覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນຕອບ​ໂຕ້​ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ທີ່​ບິດ​ເບືອນ​ຄວາມ​ເປັນ​ຈິງ​ກ່ຽວ​ກັບ​ພະ​ຍາດ​ໂຄວິດ- 19

2020-07-07 17:19:45 cri

ແນ​ໃສ່​ກໍ​ລະ​ນີ​ທີ່​ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ລະ​ແວງ​ສົງ​ໃສ​ຕໍ່​ການ​ເປີດ​ເຜີຍ​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ພະ​ຍາດ​ໂຄວິດ-19 ຂອງ​ຈີນ, ທ່ານ​ຈ້າ​ວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຢືນ​ຢັນ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄ​ອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 6 ກໍ​ລະ​ກົດ​ນີ້​ວ່າ:  ນັກ​ການ​ເມືອງ​ບາງ​ຄົນ​ຂອງ​ອາ​ເມ​ຣິ​ກາ​ບິດ​ເບືອນ​ຄວາມ​ເປັນ​ຈິງ, ເສກ​ສັນ​ປັ້ນ​ແຕ່ງ​​ຄຳ​ຫຼອກ​ລວງ, ​ມີຈຸດ​ປະ​ສົງ ​ເພື່ອ​ໃສ່​ຮ້າຍ​ປ້າຍ​ສີ​ຈີນ​ແລະ​ອົງ​ການ​ອະ​ນາ​ໄມ​ໂລກ​ກໍ​ຄືເພື່ອ​ຮັບ​ໃຊ້​ຈຸດ​ປະ​ສົງ​ທາງ​ການ​ເມືອງ​ຂອງ​ຕົນ. ຈີນ​ເລັ່ງ​ທວງ​ໃຫ້​ເຂົາ​ເຈົ້າ​ເຄົາ​ລົບ​ຄວາມ​ເປັນ​ຈິງ, ຢຸດ​ຕິ​ການຫຼິ້ນ​ເລ່​ຫຼ່ຽມ​ທາງ​ ​ການ​ເມືອງ.
 

 ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ອົງ​ການ​ອະ​ນາ​ໄມ​ໂລກ​ໄດ້​ປັບ​ປຸງ “ຕາ​ຕະ​ລາງ​ເວ​ລາ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19”ໃຫ້​ທັນ​ສະ​ພາບ​ການ. ທ່ານ​ໄມ​ເຄີນ ແມັກ​ຄາວ ປະ​ທານ​ວຽກງານ​ກ່ຽວ​ກັບ​ປະ​ເທດ​ຈີນ​ຂອງ​ສະ​ພາ​ຕ່ຳ​ອາ​ເມ​ຣິ​ກາ​ໄດ້​ອອກ​ຖະ​ແຫຼງ​ການ​ໂດຍ​ສະ​ແດງ​ຄວາມ​ລະ​ແວງ​ສົງ​ໃສ​ຕໍ່​ ຄວາມ​ໂປ່ງ​ໃສ​​ແລະ​ທັນ​ເວ​ລາຂອງ​ການ​ປະ​ກາດ​ສະ​ພາບ​ການ​ແຜ່​ລະ​ບາດ​​ຂອງພະ​ຍາດ​ໂຄວິດ-19 ​ຢູ່​ຈີນ. ໃນ​ເວ​ລາ​ຕອບ​ຄຳ​ຖາມ​ທີ່​ກ່ຽວ​ຂ້ອງ​ຂອງ​ນັກ​ຂ່າວ, ທ່ານ​ຈ້າວ​ລີ້​ຈ່ຽນ​ກ່າວ​ວ່າ:
 

 “ຖ້ອຍ​ຄຳ​ຂອງ​ຝ່າຍ​ອາ​ເມ​ຣິ​ກາ​ແມ່ນ​ບໍ່​ຖືກ​ຕ້ອງ​ກັບ​ຄວາມ​ເປັນ​ຈິງ​ແຕ່​ປະ​ການ​ໃດ. ​ໃນ​ຖາ​ນະ​ເປັນ​ປະ​ເທດ​ພາ​ຄີກົດ​ລະ​ບຽບ​ກ່ຽວ​ກັບອະ​ນາ​ໄມ​ສາ​ກົນ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ, ຈີນໄດ້​ປະ​ຕິ​ບັດ​ຕາມ​ໜ້າ​ທີ່​ແລ​ະ​ພັນ​ທະ​ຕາມ​ທີ່​ກຳ​ນົດ​ໄວ້​ໃນ​ກົດ​ລະ​ບຽບ​ກ່ຽວ​ກັບ​ອະ​ນາ​ໄມ​ສາ​ກົນ​ຢ່າງ​ຕັ້ງ​ໜ້າ​ຕາມ​ທ່າ​ທີ​ທີ່​ເປີດ​ເຜີຍ, ໂປ່ງ​ໃສ​ແລະ​ມີ​ຄວາມ​ຮັບ​ຜິດ​ຊອບ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຈີນ​ໄດ້​ເປັນ​ເຈົ້າ​ການ​ແຈ້ງ​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ພະ​ຍາດ​ໂຄວິດ- 19 ໃຫ້​ອົງ​ການ​ອະ​ນາ​ໄມ​ໂລກ, ປະ​ເທດ​ແລະ​ເຂດ​ແຄວ້ນ​ທີ່​ກ່ຽວ​ຂ້ອງ ກໍ​ຄື ເຂດ​ຮົງ​ກົງ,ມາ​ກາວ​ແລະ​ໄຕ້​ຫວັນ​ຂອງ​ຈີນ​ຢ່າງ​ທັນ​ເວ​ລາ.ຕາ​ຕະ​ລາງ​ເວ​ລາ​ທີ່​ລັດ​ຖະ​ບານ​ຈີນ​ແລະ​ອົງ​ການ​ອະ​ນາ​ໄມ​ໂລກ​ເປີດ​ເຜີຍ​ນັ້ນ​ລ້ວນ​ແຕ່​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ: ຈີນ​ໄດ້​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ພະ​ຍາດ​ໂຄວິດ-19ໃຫ້​ປະ​ຊາ​ຄົມ​ໂລກ​ຢ່າງ​ໂປ່ງ​ໃສ. ວັນ​ທີ 31 ທັນ​ວາ​ປີ 2019ຜ່ານ​ມາ, ​ເວັບ​ໄຊ​ທາງ​ການ​ຂອງຄະ​ນະ​ກຳ​ມະ​ການ​ສາ​ທາ​ລະ​ນະ​ສຸກ​ນະ​ຄອນ​ອູ​ຮັ້ນ​ຈີນ​ກໍ​ໄດ້​ເປີດ​ເຜີຍ ແຈ້ງ​ການ​ວ່າ​ດ້ວຍ​ສະ​ພາບ​ພະ​ຍາດ​ໂຄວິດ- 19​ຢູ່ອູ​ຮັ້ນ, ຈີນ​ໄດ້​ແຈ້ງ​ສະ​ພາບ​ທີ່​ກ່ຽວ​ຂ້ອງ​ໃຫ້​ອົງ​ການ​ອະ​ນາ​ໄມ​ໂລກ​ຮັບ​ຮູ້​ຢ່າງ​ວ່ອງ​ໄວ​ແລະ​ທັນ​ເວ​ລາ​ທີ່​ສຸດ ເຊິ່ງ​ເປັນ​ຄວາມ​ເປັນ​ຈິງ​ອັນຈະ​ແຈ້ງ​ທີ່​ສຸດ. ”

ຄຳ​ເຫັນ

0