徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໃນ 6 ເດືອນ​ຕົ້ນ​ປີ 2020 ປັກ​ກິ່ງ​ໄດ້ຊຳ​ລະວິ​ສາ​ຫະ​ກິດ​ການຜະ​ລິດ​ທົ່ວ​ໄປ​ແລະ​ວິ​ສາ​ຫະ​ກິດ​ທີ່​ສ້າງ​ມົນ​ລະ​ພິດ 68 ແຫ່ງອອກ​ຈາກ​ນະ​ຄອນ​ຫຼວງ

2020-07-05 14:38:33 cri

ຕາມ​ຂ່າວCRI: ຫວ່າງມໍ່​ໆ​ມາ​ນີ້, ກົມ​ຊີ​ວະ​ພາບ​ສິ່ງ​ແວດ​ລ້ອມ​ນະ​ຄອນ​ຫຼວງ​ປັກ​ກິ່ງ​ເຜີຍ​ວ່າ, ໃນ 6 ເດືອນ​ຕົ້ນ​ປີ 2020 ນີ້, ທົ່ວ​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໄດ້ຊຳ​ລະວິ​ສາ​ຫະ​ກິດ​​ຜະ​ລິດ​ທົ່ວ​ໄປ​ແລະ​ວິ​ສາ​ຫະ​ກິດ​ທີ່​ສ້າງ​ມົນ​ລະ​ພິດ 68 ແຫ່ງອອກ​ຈາກ​ນະ​ຄອນ​ຫຼວງ; ໄດ້​ປະ​ຕິ​ບັດ​ການກວດ​ກາ​​ສະ​ເພາະຕໍ່​ວັດ​ຖຸ​ອິນ​ຊີ​ທີ່​ມີ​ລັກ​ສະ​ນະ​ລະ​ເຫີຍ (vocs)ຕໍ່​ພາກ​ສ່ວນ​ການ​ຜະ​ລິດ 6000 ແຫ່ງ​ເທື່ອ, ໄດ້​ຄົ້ນ​ພົບ​ເຫັນ​ບັນ​ຫາ​ສິ່ງ​ແວດ​ລ້ອມ​ປະ​ເພດ​ຕ່າງໆ 580 ບັນ​ຫາ, ດຳ​ເນີນ​ສືບ​ສວນ​ສອບ​ສວນ​ແລະ​ປັບ​ໄໝ​ຕໍ່​ຄະ​ດີ​ທີ່​ກ່ຽວ​ຂ້ອງ 199 ຄະ​ດີ. ໃນຫຼາຍ​ປີ​ມໍ່ໆ​ມາ​ນີ້, ການ​ປັບ​ປຸງວັດ​ຖຸ​ອິນ​ຊີທີ່​ມີ​ລັກ​ສະ​ນະ​ລະ​ເຫີຍ​ແມ່ນ​ໜຶ່ງ​ໃນ

ບັນ​ດາ​ຈຸດ​ໜັກວຽກ​ງານ​​ປ້ອງ​ກັນ​ແລະ​ປັບ​ປຸງ​ການ​ມົນ​ລະ​ພິດ​ທາງ​ອາ​ກາດ​ຂອງ​ປັກ​ກິ່ງ, ນັບ​ແຕ່​ປີ 2013 ເປັນ​ຕົ້ນ​ມາ, ນັບ​ລວມ​ແລ້ວ​ໄດ້ຊຳ​ລະ​ໃຫ້ວິ​ສາ​ຫ​ະ​ກິດການ​ຜະ​ລິດ​ທົ່ວ​ໄປ​ແລະ​ວິ​ສາ​ຫະ​ກິດ​ທີ່​ສ້າງ​ມົນ​ລະ​ພິດ​ທີ່ບໍ່​ສອດ​ຄ່ອງ​ກັບ​ຖາ​ນະ​ຂອງ​ນະ​ຄອນ​ຫຼວງ 3000 ກວ່າ​ແຫ່ງ, ໄດ້​ປິດ​ວິ​ສາ​ຫະ​ກິດ​ທີ່​ສ້າງ​ລະ​ພິດ​ຫຼາຍ 1 ໝື່ນ ສອງ​ພັນ​ກວ່າ​ແຫ່ງອອກ​ຈາກ​ປັກ​ກິ່ງ, ຢຸດ​ຕິ​ການ​ໃຊ້​ລົດ​ລຸ້ນ​ເກົ່າ 2 ລ້ານກວ່າ​ຄັນ, ສົ່ງ​ເສີມ​ການ​ນຳ​ໃຊ້​ລົດ​ໄຟ​ຟ້າ​ຈຳ​ນວນ 3 ແສນ 3 ໝື່ນ 7 ພັນ 6 ຮ້ອຍ​ຄັນ.

 

ຄຳ​ເຫັນ

0