覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຮ່ອງ​ລະ​ບາຍ​ນ້ຳ​ແບບ​ປິດ​ຢູ່​ບ​ຣາ​ຊີນ​ໄດ້​ມີ​ເຊື້ອ​ພະ​ຍາດ​ໂຄວິດ-19ມາ​ຕັ້ງ​ແຕ່​ເດືອນ​ພະ​ຈິກ​ປີ​ກາຍ​ນີ້

2020-07-06 17:35:49 cri

ໜ່ວຍ​ຊ່ຽວ​ຊານ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​​ຂອງ​ລັດ​ຖະ​ບານ​ກາງ​ໃນແຊນ​ຕາ ຄາ​ຕາ​ຣິ​ນາ ​ປະ​ເທດບ​ຣາ​ຊີນ​ໄດ້​ປະ​ກາດ​ໃນ​ວັນ​ທີ 2 ກໍ​ລະ​ກົດ​ນີ້​ວ່າ: ຈາກ​​ຜົນການ​ວິ​ໄຈ​ຕົວ​ຢ່າງ​ນ້ຳ​ໃນ​ຮ່ອງ​ລະ​ບາຍ​ນ້ຳ​ແບບ​ປິດ​ລະ​ຫວ່າງ​ເດືອນ​ຕຸ​ລາ​ປີ2019ຫາ​ເດືອນ​ມີ​ນາ​ປີ 2020ນີ້​ຢູ່ນະ​ຄອນ​ຟ​ຣໍ​ຣີ​ອ​າ​ໂນ​ໂປ​ລີ​ສ ເທດ​ສະ​ບານ​ລັດ​ແຊນ​ຕາ ຄາ​ຕາ​ຣິ​ນາ​ປະ​ເທດ​ບ​​ຣາ​ຊີນ​ໄດ້​ພົບ​ວ່າ: ໃນ​ຕົວ​ຢ່າງ​ນ້ຳ​ໃນ​ຮ່ອງ​ລະ​ບາຍ​ນ້ຳ​ແບບ​ປິດ​ໃນ​ເດືອນ​ພະ​ຈິກ​ປີ2019ຜ່ານ​ມາ​​ກໍມີ​ເຊື້ອ​ພະ​ຍາດ​ໂຄວິດ-19​ແລ້ວ. ຜົນ​ກວດ​ພົບ​ດັ່ງ​ກ່າວ​ເມື່ອ​ທຽບ​ໃສ່ກໍ​ລະ​ນີ​ທຳ​ອິດ​ທີ່​ອາ​ເມ​ຣິ​ກາ​​ປະ​ກາດ​ຜົນ​ຢ່າງ​ເປັນ​ທາງ​ການ​ກ່ຽວ​ກັບ​ຜົນ​ການບົ່ງ​ມະ​ຕິ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ​ຢູ່ແຜ່ນ​ດິນ​ໃຫຍ່​ໃນ​ທະ​ວີບ​ອາ​ເມ​ຣິ​ກາ​​ເມື່ອ​ວັນ​ທີ 21 ມັງ​ກອນ​ປີ​ນີ້​ແລ້ວ​ແມ່ນ​ເກີດ​ຂຶ້ນລ່ວງ​ໜ້າຫຼາຍກວ່າ 2 ເດືອນ.
 

ເຊິ່ງ​ຜົນ​ກວດ​ພົບ​ດັ່ງ​ກ່າວ​ໄດ້​ກາຍ​ເປັນຫຼັກ​ຖານ​ທີ່​ແໜ້ນ​ໜາອີກ​ຢ່າງ​ໜຶ່ງ​ທີ່​ຢັ້ງ​ຢືນ​ໃຫ້​ເຫັນ​ວ່າ ຈຸດ​ເວ​ລາ​ເກີດ​ພະ​ຍາດ​ໂຄວິດ-19 ​ຢູ່ຫຼາຍ​ປະ​ເທດ​ແມ່ນ​ເກີດ​ຂຶ້ນ​ກ່ອນ​ເວ​ລາ​ທີ່​ຝ່າຍ​ທາງ​ການ​ປະ​ກາດ​ຢ່າງຫຼວງຫຼາຍ.
 

