吳佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີຈິ້ນຜິງສົ່ງສານຊົມເຊີຍເຖິງກອງປະຊຸມລັດຖະມົນຕີຂອງເວທີປຶກສາຫາລືການຮ່ວມມືລະຫວ່າງຈີນ-ບັນດາປະເທດອາຣັບຄັ້ງທີ 9

2020-07-07 17:30:12 CRI

ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງກອງປະຊຸມລັດຖະມົນຕີຂອງເວທີປຶກສາຫາລືການຮ່ວມມືລະຫວ່າງຈີນ-ບັນດາປະເທດອາຣັບຄັ້ງທີ 9 ທາງວິດີໂອທີ່ຈັດຂຶ້ນໃນວັນທີ 6 ກໍລະກົດນີ້.

ທ່ານສີຈິ້ນຜິງກ່າວເນັ້ນວ່າ: ໃນປີ 2018, ຂ້າພະເຈົ້າໄດ້ປະກາດການສ້າງສາຍພົວພັນຄູ່ຮ່ວມຍຸດທະສາດສອງຝ່າຍຈີນ-ບັນດາປະເທດອາຣັບໃນພິທີເປີດກອງປະຊຸມລັດຖະມົນຕີຂອງເວທີປຶກສາຫາລືການຮ່ວມມືຈີນ-ບັນດາປະເທດອາຣັບຄັ້ງທີ 8, ທັງລິເລີ່ມໃຫ້ສ້າງປະຊາຄົມຮ່ວມຊາຕາກຳຈີນ-ບັນດາປະເທດອາຣັບກໍເພື່ອຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ເຊິ່ງໄດ້ຮັບການສະໜັບສະໜູນຈາກປະເທດອາຣັບ. ໃນສອງປີຜ່ານມາ, ຈີນ-ບັນດາປະເທດອາຣັບໄດ້ເພີ່ມທະວີການປະສານງານດ້ານຍຸດທະສາດ ແລະການເຊື່ອມຕໍ່ດ້ານການປະຕິບັດງານ, ລົງເລິກສາຍພົວພັນຄູ່ຮ່ວມຍຸດທະສາດຈີນ-ບັນດາປະເທດອາຣັບທີ່ຮ່ວມມືກັນຢ່າງຮອບດ້ານ, ພັດທະນາຮ່ວມກັນ ແລະຫັນໜ້າໄປສູ່ອະນາຄົດ.

ທ່ານສີຈິ້ນຜິງກ່າວເນັ້ນວ່າ: ນັບແຕ່ເກີດມີສະພາບພະຍາດໂຄວິດ-19 ເປັນຕົ້ນມາ, ຈີນ ແລະບັນດາປະເທດອາຣັບໄດ້ຮ່ວມຈິດຮ່ວມໃຈກັນ, ຊ່ວຍເຫຼືອເຊິ່ງກັນ ແລະກັນເພື່ອຜ່ານຜ່າຄວາມຫຍຸ້ງຍາກ, ເດັດດ່ຽວສະໜັບສະໜູນກັນ ແລະດຳເນີນການຮ່ວມມືຢ່າງແໜ້ນແຟ້ນ ເຊິ່ງເປັນການສະແດງໃຫ້ເຫັນເຖິງຄວາມມີຊີວິດຊີວາຂອງການຮ່ວມຊາຕາກຳລະຫວ່າງຈີນ-ບັນດາປະເທດອາຣັບ. ໃນສະພາບປັດຈຸບັນນີ້, ສອງຝ່າຍຄວນເພີ່ມທະວີການຮ່ວມມືກັນຫຼາຍກວ່າເວລາໃດໝົດ, ຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກ, ຈັບມືກັນກ້າວເດີນໄປໜ້າ. ຫວັງວ່າສອງຝ່າຍຈະຖືເອົາໂອກາດຈັດກອງປະຊຸມຄັ້ງນີ້ເປັນການເພີ່ມທະວີການແລກປ່ຽນ ແລະປະສານງານດ້ານຍຸດທະສາດ, ຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆ ເຊັ່ນ: ຕ້ານພະຍາດໂຄວິດ-19 ແລະອື່ນໆ, ລົງເລິກການສ້າງປະຊາຄົມຮ່ວມຊາຕາກຳຈີນ-ບັນດາປະເທດອາຣັບໃຫ້ມີຜົນຕົວຈິງຢ່າງບໍ່ຢຸດຢັ້ງ ແລະສ້າງຜົນປະໂຫຍດໃຫ້ປະຊາຊົນສອງຝ່າຍ.

ຄຳ​ເຫັນ

0