何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກົດ​ໝາ​ຍ​ວ່າ​ດ້ວຍ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຢູ່​ຮົງ​ກົງ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກຫຼາຍ​ປະ​ເທດ

2020-07-06 18:26:34 CRI

圖片默認標題_fororder_1987fa9270dc4f1aa77658d00af8510c_th

ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວ​ໄດ້​ອອກ​ຖະ​ແຫຼງ​ການ ໂດຍ​ກ່າວ​ວ່າ ລາວ​ສະ​ແດງ​ຄວາມ​ຊົມ​ເຊີຍ ທັງ​ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​ຈີນທີ່​ໄດ້​ຮັບ​ຮອງ ກົດ​ໝາ​ຍ​ວ່າ​ດ້ວຍ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຢູ່​ຮົງ​ກົງ​, ເຊື່ອ​ວ່າ​ການ​ເລີ່ມ​​ຈັດ​ຕັ້ງ​ປະ​ຕິ​ບັດ​ກົດ​ໝາຍ​ດັ່ງ​ກ່າວ​ຈະ​ຮັບ​ປະ​ກັນ​ໃຫ້​ຮົງ​ກົງ​ສາ​ມາດ​ຮັກ​ສາ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ ແລະ ຄວາມ​ໝັ້ນ​ຄົງ​ຍາວ​ນານ. ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ​ກໍ​ກ່າວ​ວ່າ, ຫວຽດ​ນາມ​ເຄົາ​ລົບ ແລະ ສະ​ໜັບ​ສະ​ໜູນ​ແນວ​ທາງ “ປະ​ເທດດ​ຽວ ສອງ​ລະ​ບອບ” ກົດ​ໝາຍ​ພື້ນ​ຖານ ແລະ ກົດ​ໝາຍ​ກົດ​ລະ​ບຽບ​ທີ່​ກ່ຽວ​ຂ້ອງ​ຂອງ​ຈີນ, ຫວັງ​ວ່າ​ປະ​ເທດ​ອື່ນ​ກໍ​ຈະ​ໃຫ້​ການເຄົາ​ລົບ​ເຊັ່ນ​ກັນ.

 

ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ຕີ​ລາ​ຄາ​ສູງ​ຕໍ່​ລາວ ແລະ ຫວຽດ​ນາມ​ທີ່​ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​ຈີນ​ຮັບ​ຮອງ ແລະ ປະ​ກາດ​ໃຊ້ “ກົດ​ໝາ​ຍ​ວ່າ​ດ້ວຍ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຢູ່​​ເຂດ​ບໍ​ລິ​ຫານ​ພິ​ເສດຮົງ​ກົງຂອງ​ສ​ປ​ຈີນ”. ນີ້​ສະ​ແດງ​ໃຫ້​ເຫັນວ່າປະ​ຊາ​ຄົມ​ໂລກ​ມີ​ຄວາມ​ເປັນ​ທຳ, ​ເຈ​ຕະ​ນາ​ຂອງ​ບາງປະ​ເທດ​ຕາ​ເວັນ​ຕົກ​ທີ່ ຢາກສວຍ​ໃຊ້​ເລື່ອງ​ນີ້​ເພື່ອໃສ່​ຮ້າຍ​ປ້າຍ​ສີ​ຈີນ​ນັ້ນ​ຈະ​ບໍ່​ໄດ້​ຜົນ​ຫຍັງ​ເລີຍ.

