莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ຣິ​ກາຖືກ​ຕຳ​ໜິ​ຍ້ອນ​ຊື້​ຂາດ​ຢາ​ເລມ​ເດ​ຊິ​ເວຍ​

2020-07-04 14:43:13 cri

ວັນ​ທີ 2 ກໍ​ລະ​ກົດ​ນີ້, ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​​ໂຊເມຍ ສະ​ວະ​ເມຍ​ຕານ ນັກ​ວິ​ທະ​ຍາ​ສາດ​ອາ​ວຸ​ໂສ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ​ກ່າວ​ວ່າ: ທົ່ວ​ໂລກ​ສາ​ມັກ​ຄີ​ກັນ​ແມ່ນ​ສຳ​ຄັນ​ທີ່​ສຸດ, ​ບໍ່​ວ່າ​ຈະແມ່ນ​ຢາ​ເລມ​ເດ​ຊິ​ເວຍ​ແລະ​ຢາ​ອື່ນໆ, ຫຼື​ວ່າ​ຢາ​ວັກ​ແຊງ​ທີ່​ອາດ​ຈະ​ຄົ້ນ​ຄວ້າ​ຜະ​ລິດ​ອອກ​ມາກໍ່​ເຊັ່ນ​ກັນ, ນີ້​ແມ່ນ​ການ​ທົດ​ສອບ​ຕໍ່​ມວນ​ມະ​ນຸດ​ທັງ​ປວງ​ໃນ​ໂລກ.

ວັນ​ທີ 30 ມິ​ຖຸ​ນານີ້, ໜັງ​ສື​ພິມ The Guardian ອັງ​ກິດ​ລາຍ​ງານ​ວ່າ, ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ໄດ້​ຈອງ​ຊື້​ຢາ​ເລມ​ເດ​ຊິ​ເວຍ ຫຼາຍກວ່າ 5 ແສນ​ຫຼອດ, ນີ້​ໝາຍ​ຄວາມ​ວ່າ: ຜົນ​ຜະ​ລິດ​​ທັງ​ໝົດໃນ​ເດືອນກໍ​ລະ​ກົດ ແລະ​ 90% ຂອງ​ຜົນ​ຜະ​ລິດ​ໃນ​ເດືອນ​ສິງ​ຫາ​ແລະ​ກັນ​ຍາ ຂອງ​ບໍ​ລິ​ສັດ​ຈີ​ລິດ​ ຖືກ​ອາ​ເມ​ຣິ​ກາ​ຊື້​ຂາດ​ແລ້ວ.

ບົດ​ລາຍ​ງານ​ຂຽນ​ວ່າ: ການ​ກະ​ທຳ​ທີ່​ອາ​ເມ​ຣິ​ກາ​ຊື້​ຂາດ​ຢາ​ເລມ​ເດ​ຊິ​ເວຍ ບໍ່​ພຽງ​ແຕ່​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ວ່າ ກໍ​ລະ​ນີ​ຕິດ​ພະ​ຍາດ​ໂຄວິດ-19 ​ແລະ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດຢູ່​ອາ​ເມ​ຣິ​ກາ​ໄດ້​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວເທົ່າ​ນັ້ນ, ກໍ່​ຍັງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ທ່າ​ທີ​ຂອງ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ໃນ​ເວ​ລາ​ຮັບ​ມື​ກັບ​ສະ​ພາບ​ພະ​ຍາດ ເຊິ່ງກໍ່​ຄື: ໃຫ້​ບູ​ລິ​ມະ​ສິດ​ອາ​ເມ​ຣິ​ກາ​ເອງ. ບົດ​ລາຍ​ງານ​ໄດ້​ນຳ​ເອົາ​ຄຳ​ເວົ້າ​ຂອງ​ທ່ານ​ຈັ​ສ​ຕິນ ທ​ລູ​ເດວ​ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກາ​ນາ​ດາ​ວ່າ: ຖ້າ​ອາ​ເມ​ຣິ​ກາ​ສືບ​ຕໍ່​ເຮັດ​ແນວນີ້ ອາດ​ຈະ​ນຳ​ເອົາ​ຜົນ​ຮ້າຍ​ຢ້ອນຫຼັງ​ທີ່​ຄາດ​ຄຶດບໍ່​ໄດ້.

ຄຳ​ເຫັນ

0