吳佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະທານາທິບໍດີເຄັນຢາກ່າວວ່າ: ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ອາດຈະຮ້າຍແຮງຂຶ້ນ

2020-07-06 16:48:37 CRI

ວັນທີ 5 ກໍລະກົດນີ້, ສື່ມວນຊົນສຳຄັນຫຼາຍສຳນັກຂອງເຄັນຢາລາຍງານວ່າ: ທ່ານອຸຣູ ເຄນຢັດຕາ ປະທານາທິບໍດີເຄັນຢາໄດ້ກ່າວໃນກອງປະຊຸມສຳມະນາທາງອິນເຕີເນັດທີ່ຈັດຂຶ້ນໂດຍສະພາກອງປະຊຸມສຸດຍອດສາກົນເພື່ອສັນຕິພາບອາຟຣິກາໃນຕອນຄ່ຳວັນທີ 4 ກໍລະກົດຜ່ານມາວ່າ: ເຖິງວ່າຊັບພະຍາກອນຂອງແຜ່ນດິນໃຫຍ່ອາຟຣິກາມີຈຳນວນຈຳກັດ, ແຕ່ບັນດາປະເທດໄດ້ນຳໃຊ້ມາດຕະການຢ່າງຕັ້ງໜ້າເພື່ອຫຼຸດຜ່ອນຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ການຕ້ານພະຍາດຢູ່ອາຟຣິກາດີກວ່າຫຼາຍເຂດແຄວ້ນໃນໂລກ. ແຜ່ນດິນໃຫຍ່ອາຟຣິກາມີປະຊາກອນ 1,2 ຕື້ຄົນ, ມີຜູ້ຕິດເຊື້ອພະຍາດຫຼາຍກວ່າ 4 ແສນຄົນ, ມີຜູ້ເສຍຊີວິດຫຼາຍກວ່າ 1 ໝື່ນຄົນ, ແຕ່ຢູ່ໃນອາເມຣິພັດມີອັດຕາຜູ້ຕິດເຊື້ອພະຍາດ 15% ແລະອັດຕາການເສຍຊີວິດ 7%.

ທ່ານເຄນຢັດຕາກ່າວຕື່ມວ່າ: ບັນດາປະເທດອາຟຣິກາບໍ່ຄວນສະແດງຄວາມເພີ່ງພໍໃຈເທື່ອ, ເພາະວ່ານຕໍ່ໜ້ານ ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ອາດຈະຮ້າຍແຮງຂຶ້ນ, ອາຟຣິກາຄວນຖອດຖອນບົດຮຽນນຳປະເທດອື່ນໆ, ອີງຕາມຂໍ້ມູນສະຖິຕິ, ເປັນຫຼັກການອ້າງອີງໃນການວາງນະໂຍບາຍປະຕິບັດຍຸດທະສາດແບບລັດທິນິຍົມປະຕິບັດ, ດຳເນີນການແລກປ່ຽນເປັນປະຈຳຢ່າງໂປ່ງໃສ.

ສະພາກອງປະຊຸມສຸດຍອດສາກົນເພື່ອສັນຕິພາບແມ່ນເຄືອຂ່າຍສາກົນທີ່ປະກອບດ້ວຍປະມຸກລັດ ແລະອະດີດປະມຸກລັດຂອງບັນດາປະເທດ, ໂດຍຜ່ານການປຶກສາຫາລື ແລະການຮ່ວມມືເພື່ອສະແຫວງຫາແຜນການ ແລະຂໍ້ສະເໜີໃນການແກ້ໄຂບັນຫາຈຸດສຸມຂອງສາກົນ.

ຄຳ​ເຫັນ

0