劉華麗

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈຳນວນຜູ້ເປັນພະຍາດໂຄວິດ-19ເພີ່ມໃໝ່ໃນທົ່ວໂລກໃນແຕ່ລະມື້ມີຫຼາຍກວ່າ 2 ແສນຄົນໃນ 2 ມື້ລຽນຕິດ

2020-07-06 18:26:35 cri

 

ຕົວເລກສະຖິຕິຂອງອົງການອະນາໄມໂລກແຈ້ງຂ່າວວ່າ: ນັບມາຮອດເວລາ 10 ໂມງຂອງວັນທີ 5 ກໍລະກົດນີ້ຕາມເວລາພາກກາງຂອງເອີຣົບ, ຈຳນວນຜູ້ຖືກບົ່ງມະຕິເປັນພະ ຍາດໂຄວິດ-19ໃນທົ່ວໂລກມີຫຼາຍກວ່າໜຶ່ງມື້ກ່ອນ 203,836 ກໍລະນີ, ລວມທັງໝົດແມ່ນ 11,125,245 ກໍລະນີ, ຈຳນວນຜູ້ເສຍຊີວິດແລ້ວຫຼາຍກວ່າໜຶ່ງມື້ກ່ອນ 5195 ຄົນ, ລວມເປັນ 528,204 ຄົນ. ຕາມຕົວເລກສະຖິຕິຂອງອົງການອະນາໄມໂລກ: ຈຳນວນຜູ້ເປັນພະຍາດທີ່ເພີ່ມໃໝ່ໃນທົ່ວໂລກໃນແຕ່ລະມື້ມີຫຼາຍກວ່າ 2 ແສນຄົນໃນ 2 ມື້ລຽນຕິດ.

ມະຫາວິທະຍາໄລຈອນ ຮອບກິນຂອງອາເມຣິກາແຈ້ງຂ່າວວ່າ: ນັບມາຮອດເວລາ 7 ໂມງ 37 ນາທີຂອງວັນທີ 6 ກໍລະກົດນີ້ຕາມເວລາປັກກິ່ງ, ຈຳນວນຜູ້ຖືກບົ່ງມະຕິ ເປັນພະຍາດໂຄວິດ-19ໃນທົ່ວໂລກມີເຖິງ11,367,743 ຄົນ, ມີຜູ້ເສຍຊີວິດແລ້ວ ມີເຖິງ 532,691 ຄົນ. ອາເມຣິກາແມ່ນປະເທດທີ່ມີສະພາບການແຜ່ລະບາບຂອງ ພະຍາດໜັກໜ່ວງທີ່ສຸດໃນໂລກ, ຜູ້ເປັນພະຍາດໂຄວິດ-19ມີເຖິງ 2,874,817 ຄົນ, ມີຜູ້ເສຍຊີວິດແລ້ວ 129,871 ຄົນ.

ກະຊວງສາທາລະນະສຸກຟິລິບປິນແຈ້ງຂ່າວໃນວັນທີ 5 ກໍລະກົດນີ້ວ່າ: ນັບມາ ຮອດເວລາ 16 ໂມງໃນມື້ດຽວກັນຕາມເວລາທ້ອງຖິ່ນພາຍໃນ 24 ຊົ່ວໂມງຜ່ານມາ, ຟິລິບປິນມີຜູ້ເປັນພະຍາດ ເພີ່ມໃໝ່ 2434 ຄົນ. ປັດຈຸບັນມີຜູ້ເປັນພະຍາດທັງ ໝົດ 44,254 ຄົນ.

ຕົວເລກສະຖິຕິທີ່ກະຊວງສາທາລະນະສຸກສິງກະໂປປະກາດໃນວັນທີ 5 ກໍລະກົດນີ້ສະແດງໃຫ້ເຫັນວ່າ: ນັບມາຮອດຕອນທ່ຽງມື້ດຽວກັນ, ສິງກະໂປມີຜູ້ເປັນພະຍາດເພີ່ມໃໝ່ 136 ຄົນ, ມີຜູ້ເປັນພະຍາດທັງໝົດ 44,800 ຄົນ, ໄດ້ປິ່ນປົວໃຫ້ຫາຍຂາດ 40441 ຄົນ, ມີຜູ້ເສຍຊີວິດແລ້ວ 26 ຄົນ. ນອກນີ້, ໃນຫວ່າງມໍ່ໆນີ້ ຢູ່ສິງກະໂປຍັງເກີດພະຍາດໄຂ້ເລືອດອອກຢ່າງໜັກໜ່ວງ, ໃນຫຼາຍເດືອນຕໍ່ໜ້າອາດຈະຮ້າຍ ແຮງຂຶ້ນຕື່ມອີກ.

ຄຳ​ເຫັນ

0