劉華麗

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນັກວິຊາການອັງກິດຕຳໜິຕິຕຽນຝ່າຍຕາເວັນຕົກທີ່ຂັດຂວາງກົດໝາຍວ່າດ້ວຍ ການຮັກສາຄວາມໝັ້ນຄົງແຫ່ງຊາດຢູ່ຮົງກົງຂອງຈີນ

2020-07-06 18:30:58 cri

圖片默認標題_fororder_無標題

ວັນທີ 3 ກໍລະກົດນີ້ຕາມເວລາທ້ອງຖິ່ນ, ທ່ານມາຕິນ ຊັກສ ນັກວິຊາການທີ່ມີ ຊື່ສຽງຂອງອັງກິດໄດ້ຂຽນບົດຄວາມລົງໃນທະວີດເຕີລຽນຕິດ ໂດຍໄດ້ຕຳ ໜິຕິຕຽນປະເທດຕາເວັນຕົກທີ່ຂັດຂວາງກົດໝາຍວ່າດ້ວຍການຮັກສາຄວາມໝ້ັນ ຄົງແຫ່ງຊາດຢູ່ຮົງກົງຂອງຈີນຢ່າງເປີດເຜີຍ.

ທ່ານມາຕິນກ່າວວ່າ: ກ່ຽວກັບວຽກງານພາຍໃນຮົງກົງ, ມີຄົນເຫັນວ່າ ນອກຈາກອອກກົດໝາຍວ່າດ້ວຍການຮັກສາຄວາມໝັ້ນຄົງແຫ່ງຊາດຢູ່ຮົງກົງແລ້ວ, ຈີນ ຍັງມີທາງເລືອກແບບອື່ນອີກບໍ? ມີປະເທດຕາເວັນຕົກປະເທດໃດທີ່ຈະສາມາດອົດທົນອົດກັ້ນໄດ້ ຖ້າການ ເຄື່ອນໄຫວທຳລາຍດ້ວຍຄວາມຮຸນແຮງຍັງສືບຕໍ່ເປັນເວລາຫຼາຍເດືອນຢູ່ໃນຕົວເມືອງສຳຄັນຂອງປະເທດຕົນ? ທີ່ຈິງແລ້ວ ປະເທດຕາເວັນຕົກກໍອາດຈະໃຊ້ວິທີດຽວກັນຄືກັບປະເທດຈີນ. ສຳລັບການເຄື່ອນໄຫວກໍ່ຄວາມຮຸນແຮງ, ປະເທດຕາເວັນຕົກຕ້ອງແບກຫາບຄວາມຮັບຜິດຊອບຂອງຕົນ, ແມ່ນເຂົາເຈົ້າໃຫ້ການໜູນຫຼັງ ເຊິ່ງການສະໜັບສະໜູນຂອງຝ່າຍຕາ ເວັນຕົກກໍແມ່ນໜຶ່ງໃນປັດໃຈສຳຄັນຂອງຜູ້ດຳເນີນການເຄື່ອນໄຫວດ້ວຍຄວາມຮຸນແຮງ. ຝ່າຍຕາເວັນຕົກເອງກໍບໍ່ມັກການເຄື່ອນໄຫວດ້ວຍຄວາມຮຸນແຮງທີ່ໜ້າຕົກໃຈ, ການກະທຳທີ່ເປັນການທຳລາຍ  ແລະລະເມີດຄວາມສະຫງົບ, ມີແຕ່ເຂົາເຈົ້າທຳທ່າບໍ່ຮູ້ບໍ່ເຫັນ.

ບໍ່ວ່າໃນໄລຍະຜ່ານມາຫຼືໃນປັດຈຸບັນ, “ປະເທດດຽວສອງລະບອບ” ກໍແມ່ນແນວຄວາມຄິດທີ່ຍິ່ງໃຫຍ່. ນີ້ແມ່ນແນວຄວາມຄິດຂອງຈີນ, ບໍ່ແມ່ນຂອງ ອັງກິດ. ແຕ່ອັງກິດປະເທດທີ່ບໍ່ສາມາດຍອມຮັບປະຫວັດສາດຂອງການລ່າເມືອງ ຂຶ້ນນັ້ນໄດ້ຜ່ານພົ້ນໄປແລ້ວ, ແຕ່ກໍຍັງມັກຫຼົງຄິດວ່າ: “ສອງລະບອບ” ໝາຍເຖິງ ໜຶ່ງລະ ບອບແມ່ນລະບອບຈີນ, ອີກລະບອບໜຶ່ງແມ່ນລະບອບອັງກິດ. ເຂົາເຈົ້າຖືຮົງກົງເປັນຂອງໂລກຕາເວັນຕົກ, ແຕ່ທີ່ຈິງແລ້ວຮົງກົງເປັນຂອງຈີນ ຈິ່ງເຮັດໃຫ້ວຽກງານພາຍໃນຮົງກົງຈີນຖືກຂັດຂວາງຢູ່ເລື້ອຍໆ. ຕອນນີ້ກໍເຫັນໄດ້ຈະແຈ້ງວ່າ: ຜູ້ກໍ່ເຫດການດ້ວຍຄວາມຮຸນແຮງ ບໍ່ພຽງແຕ່ໄດ້ຮັບ ການສະໜັບສະໜູນຈາກຝ່າຍຕາ ເວັນຕົກເທົ່ານັ້ນ, ຍັງມີການອຸດໜູນດ້ານເງິນທຶນຈາກອາເມຣິກາ. ແຕ່ປັດຈຸບັນ, ທຸກສິ່ງຢ່າງທີ່ເຂົາເຈົ້າຫຼົງຄິດໄປນັ້ນໄດ້ ຢຸດຕິແລ້ວ, ຈີນໄດ້ຮັກສາອະທິປະໄຕເທິງດິນແດນຮົງກົງ ເຊິ່ງໃນສະພາສິດທິມະນຸດອົງການສະຫະປະຊາຊາດທີ່ເຊີແນວ, ໄດ້ຮັບຮອງກົດໝາຍໃໝ່ຢູ່ຮົງກົງຂອງຈີນດ້ວຍສຽງສະໜັບສະໜູນ 53 ປະເທດແລະ 27 ປະເທດຄັດຄ້ານ.

ຄຳ​ເຫັນ

0