 

ຫວ່າງ​ກ່ອນ​ນີ້​ບໍ່​ດົນ, 70 ກວ່າ​ປະ​ເທດ ເຊິ່ງ​ລວມ​ທັງ ລາວ ຫວຽດ​ນາມ ແລະ​ປະ​ເທດອື່ນໆ​ໄດ້​ສະ​ແດງ​ທ່າ​ທີ​ສະ​ໜັບ​ສະ​ໜູນ​ການ​ອອກ​ກົດ​ໝາຍ​ທີ່​ກ່ຽວ​ຂ້ອງ​ຂອງ​ຈີນ​ຢູ່​ໃນ​ກອງ​ປະ​ຊຸມ​ຄັ້ງ​ທີ 44 ຂອງ​ສະ​ພາ​​ມົນ​ຕີສິດ​ທິ​ມະ​ນຸດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ທັງ​ຮຽກ​ຮ້ອງ​ໃຫ້​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ຈົ່ງ​ຢຸດ​ຕິ​ການ​ສວຍ​ໃຊ້​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ກັບ​ຮົງ​ກົງ​ເພື່ອ​ແຊກ​ແຊງວຽການ​ພາຍ​ໃນ​ຂອງ​ຈີນ​ໃນ​ທັນ​ທີ.

 

ທ່ານມາຕິນ ຊັກສ ນັກວິຊາການທີ່ມີ ຊື່ສຽງຂອງອັງກິດໄດ້ຂຽນບົດຄວາມ ລົງໃນທະວີດເຕີລຽນຕິດ ໂດຍໄດ້ຕຳໜິຕິຕຽນປະເທດຕາເວັນຕົກທີ່ຂັດຂວາງກົດ ໝາຍວ່າດ້ວຍການຮັກສາຄວາມໝ້ັນຄົງແຫ່ງຊາດຢູ່ຮົງກົງຂອງຈີນຢ່າງເປີດເຜີຍ. ທ່ານມາຕິນກ່າວວ່າ: “ປະເທດດຽວສອງລະບອບ” ກໍແມ່ນແນວຄວາມຄິດທີ່ຍິ່ງ ໃຫຍ່. ນີ້ແມ່ນແນວຄວາມຄິດຂອງຈີນ, ບໍ່ແມ່ນຂອງອັງກິດ. ເຂົາເຈົ້າຖືຮົງກົງເປັນ ຂອງໂລກຕາເວັນຕົກ, ແຕ່ທີ່ຈິງແລ້ວຮົງກົງເປັນຂອງຈີນ ຈິ່ງເຮັດໃຫ້ວຽກງານພາຍ ໃນຮົງກົງຈີນຖືກຂັດຂວາງຢູ່ເລື້ອຍໆ. ແຕ່ປັດຈຸບັນ, ທຸກສິ່ງຢ່າງທີ່ເຂົາເຈົ້າຫຼົງຄິດ ໄປນັ້ນໄດ້ຢຸດຕິແລ້ວ, ຈີນໄດ້ຮັກສາອະທິປະໄຕເທິງດິນແດນຮົງກົງດ້ວຍກົດໝາຍ ວ່າດ້ວຍການຮັກສາຄວາມໝັ້ນຄົງແຫ່ງຊາດຢູ່ຮົງກົງຂອງຈີນ.

 

ວັນ​ທີ 30 ມິ​ຖຸ​ນາ​ຜ່ານ​ມາ, ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໄດ້​ ​ຮັບ​ຮອງ“ກົດ​ໝາ​ຍ​ວ່າ​ດ້ວຍ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຢູ່ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ຂອງ​ສ​ປ​ຈີນ”, ມື້​ດຽວ​ກັນ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ລົງ​ນາມ​ໃນ​ລັດ​ຖະ​ດຳ​ລັດ​ເພື່ອ​ປະ​ກາດ​ໃຊ້​ກົດ​ໝາຍ​ດັ່ງ​ກ່າວ.

