莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວັກ​ແຊງ​ໂຄວິດ-19 ທີ່​ບັງ​ເກີດ​ຜົນ​ອາດ​ຈະ​ຜະ​ລິດ​ອອກ​ມາ​ໄດ້​ໃນ​ທ້າຍ​ປີນີ້

2020-07-04 14:38:11 cri

ວັນ​ທີ 3 ກໍ​ລະ​ກົດ​ນີ້, ທ່ານ​ເຕ​ໂດຼ​ສ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ອະ​ນາ​ໄມ​ໂລກ​ກ່າວ​ໃນ​ກອງ​ປະ​ຊຸມ​ຂ່າວ​ວ່າ: ເຖິງວ່າ​ປັດ​ຈຸ​ບັນ​ຍັງ​ບໍ່​ມີ​ວັກ​ແຊງ​ໂຄວິດ-19 ທີ່​​ບັງ​ເກີດ​ຜົນ, ແຕ່​ຄວນ​ມີ​ທ່າ​ທີ​ເຫັນ​ໄປ​ໃນ​ແງ່​ດີ​ຕໍ່​ເລື່ອງນີ້. ອົງ​ການ​ອະ​ນາ​ໄມ​ໂລກ​ໄດ້​ແລກ​ປ່ຽນ​ຄຳ​ເຫັນ​ກັບ​ວົງ​ການ​ວິ​ຊາ​ການ​ກ່ຽວ​ກັບ​ບັນ​ຫາ​ການ​ຜະ​ລິດ​ຢາ​ວັກ​ແຊງ​ໃນ​ອະ​ນາ​ຄົດ, ຮຽກ​ຮ້ອງ​ໃຫ້​ວົງ​ການ​ວິ​ຊາ​ການ​ວາງ​ແຜນ​ໃຫ້​ດີ, ເພື່ອ​ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ສະ​ໜອງ​ຢາ​ວັກ​ແຊງ​ໃນ​ອະ​ນາ​ຄົດ ໂດຍ​ຜ່ານ​ການ​ໂອນ​ເຕັກ​ນິກຫຼື​ໃຫ້​ສຳ​ປະ​ທານ, ເພື່ອ​ຮັບ​ປະ​ກັນ​ການ​ແບ່ງ​ປັນ​ຢ່າງ​ຍຸດ​ຕິ​ທຳ.

ທ່ານ​ມີ​ແກວ ຢູອັນ ຫົວ​ໜ້າ​​ໂຄງ​ການ​ສຸກ​ເສີນ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ​ກ່າວ​ວ່າ: ເຖິງວ່າ​​ໃນ​ປັດ​ຈຸ​ບັນ ການມອບ​ຮັບ​ຢາ​ວັກ​ແຊງ​​ຍັງ​ບໍ່​ມີ​​ເວ​ລາ​ອັນ​​ຈະ​ແຈ້ງເທື່ອ, ແຕ່​ຮອດ​ທ້າຍ​ປີນີ້ ອາດ​ຈຸ​ມີ​ຢາ​ວັກ​ແຊງບັງ​ເກີດ​ຜົນ​​ໃນການ​ປິ່ນ​ປົວ​ເຊື້ອ​ໄວ​ຣັດ​ໂຄວິດ-19, ແຕ່​ບັນ​ຫາ​ແທ້​ຈິງນັ້ນ​ແມ່ນ: ຄວາມ​ສາ​ມາດການ​ຜະ​ລິດ​ຢາ​ວັກ​ແຊງ​ໃນ​ປີ 2021 ຈະ​​ຕອບ​ສະ​ໜອງ​ກັບ​ຄວາມ​ຕ້ອງ​ການ​ອັນ​ມະ​ຫາ​ສານ​ໃນ​ທົ່ວ​ໂລກ​ໄດ້ຫຼືບໍ່?

​ໂດຍແນ​ໃສ່​ບາງ​ປະ​ເທດ​ຍົກ​ເລີກ​ມາດ​ຕະ​ການ​ຈຳ​ກັດ​ໃນ​ການ​ປ້ອງ​ກັນ​​ພະ​ຍາດ​ເປັນ​ເທື່ອ​ລະ​ກ້າວ​ໃນ​ໄລ​ຍະ​ມໍ່ໆ​ມານີ້, ແລະ​ເປີດ​ຊາຍ​ແດນ​ຄືນ​ໃໝ່, ທ່ານ​ມີ​ແກວ ຢູອັນ​ກ່າວ​ວ່າ: ​ອີກບໍ່​ດົນ, ອົງ​ການ​ອະ​ນາ​ໄມ​ໂລກ​ຈະ​ປັບ​ປຸງ​ການ​ແນະ​ນຳ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ຊາຍ​ແດນ​ແລະ​ການ​ຄົມ​ມະ​ນາ​ຄົມ​ຂ້າມ​ຊາຍ​ແດນ​ໃນ​ໄລ​ຍະ​ພະ​ຍາດ​ແຜ່​ລະ​ບາດ, ເພື່ອ​ເປັນ​ທີ່​ປຶກ​ສາໃຫ້ແກ່​ປະ​ເທດ​ຕ່າງໆ​.

ຄຳ​ເຫັນ

0