຮ່ວມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ໄດ້​ສະ​ແດງ​ໃຫ້​ເຫັນ​​ຄວາມ​ຮັກ​ແພງ​ອັນ​ຈິງ​ໃຈ​ທີ່​ເປັນ​ຄອບ​ຄົວ​ດຽວ​ກັນ. ເຊື່ອ​ໝັ້ນ​ວ່າ ​ບົນ​ພື້ນ​ຖານ​ການ​ພົວ​ພັນ​ຮ່ວມ​ມື​ໄມ​ຕີ​ຈິດ​ອັນ​ພິ​ເສດນີ້, ອະ​ນາ​ຄົດ​ຂອງ​ການ​ພົວ​ພັນ​ໄທ-ຈີນ​ຈະ​ມີ​ການ​ພັດ​ທະ​ນາຫຼາຍກວ່າ​ເກົ່າ, ແລະ​ຈະ​ນຳ​ເອົາ​ຄວາມ​ສຸກ​ໃຫ້​ແກ່​ສອງ​ປະ​ເທດ ກໍ​ຄື​ພາກ​ພື້ນ​ຕົນ​ແລະ​ທົ່ວ​ໂລກຫຼາຍກວ່າ​ເກົ່າ.

ຄຳ​ເຫັນ

0