徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເລີ່ມ​ກໍ່​ສ້າງ​ທາງ​ລົດ​ໄຟ​ລະ​ຫວ່າງເສິ່ນ​ເຈີ້ນ-ຈ່ຽງ​ເມິນ​ທີ່​ເຂດ​ອ່າວ​ໃຫຍ່​ກວາງ​ຕຸງ​ຮົງ​ກົງ​ມາ​ກາວ

2020-07-05 14:36:20 cri

ຕາມ​ຂ່າວCRI: ວັນ​ທີ 4 ກໍ​ລະ​ກົດ​ນີ້, ໂຄງ​ການ​ຄົມ​ມະ​ນາ​ຄົມ​ທີ່​ສຳ​ຄັນ​ຂອງ​ເຂດ​ອ່າວ​ໃຫຍ່ກວາງ​ຕຸງ​ຮົງ​ກົງ​ມາ​ກາວ​ກໍ​ຄື​ທາງ​ລົດ​ໄຟ​ຈາກ​ນະ​ຄອນ​ເສີນ​ເຈີນ​ຫາ​ນະ​ຄອນ​ຈ່ຽງ​ເມີນ​ເລີ່ມ​ກໍ່​ສ້າງ​ຢູ່​ນະ​ຄອນກວາງ​ໂຈວ, ໂຄງ​ການ​ທັງ​ໝົດຄາດ​ວ່າ​ຈະ​ສ້າງ​ສຳ​ເລັດໃຫ້ແລ່ນ​ລົດ​ໃນ​ປີ 2026.

 

   ທາງ​ລົດ​ໄຟ​ຈາກ​ນະ​ຄອນ​ເສີນ​ເຈີນ​ຫາ​ນະ​ຄອນ​ຈ່ຽງ​ເມີນ​ແມ່ນ​ຊ່ອງ​ທາງ​ລະ​ຫວ່າງ​ຕົວ​ເມືອງ​ຂ້າມ​ແມ່​ນ້ຳ​ທີ່​ສຳ​ຄັນ​ຂອງ​ເຂ​ດ​ສາມ​ຫຼ່ຽມ​ແມ່​ນ້ຳ​ຈູ່​ຈ່ຽງ. ທາງ​ລົດ​ໄຟ​​ສາຍນີ້​ມີ​ຄວາມ​ຍາວ​ທັງ​ໝົດ 116 ກິ​ໂລ​ແມັດ, ໄດ້​ຜ່ານ​ນະ​ຄອນ​ເສີນ​ເຈີນ, ນະ​ຄອນ​ໂຕ່ງກວນ, ນະ​ຄອນກວາງ​ໂຈ່ວ, ນະ​ຄອນ​ໂຈ່ງ​ສານ, ແລະນະ​ຄອນ​ຈ່ຽງ​ເມີນ​ທັງ​ໝົດ  5 ນະ​ຄອນ, ມີ​ຄວາມ​ໄວ​ການ​ແລ່ນ​ລົດ​ຕາມ​ການ​ອອກ​ແບບ 250 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ, ລວມຍອດ​ມູນ​ຄ່າ​ການ​ລົງ​ທຶນບັນ​ລຸ 51 ຕື້ 300 ລ້ານ​ຢວນ. ພາຍ​ຫຼັງ​ທາງ​ລົດ​ໄຟ​​ສາຍ​ນີ້ສ້າງ​ສຳ​ເລັດ​ແລ້ວ, ເວ​ລາ​ອອກ​ເດີນ​ທາງ​ທີ່​ລະ​ຫວ່າງ​ຕົວ​ເມືອງ​ຢູ່ສອງ​ຝັ່ງ​ແມ່​ນ້ຳ​ຈູ່​ຈ່ຽງຈະ​​ຫຼຸດ​ລົງ​ຢ່າງ​ຫຼວງ​ຫຼາຍ, ​ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ການ​ພັດ​ທະ​ນາ​ດ້ານ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ເຂດ​ທີ່​ຢູ່​ລຽບ​ຕາມແຄມ​ທ​າງ​ລົດ​ໄຟ​ແລະ​ການ​ພັດ​ທະ​ນາ​​ແບບ​ປະ​ສານ​ສົມ​ທົບ​ຂອງ​​ທົ່ວ​ແຂວງກວາງ​ຕຸ້ງ.

ຄຳ​ເຫັນ

0