尚艷波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຫຼັກອ້າງອີງຈາກຫຼາຍປະ​ເທດສະແດງໃຫ້ເຫັນວ່າ: ​ພະຍາດໂຄວິດ-19 ​​​ໄດ້ເກີດ​ຂຶ້ນໄວ​ກວ່ານີ້ຫຼາຍ ການຊອກຫາແຫຼ່ງທີ່ມາອາດມີ​ການ​ບຸກທະລຸ​ໃໝ່

2020-07-06 21:17:48 cri

圖片默認標題_fororder_微信圖片_20200706211538

ຄຽງຄູ່ກັບການຄົ້ນຄວ້າກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ-19 ໃນໂລກໄດ້ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ເວລາເກີດມີຜູ້ເປັນພະຍາດໂຄວິດ-19 ຫຼື ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ຫຼາຍປະເທດອາດຈະເກີດຂຶ້ນ​ໄວ​ກວ່ານີ້ຫຼາຍ.
 

ວັນທີ 15 ພຶດສະພາປີນີ້, ກະຊວງແຮງງານແລະປະກັນສັງຄົມຍີ່ປຸ່ນ ແລະ ສະພາກາແດງຍີ່ປຸ່ນໄດ້ກວດພົບພູມຕ້ານທານເຊື້ອພະຍາດໂຄວິດ-19 ເປັນຜົນບວກຢູ່ໃນຕົວຢ່າງເລືອດສອງສະບັບໃນການກວດຕົວຢ່າງເລືອດ 500 ສະບັບໃນຕົ້ນປີ 2019.
 

ສະຖາບັນຄົ້ນຄວ້າສາທາລະນະສຸກຊັ້ນສູງຂອງອີຕາລີໄດ້ເຜີຍແຜ່ບົດລາຍງານໃນວັນທີ 18 ມິຖຸນາຜ່ານ​ມາໂດຍສະແດງໃຫ້ເຫັນວ່າ: ນັກຄົ້ນຄວ້າໄດ້ກວດພົບເຊື້ອພະຍາດໂຄວິດ-19 ໃນຕົວຢ່າງນ້ຳເປື້ອນທີ່ເກັບໄວ້ໃນວັນທີ 18 ທັນວາປີ 2019.

圖片默認標題_fororder_微信圖片_20200706211545

ມະຫາວິທະຍາໄລບາເຊໂລນາຂອງແອັສປາຍໄດ້ປະກາດແຈ້ງການໃນວັນທີ 26 ມິຖຸນາຜ່ານມາໂດຍກ່າວວ່າ: ນັກ​ໄວຣັດວິທະຍາໄດ້ກວດພົບເຊື້ອພະຍາດໂຄວິດ-19 ໃນຕົວຢ່າງນ້ຳເປື້ອນທີ່​ເກັບ​ໄວ້ໃນເດືອນມີນາປີ 2019 ເຊິ່ງກວດພົບກ່ອນການລາຍງານຜູ້ເປັນພະຍາດໂຄວິດ-19 ຜູ້ທຳອິດຢູ່ຈີນເຖິງ 9 ເດືອນ.​ ຫຼັງຈາກນັ້ນ, ຫວ່າງມໍ່ໆມານີ້, ນັກຄົ້ນຄວ້າຂອງບຣາຊິນກໍໄດ້ກວດພົບເຊື້ອພະຍາດໂຄວິດ-19 ໃນນ້ຳເສຍຢູ່ຮ່ອງລະບາຍນ້ຳແບບປິດ, ສ່ວນເວລາຂອງການເກັບຕົວຢ່າງນ້ຳເສຍແມ່ນເດືອນພະຈິກປີ 2019.
 

ຄະນະນັກຄົ້ນຄວ້າຂອງມະຫາວິທະຍາໄລລອນດອນອັງກິດແລະອົງການອື່ນໆໄດ້ວິເຄາະຕົວເລກໝວດແຊນຂອງເຊື້ອພະຍາດຈາກຜູ້ເປັນພະຍາດໂຄວິດ-19 ໃນໂລກຫຼາຍກວ່າ 7.500 ສະບັບ, ຫຼັກອ້າງອີງທີ່​ຄົ້ນ​ພົບໃນການຄົ້ນຄວ້າດັ່ງກ່າວສະແດງໃຫ້ເຫັນວ່າ: ຜູ້ຕິດເຊື້ອພະຍາດໂຄວິດ-19 ຜູ້ທຳອິດອາດຈະເກີດຂຶ້ນລະຫວ່າງທ້າຍເດືອນຕຸລາແລະຕົ້ນເດືອນພະຈິກປີ 2019.
 

ເຖິງວ່າປັດຈຸບັນຍັງບໍ່ສາມາດຢືນຢັນຜົນຂອງການຄົ້ນພົບທີ່ຈະແຈ້ງກ່ຽວກັບແຫຼ່ງທີ່ມາຂອງເຊື້ອພະຍາດໂຄວິດ-19 ກໍຕາມ, ແຕ່ຜົນການຄົ້ນຄວ້າທາງວິທະຍາສາດໄດ້ສະໜອງຫຼັກອ້າງອີງ ແລະ ຂໍ້ມູນນັບມື້ນັບຫຼາຍໃຫ້ແກ່ການຄົ້ນຫາແຫຼ່ງທີ່ມາຂອງເຊື້ອພະຍາດໂຄວິດ-19, ເຊິ່ງໄດ້ເສີມຂະຫຍາຍບົດບາດຢ່າງຕັ້ງໜ້າໃນການຊຸກຍູ້ການປ້ອງກັນ, ຄວບຄຸມ ແລະ ປິ່ນປົວພະຍາດໂຄວິດ-19.

ຄຳ​ເຫັນ

0