 ຍີ່​ປຸ່ນ​ໄດ້​ກວດ​ພົບ​ພູມ​ຕ້ານ​ທານ​ເຊື້ອ​ພະ​ຍາດ​ໂຄວິດ-19 ໃນ​ເລືອດ​ຂອງ​ຜູ້​ບໍ​ລິ​ຈາກໃນ​ຕົ້ນ​ປີ2019.
 

ແອັ​ສ​ປາຍໄດ້​ກວດ​ພົບ​ເຊື້ອ​ພະ​ຍາດ​ໂຄວິດ-19 ໃນ​ນ້ຳ​ເສຍ​ໃນ​ເດືອນ​ມີ​ນາ​ປີ 2019.
 

 ຕາມ​ສື່ມວນ​ຊົນ​ອາ​ເມ​ຣິ​ກາ​ລາຍ​ງານ​ວ່າ:  ທ່ານ​ໄມ​ເຄີນ ເມວ​ຮາມ ເຈົ້າ​ຄອງ​ນະ​ຄອນ​ແບວ​ວິວ ລັດ ນີວ​ເຈີ​ຊີ ອາ​ເມ​ຣິ​ກາ​ຢືນ​ຢັນ​ວ່າຕົນ​ໄດ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19ໃນ​ເດືອນ​ພະ​ຈິກ​ປີ 2019. ຜົນ​ກວດ​ຫາ​ເຊື້ອຫຼ້າ​ສຸດ​ທີ່​ຕົນ​ໄດ້​ຮັບ​ນັ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ  ຕົນໄດ້​ມີ​ພູມ​ຕ້ານ​ທານ​ເຊື້ອ​ພະ​ຍາດ​ໂຄວິດ- 19.
 

​ເດືອນ​ພະ​ຈິກ​ປີ 2019, ຝ​ຣັ່ງມີ​ຜູ້​ຖືກ​ສົງ​ໄສ​ເປັນ​ພະ​ຍາດ​ໂຄວິດ- 19 ເຂົ້າ​ປິ່ນ​ປົວ​ຢູ່​ໂຮງ​ໝໍ.
 

ເດືອນ​ທັນ​ວາ​ປີ 2019, ອີ​ຕາ​ລີ​ໄດ້​ກວດ​ພົບ​ເຊື້ອ​ພະ​ຍາດ​ໂຄວິດ-19 ຈາກ​ນ້ຳ​ເປື້ອນ.
 

ທີມ​ງານ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ອັງ​ກິດ​ໄດ້​ຢືນ​ຢັນ​ວ່າ ທ້າຍ​ປີ 2019, ເຊື້ອ​ພະ​ຍາດ​ໂຄວິດ-19 ອາດ​ໄດ້​ເລີ່ມ​ແຜ່​ລະ​ບາດ​ແລ້ວ.
 

 ເຖິງ​ຈະ​ມີ​ນັກ​ວິ​ທະ​ຍາ​ສາດ​ໄດ້​ກ່າວ​ວ່າ: ມັນ​ຍັງ​ໄວ​ເກີນ​ໄປ​ທີ່​​ຈະ​ຢືນ​ຢັນ​ວ່າພະ​ຍາດ​ເກີດ​ຂຶ້ນ​ໃນ​ເວ​ລາ​ໃດ​ຈາກ​ຜົນ​ການກວດ​ກາ​ນ້ຳ​ເສຍ​ກໍ​ຕາມ, ແຕ່​ການກວດ​ຫາ​ເຊື້ອ​ຈາກ​ນ້ຳ​ເສຍ​ໄດ້​ກາຍ​ເປັນ​ວິ​ທີ​ຕິດ​ຕາມ​ວັດ​ແທກ​ທີ່ຫຼາຍ​ປະ​ເທດ​​ໄດ້​ນຳ​ໃຊ້​ແລ້ວເຊັ່ນ​ແຟງ​ລັງ,ອົ​ສ​ຕ​ຣາ​ລີ​. ຜູ້​ຊ່ຽວ​ຊານ​ແອັ​ສ​ປາຍ​ກໍ​ຢືນ​ຢັນ​ວ່າ: ການ​ຄົ້ນ​ຄວ້າ​ຈາກ​ຜົນ​ກວດ​ນ້ຳ​ເສຍ​ຈະ​ເປັນ​ທິດ​ທາງ​ໃໝ່​ສຳ​ລັບ​ການ​ຄົ້ນ​ຄວ້າ​ການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ພະ​ຍາດ. 

ຄຳ​ເຫັນ

0