秦瑛蓮

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນຊົມເຊີຍລາວ ແລະຫວຽດນາມທີ່ສະໜັບສະໜູນກົດໝາຍວ່າດ້ວຍຄວາມໝັ້ນຄົງແຫ່ງຊາດຂອງຮົງກົງຢ່າງແຂງແຮງ

2020-07-05 14:49:29 cri

ວັນ​ທີ 3 ກໍ​ລະ​ກົດ​ນີ້, ທ່ານ​ຈ້າວ​ລີ້​ຈ່ຽນ, ໂຄ​ສົກ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ຊົມ​ເຊີຍ​ລາວ ແລະ​ຫວຽດ​ນາມ​ທີ່​ສະ​ໜັບ​ສະ​ໜູນ​​ຈີນ​ໃນ​ການ​ຜ່ານ​ຮັບ​ຮອງ ແລະ​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ ​​ສ​ປ ຈີນ. ຫວ່າງ​ມໍ່ໆ​ມານີ້, ​ໃນ​ກອງ​ປະ​ຊຸມ​ຄັ້ງ​ທີ 44 ຂອງ​ສະ​ພາ​​ມົນ​ຕີສິດ​ທິ​ມະ​ນຸດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ມີ 70 ກວ່າ​ປະ​ເທດ ເຊິ່ງ​ລວມ​ທັງ​ລາວ ແລະ​ຫວຽດ​ນາມ ໄດ້​ສະ​ແດງ​ການ​ສະ​ໜັບ​ສະ​ໜູນ​ກົດ​ໝາຍ​ທີ່​ກ່ຽວ​ຂ້ອງຂອງ​ຈີນ ພ້ອມ​ທັງ​ໄດ້ຮຽກ​ຮ້ອງ​ໃຫ້​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ຈົ່ງ​ຢຸດ​ຕິ​ການ​ສວຍ​ໃຊ້​ບັນ​ຫາ​ຮົງ​ກົງ​ເພື່ອ​ແຊກ​ແຊງ​​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ. ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ຄວາມ​ຍຸ​ຕິ​ທຳແມ່ນ​ຢູ່​ໃນ​ໃຈ​ຂອງ​ຄົນ, ​ເຈດ​ຕະ​ນາ​ຂອງປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ຈຳ​ນວນ​ໜຶ່ງ​ເພື່ອ​ໃສ່​ຮ້າຍ​ປ້າຍ​ສີ​ຈີນ​ຈະ​ບໍ່​ສາ​ມາດ​ປະ​ສົບ​ຜົນ​ສຳ​ເລັດ​ໄດ້​ຢ່າງ​ແນ່ນອນ.

ຄຳ​ເຫັນ

0