吳佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຢຍລະມັນກ່າວເຕືອນວ່າ: ສະພາບພະຍາດໂຄວິດ-19 ຢູ່ອາເມຣິກາຈະສົ່ງຜົນກະທົບໃຫ້ເສດຖະກິດໂລກ

2020-07-06 16:47:13 CRI

ວັນທີ 5 ກໍລະກົດນີ້, ທ່ານປີເຕີ ອອດແມເອີ ລັດຖະມົນຕີກະຊວງເສດຖະກິດເຢຍລະມັນໄດ້ໃຫ້ສຳພາດຕໍ່ສື່ມວນຊົນເຢຍລະມັນວ່າ: ການຕົກຕ່ຳດ້ານເສດຖະກິດຂອງເຢຍລະມັນທີ່ເກີດຈາກພະຍາດໂຄວິດ-19 ອາດຈະສິ້ນສຸດລົງໃນລະດູໃບໄມ້ຫຼົ່ນ, ເຊິ່ງຈະເຮັດໃຫ້ເສດຖະກິດກັບຄືນມາເຕີບໂຕອີກຄັ້ງຢ່າງຊ້າແມ່ນເດືອນຕຸລາປີນີ້.

ທ່ານກ່າວວ່າ: ມາດຕະການປ້ອງກັນພະຍາດໂຄວິດ-19 ຂອງເຢຍລະມັນໃນຫຼາຍເດືອນຜ່ານມາໄດ້ສົ່ງຜົນກະທົບຕໍ່ເສດຖະກິດປະເທດຕົນຢ່າງຮ້າຍແຮງ, ແຕ່ສິ່ງທີ່ສຳຄັນທີ່ສຸດແມ່ນສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຮັບການຄວບຄຸມໄວ້ໄດ້. ແຕ່ທ່ານກ່າວເຕືອນວ່າ: ການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງຮ້າຍແຮງຢູ່ອາເມຣິກາອາດຈະສົ່ງຜົນກະທົບຕໍ່ເສດຖະກິດໂລກຢ່າງໜັກໜ່ວງ. ທ່ານຍັງຕຳໜິຕິຕຽນລັດຖະບານອາເມຣິກາທີ່ຕົກລົງເໝົາຊື້ຢາ Remdesivir ທີ່ຄົ້ນຄວ້າຜະລິດໂດຍບໍລິສັດອາເມຣິກາເພື່ອຕ້ານກັບພະຍາດໂຄວິດ-19 ຢ່າງຫຼວງຫຼາຍ. ທ່ານກ່າວວ່າ: ການເໝົາຊື້ຢາໃນຕະຫຼາດ ແລະຜູກຂາດຢາວັກແຊງແມ່ນຄວາມຄິດທີ່ບໍ່ດີທີ່ສຸດ.

ທ່ານກ່າວຕື່ມວ່າ: ປະຊາຄົມໂລກຕ້ອງຕ້ານກັບພະຍາດຮ່ວມກັນ, ຫວັງວ່າປະທານາທິບໍດີອາເມຣິກາກໍຈະມີຄວາມເຫັນເປັນເອກະພາບນຳ.

ຄຳ​ເຫັນ

0