何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໃນ​ຍາມ​ພັກ​ວັນ​​ຊາດ​ຂອງ​ອາ​ເມ​ຣິ​ກາ​ໄດ້​ເກີດ​ຄະ​ດີ​ຍິງ​ປຶນໃສ່​ກັນ​ເພີ່ມ​ຂຶ້ນ​ຢູ່​ນິວຢອກ

2020-07-06 16:31:52 CRI

ຕາມ​ສື່ມວ​ນ​ຊົນ​ນິວຢອກ​ແຈ້ງ​ຂ່າວ​ວ່າ: ຕອນ​ຄ່ຳ​ວັນ​ທີ 4 ກໍ​ລະ​ກົດ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ຫຼັງ​ຈາກ​ການ​ສະ​ແດງ​ບັ້ງ​​ໄຟດອກ​ເພື່ອ​ສະ​ເຫຼີມ​ສະຫຼອງວັນ​ຊາດ, ຢູ່​ນິວຢອກ​ໄດ້​ເກີດ​​ມີເຫດ​ການ​ຄວາມ​ຮຸ​ນ​ແຮງ​ດ້ວຍ​ການ​ຍິງ​ປຶນ​ໃສ່​ກັນ ເອົາ​ມີດ​ແທງ​ກັນ ແລະ ​ການ​ໃຊ້ຄວາມ​ຮຸນ​ແຮງ​ອື່ນໆ​ທີ່​ມີ​ຕໍ່​ຕຳ​ຫຼວດ​ຢູ່​ເຂດ​ຕ່າງໆ​ຂອງ​ນະ​ຄອນ​ນິວຢອກ, ຢ່າງ​ໜ້ອຍ​ເຮັດ​ໃຫ້ 6 ຄົນ​ເສຍ​ຊີ​ວິດ 30 ກວ່າ​ຄົນ​ໄດ້​ຮັບ​ບາດ​ເຈັບ.

 

ເຈົ້າ​ໜ້າ​ທີ່​ຕຳຫຼວດ​ນະ​ຄອນ​ນິວຢອກ​ກ່າວ​ວ່າ, ໃນ​ຕອນ​ຄ່ຳ​ມື້​ນັ້ນ ຢ່າງ​ໜ້ອຍ​ມີ 41 ຄົນ​ໄດ້​ຮັບ​ບາດ​ເຈັບ​ຈາກ​ເຫດ​ການ​ດັ່ງ​ກ່າວ, ໃນ​ນັ້ນ 6 ຄົນ​ໄດ້​ເສຍ​ຊີ​ວິດ​ຍ້ອນ​​ບາດເຈັບ​ໜັກ. ໂຄ​ສົກ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ນິວຢອກ​ກ່າວ​ວ່າ, ເຫດ​ການ​ຍິງ​ປຶນ​​ໃສ່​ກັນ​ດຳ​ເນີນ​ໄປ​ເປັນ​ເວ​ລາ 15 ຊົ່ວ​ໂມງ.

 

ຄຳ​ເຫັນ

0