秦瑛蓮

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະຖານີລົດໄຟນະຄອນຫຼວງວຽງຈັນໄດ້ເລີ່ມການກໍ່ສ້າງ

2020-07-04 12:18:11 cri

圖片默認標題_fororder_webwxgetmsgimg (1)

ເຊົ້າວັນທີ 3 ກໍລະກົດ 2020, ບໍລິສັດທາງລົດໄຟລາວ-ຈີນໄດ້ເປີດພິທີການກໍ່ສ້າງສະຖານນີນະ​ຄອນຫຼວງວຽງ​ຈັນ​ຂອງ​ທາງລົດໄຟລາວ-ຈີນ ຢ່າງເປັນທາງການ, ສະຖານີນະຄອນຫຼວງວຽງຈັນ ​ຕັ້ງ​ຢູ່ບ້ານໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

圖片默認標題_fororder_webwxgetmsgimg (2)

ໃນ​ພິ​ທີ, ທ່ານ ຈັນຕຸລາ ພະນະລາສີ ຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນໄດ້ສະແດງຄວາມຊົມເຊີຍ ແລະໃຫ້ຮູ້ວ່າ: ໂຄງການກໍ່ສ້າງສະຖານີນະຄອນຫຼວງວຽງຈັນມີເນື້ອທີ່ 150 ເຮັກຕາ, ສະເພາະອາຄານສະຖານີມີເນື້ອທີ 14.543 ຕາແມັດ, ສາມາດຮັບຮອງຜູ້ໂດຍສານຫຼາຍສຸດ 2.500 ຄົນ ແລະເປັນສະຖານີໃຫຍ່ແຫ່ງໜຶ່ງຂອງໂຄງການທາງລົດໄຟລາວ-ຈີນ ແລະຈະມີການເຊື່ອມຕໍ່ກັບສະຖານີຂົນ-ສົ່ງສິນຄ້າ ທີ່ຈະກໍ່ສ້າງຂຶ້ນຢູ່ທາງລົດໄຟທ່ານາແລ້ງ ແລະໃນແຜນຕໍ່ໜ້າຍັງຈະ ສ້າງສະຖານີກັບເສັ້ນທາງລົດໄຟອື່ນໆອີກດ້ວຍ.

圖片默認標題_fororder_webwxgetmsgimg (3)

ທ່ານ ສ່ຽວຊ່ຽນເຫວິນ ຜູ້ອໍານວຍການໃຫຍ່ບໍລິສັດທາງລົດໄຟລາວ-ຈີນ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນທີ່ຮັບຜິດຊອບ ຈົ່ງຍຶດໝັ້ນຄຸນນະພາບເປັນຫຼັກ, ຊຸກຍູ້ການດໍາເນິີນການ, ຄຸ້ມຄອງຕາມມາດຕະຖານ, ຮັບປະກັນການກໍ່ສ້າງດ້ວຍຄວາມປອດໄພ ແລະເປັນໄປຕາມຂັ້ນຕອນ.

圖片默認標題_fororder_webwxgetmsgimg

ຕາມຂໍ້ມູນໃຫ້ຮູ້ຕື່ມວ່າ: ປັດຈຸບັນ, ໂຄງການກໍ່ສ້າງທາງລົດໄຟລາວ-ຈີນໄດ້ສໍາເລັດ 90% ແລ້ວ ແລະພວມຫັນມາດໍາເດີນການຕ່າງໆທີ່ກ່ຽວຂ້ອງກັບລະບົບເສັ້ນທາງລົດໄຟ ແລະການບໍລິຫານທາງລົດໄຟ.  

     ທາງລົດໄຟລາວ-ຈີນແມ່ນໂຄງການເຊື່ອມຕໍ່ລະຫວ່າງຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ກັບຍຸດທະສາດຫັນຈາກປະເທດທີ່ບໍ່ມີທາງອອກສູ່ທະເລເປັນປະເທດເຊື່ອມໂຍງເຊື່ອມຈອດຂອງລາວ ເຊິ່ງເລີ່ມຈາກຕອນເໜືອທີ່ດ່ານຊາຍແດນບໍເຕັນລະຫວ່າງລາວ-ຈີນ ໄປສິ້ນສຸດທາງຕອນໃຕ້ຢູ່ນະຄອນຫຼວງວຽງຈັນ, ມີຄວາມຍາວ ທັງໝົດ 422,4 ກິໂລແມັດ, ທາງລົດໄຟສາຍນີ້ສ້າງຕາມມາດຕະຖານການບໍລິຫານ ແລະ ມາດຕະຖານເຕັກນິກຂອງຈີນ, ຖືກອອກແບບໃຫ້ມີຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງ, ເປັນທາງລົດໄຟໃຊ້ໄຟຟ້າທີ່ຂົນສົ່ງສິນຄ້າແລະຜູ້ໂດຍສານ ແລະຈະເປີດບໍລິການໃນເດືອນທັນວາ ປີ 2021 ຕາມແຜນການ.

ຄຳ​ເຫັນ

0