莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຍົກລະ​ດັບ​ຮັບ​ມື​ສຸກ​ເສີນ​ຕໍ່​ໄພ​ນ້ຳ​ຖ້ວມ​ຢູ່​ແມ່​ນ້ຳ​ຢາງ​ຊີ​ຈ່ຽງ​ຂຶ້ນເປັນ​ລະດັບ 3

2020-07-05 11:27:52 cri

ເນື່ອງ​ຈາກ​ສະ​ພາບ​ຂ້ຽວ​ຂາດ​ໃນ​ການ​ປ້ອງ​ກັນ​ໄພ​ນ້ຳ​​ຖ້ວມ​ຢູ່​ແມ່​ນ້ຳ​ຢາງ​ຊີ​ຈ່ຽງ​ໃນ​ປັດ​ຈຸ​ບັນ, ເວ​ລາ 12 ໂມງ​ຂອງວັນ​ທີ 4 ກໍ​ລະ​ກົດ​ນີ້, ຄະ​ນະ​ກຳ​ມະ​ການ​ຊົນ​ລະ​ປະ​ທານ​ແມ່​ນ້ຳ​ຢາງ​ຊີ​ຈ່ຽງ​ຂອງ​ກະ​ຊວງ​ຊົນ​​ລະ​ປະ​ທານ​ຈີນ​ໄດ້​ຍົກ​ລະ​ດັບ​ຮັບ​ມື​ສຸກ​ເສີນ​ຂອງ​ການ​ປ້ອງ​ກັນ​ໄພ​ນ້ຳ​​ຖ້ວມ​ຂອງ​ແມ່​ນ້ຳ​ຢາງ​ຊີ​ຈ່ຽງ​ຈາກ​ລະດັບ​ທີ 4 ຂຶ້ນ​ເປັນ​​ລະດັ​ບ​ທີ 3 , ພ້ອມ​ທັງ​ຮຽກ​ຮ້ອງ​ໃຫ້​ພະ​ແນກ​ຊົນ​ລະ​ປະ​ທານ​ຂອງ​ເຂດ​ແຂວງ​ທີ່​ກ່ຽວ​ຂ້ອງ​ຕ່າງໆ​ເຮັດ​ວຽກ​ຕິດ​ຕາມ​ແລະ​ພະ​ຍາ​ກອນ​ໃຫ້​ດີ, ​ເນັ້ນ​ການ​ຈັດ​ສັນ​ໂຄງ​ການ​ນ້ຳ​ຕາມຫຼັກ​ວິ​ທະ​ຍາ​ສາດ, ເພີ່ມ​ທະ​ວີ​ການ​ລາດ​ຕະ​ເວນ​ແລະ​ເຝົ້າ​​ຮັກ​ສາໂຄງ​ການ​ປ້ອງ​ກັນ​ນ້ຳ​ຖ້ວມ, ສຸມ​ກຳ​ລັງ​ເຮັດ​ວຽກ​ປ້ອງ​ກັນ​ໃຫ້​ດີ, ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ດ້ານ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ທ້ອງ​ຖິ່ນ.

ທ່ານ​ຕິ່ງ​ເຊິ້ງ​ສຽງ ຫົວ​ໜ້າ​ຫ້ອງ​ການ​ບັນ​ຊາ​​ການຂອງ​ກົມ​ປ້ອງ​ກັນ​ໄພ​ນ້ຳ​ຖ້ວມໄພ​ແຫ້ງ​ແລ້ງຂອງ​ຄະ​ນະ​ກຳ​ມະ​ການ​ແມ່​ນ້ຳ​ຢາງ​ຊີ​ຈ່ຽງ​ເວົ້າ​ວ່າ: ​ການຍົກ​ລະ​ດັບ​ຮັບ​ມື​ສຸ​ກ​ເສີນ​ຂຶ້ນ​ເປັນ​ອັນ​ດັບ 3 ແມ່ນ​ກ່ຽວ​ພັນ​ເຖິງ​ບາງ​ເຂດ​ຂອງ​ແຂວງ​ກຸ້ຍ​ໂຈ່ວ, ນະ​ຄອນ​ຈູ່ງ​ກິ່ງ, ແຂວງ​ຫູ​ເປີຍ, ແຂວງ​ຫູ​ໜານ, ແຂວງ​ຈ່ຽງ​ຊີ່, ແຂວງ​ອ່ານ​ຮຸ່ຍ ແລະ​ແຂວງ​ຈ່ຽງ​ຊູ່. ອີງ​ຕາມ​ການ​ຈັດ​ວາງ​ຂອງ​ກະ​ຊວງ​ຊົນ​ລະ​ປະ​ທານ, ວັນ​ທີ 5 ກໍ​ລະ​ກົດ​ນີ້, ຄະ​ນະ​ກຳ​ມະ​ການ​ແມ່​ນ້ຳ​ຢາງ​ຊີ​ຈ່ຽງ​ຈະ​ສົ່ງ​ທິມ​ງານ 2 ໜ່ວຍ​ໄປ​ນະ​ຄອນ​ຈຸ່ງ​ກິ່ງ​ແລະ​ແຂວງ​ຫູ​ເປີຍ ເພື່ອ​ຊີ້​ນຳ​ນຳ​ພາ​ວຽກ​ງານ​ປ້ອງ​ກັນ​ໄພ​ນ້ຳ​ຖ້ວມ.

ຄຳ​ເຫັນ

0