何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ຣັດ​ເຊຍກ່າວ​ວ່າ: ຂໍ້​ລິ​ເລີ່ມໃຫ້​ຈັດກອງ​ປະ​ຊຸມສຸດຍອດG7​ແບບ​ເປີດກວ້າງ​ໂດຍ​ບໍ່​ມີ​ສ່ວນ​ຮ່ວມ​ຂອງ​ຈີນຖື​ວ່າ​ບໍ່​ຄົບ​ຖ້ວນ

2020-07-06 17:17:23 CRI

ຕາມ​ການ​ລາຍ​ງານ​ຂ່າວ​ຂອງ​ຂ່າວ​ສານ​ອີ​ຕາ​ຕາ​ສ, ວັນ​ທີ 4 ກໍ​ລະ​ກົດ​ນີ້, ທ່ານ​ເຊີ​ເກ ຣີ​ອັບ​ກົ​ບ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ກ່າວ​ຢ່າງ​ເປີດ​ເຜີຍ​ວ່າ, ​ຂໍ້​ລິ​ເລີ່ມໃຫ້​ຈັດ​ກອງ​ປະ​ຊຸມກອງ​ປະ​ຊຸມ​ສຸດຍອດG7ແບບ​ເປີດກວ້າງ ໂດຍ​ບໍ່​ມີ​ສ່ວນ​ຮ່ວມ​ຂອງ​ຈີນ​ນັ້ນ​ຖື​ວ່າ​ບໍ່​ຄົບ​ຖ້ວນ, ຣັດ​ເຊຍ​ບໍ່​ຣູ້​ວ່າ​ຜູ້​ສະ​ເໜີ​ຂໍ້​ລິ​ເລີ່ມ​ດັ່ງ​ກ່າວ​ຈະ​ແກ້​ໄຂ​ບັນ​ຫາ​ທີ່​ພົວ​ພັນ​ເຖິງ​ປະ​ເທດ​ຈີນ​ໄດ້​ແນວ​ໃດ. ທ່ານ​ຣີ​ອັບ​ກົບ​ເຫັນ​ວ່າ, ພາຍ​ໃຕ້​ສະ​ພາບ​ປະ​ຈຸ​ບັນ, ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ອາ​ເມ​ຣິ​ກາ​ປະ​ຈຳ​ຣັດ​ເຊຍ​​ໄດ້ເຊື້ອ​ເຊີນ​ຣັດ​ເຊຍ​ເຂົ້າ​ຮ່ວມກອງ​ປ​ະ​ຊຸມ​ສຸດຍອດG7 ​ນີ້​ຖື​ວ່າແມ່ນ​ການ​ກ​ະ​ທຳ​ທີ່​​ບໍ່​ຖືກ​ຕ້ອງ.

ຄຳ​ເຫັນ

0