 

ກົດ​ໝາຍວ່າ​ດ້ວຍ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຢູ່​ຮົງ​ກົງໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ປາ​ຖະ​ໜາ​ຮ່ວມ​ຂອງ​ປະ​ຊາ​ຊົນ​ຈີນ 1,4 ຕື້ກວ່າ​ຄົນ ໃນ​ການ​ແກ້​ໄຂ​ຂໍ້​ບົກ​ຜ່ອງ​ດ້ານ​ກົດ​ໝາຍ ​ກົດ​ລະ​ບຽບ ແລະ ຈຸດ​ອ່ອນ​ດ້ານການ​ປະ​ຕິ​ບັດ​ງານ​ໃນ​ການ​​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຢູ່​ຮົງ​ກົງຢ່າງ​ແທ້​ຈິງ,ທັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ປາ​ຖະ​ໜາ​ຮ່ວມ​ຂອງ​ພີ່​ນ້ອງ​ຮ່ວມ​ຊາດ​ຮົງ​ກົງ​ຈຳ​ນວນຫຼວງຫຼາຍ. ກໍ​ຄື​​ດັ່ງ​ທີ່ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: “ການ​ປົກ​ປ້ອງ​ອະ​ທິ​ປະ​ໄຕ​ຂອງ​ຊາດ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ, ການບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ຢ່າງ​ສົມ​ບູນ​ຂອງ​ປະ​ເທດ​ຊາດ, ແມ່ນ​ຄວາມ​ມຸ່ງ​ຫວັງ​ຮ່ວມ​ຂອງ​ລູກຫຼານ​ປະ​ຊາ​ຊາດ​ຈີນ​ທັງ​ປວງ, ​ທັງ​ເປັນ​ພື້ນ​ຖານ​​ຂອງ​ຜົນ​ປະ​ໂຫຍດ​ຕົ້ນ​ຕໍ​ຂອງ​ປະ​ຊາ​ຊາດ​ຈີນ. ຢູ່​ຕໍ່​ໜ້າ​ຜົນ​ປ​ະ​ໂຫຍດ​​ລວມ​ຂອງ​ຊາດ ແລະ ກະ​ແສ​ລວມ​ຂ​ອງ​ປະ​ຫວັດ​ສາດ, ການ​ກະ​ທຳ ແລະ ເລ່​ກົນ​ໃດໆ​ທີ່ມີ​ເຈ​ຕະ​ນາ​ແບ່ງ​ແຍກ​ປະ​ເທດ​ຊາດ​ຈະ​ປະ​ສົບ​ກັບ​ຄວາມ​ປະ​ລາ​ໄຊ​ຢ່າງ​ແນ່ນອນ! ປະ​ຊາ​ຊົນ​ຈີນ​ມີ​ຈິດ​ໃຈ​ເດັດ​ດ່ຽວ, ມີ​ຄວາມ​ໝັ້ນ​ໃຈ​ຢ່າງ​ເຕັມ​ປ່ຽມ, ແລະ ມີ​ຄວາມ​ສາ​ມາດ​ຢ່າງ​ພຽງ​ພໍ​ທີ່​ຈະ​ເອົາ​ຊະ​ນະ​ການ​ກະ​ທຳ​ທຸກ​ຢ່າງ​ທີ່​ແບ່ງ​ແຍກ​ປະ​ເທດ! ປະ​ຊາ​ຊົນ​ຈີນ ແລະ ປະ​ຊາ​ຊາດ​ຈີນ​ມີ​ຈິດ​ສຳ​ນຶກ​ຮ່ວມ​ກັນ​ຢ່າງ​ໜຶ່ງ ​ກໍຄື: ຜືນ​ແຜ່ນ​ດິນ​ທຸກ​ສ່ວນ​ຂອງ​ປະ​ເທດ​ຊາດ​ອັນ​ຍິ່ງ​ໃຫຍ່​ຂອງ​ພວກ​ເຮົາ​, ບໍ່ປ່ອຍ​ປະ​ໃຫ້​ໃຜ ແລະ ກໍ​ບໍ່​ມີ​ໃຜ​ສາ​ມາດ​ຕັດ​ແຍກ​ອອກ​ຈາກ​ປະ​ເທດ​ຈີນໄດ້​ຢ່າງ​ເດັດ​ຂາດ.”

 

ຄຳ​ເຫັນ

0