何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອົງ​ການ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​​ຈີນເດັດ​ດ່ຽວ​ຄັດ​ຄ້ານ​ຖ້ອຍ​ຄຳ​ຂອງ​ກົງ​ສຸນ​ໃຫຍ່​ອາ​ເມ​ຣິ​ກາ​ປະ​ຈຳ​ຮົງ​ກົງທີ່​ມີ​ຕໍ່ “ກົດ​ໝາຍ​ວ່າ​ດ້ວຍ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຢູ່​ຮົງ​ກົງ”

2020-07-07 15:17:57 CRI

ວັນ​ທີ 6 ​ກໍ​ລະ​ກົດ​ນີ້, ອົງ​ການ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ຈີນ​ກ່າວ​ວ່າ, ​ໄດ້ເດັດ​ດ່ຽວ​ຄັດ​ຄ້ານ​ຖ້ອຍ​ຄຳ​ຂອງ​ທ່ານແຮນ​ສະ​ຄອມ ສະ​ມິດ ກົງ​ສຸນ​ໃຫຍ່​ອາ​ເມ​ຣິ​ກາ​ປະ​ຈຳ​ຮົງ​ກົງ​ຈີນ​ທີ່​ເວົ້າ​ຢ່າງ​ເປີດ​ເຜີຍ​ກ່ຽວ​ກັບ “ກົດ​ໝາຍ​ວ່າ​ດ້ວຍ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຢູ່​ຮົງ​ກົງ”.

 

ໂຄ​ສົກ ອົງ​ການ​ປົກ​ຄອງເຂດ​ບໍ​ລິ​ຫານ​ພິ​ເສດ​​ຮົງ​ກົງກ່າວ​ວ່າ, ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂຶ້ນ​ກັບ​ສິດ​ການ​ປົກ​ຄອງ​ຂອງ​ລັດ​ຖະ​ບານ​ກາງ, ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໃນ​ຖາ​ນະ​ເປັນ​ອົງ​ການ​ອຳ​ນາດ​ສູງ​ສຸດ​ແຫ່ງ​ຊາດ​ຈີນ, ມີ​ສິດ ແລະ ​ໜ້າ​ທີ່​ຕາມ​ທີ່​ລັດ​ຖະ​ທຳ​ມະ​ນູນ​ກຳ​ນ​ໄດ​ໄວ້​ໃນ​ການ​ອອກ​ກົດ​ໝາຍວ່າ​ດ້ວຍ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ໃຫ້​ແກ່​ອົງ​ການ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ, ສຳ​ລັບ​ກົດ​ໝາຍ​ດັ່ງ​ກ່າວ​ກໍ​ໄດ້​ພິ​ຈາ​ລະ​ນາ​ເຖິງ​ສະ​ພາບ​ຄວາມ​ເປັນ​ຈິງ​ຂອງ​ຮົງ​ກົງ​ແລ້ວ.

 

ໂຄ​ສົກທ່ານ​ນີ້​ຍັງ​ຊີ້​ໃຫ້​ເຫັນວ່າ, ການ​ອອກ​ກົດ​ໝາຍ​ແມ່ນ​ບາດ​ກ້າວ​ໜຶ່ງ​ທີ່​ສຳ​ຄັ​ນ​ໃນ​ການ​ປັບ​ປຸງ ນະ​ໂຍ​ບາຍ“ປະ​ເທດ​ດຽວ ສອງ​ລະ​ບອບ”ໃຫ້​ສົມ​ບູນກວ່າ​ເກົ່າ, ເປັນ​​ຂໍ້​ຕົກ​ລົງ​ທີ່​ຈຳ​ເປັນ ແລະ ທັນ​ເວ​ລາ​ເພື່ອ​ຟື້ນ​ຟູ​ສະ​ຖຽນ​ລະ​ພາບ​ຂອງ​ສັງ​ຄົມ​ຮົງ​ກົງ​ໂດຍ​ໄວ, ຈະ​ບໍ່​ກະ​ທົບ​ເຖິງ​ການ​ປົກ​ຄອງ​ຕົນ​ເອ​ງ​ໃນ​ລະ​ດັບ​ສູງ ຄວາມ​ເປັນອິດ​ສະຫຼະດ້ານ​ຕຸ​ລາ​ການ ແລະ ​ການປົກ​ຄອງ​ຕາມ​ກົດ​ໝາຍ​ຢູ່​ຮົງ​ກົງ. ທັງ​ກ່າວ​ຕື່ມ​ວ່າ, ອາ​ເມ​ຣິ​ກາ​ກໍ​ໄດ້​ອອກກົດ​ໝາຍ​ວ່າ​ດ້ວຍ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ໃຫ້​ແກ່​ປະ​ເທດ​ຕົນ, ແຕ່​ບໍ່​ເຄີຍ​ໄດ້​ຍິນ​ວ່າ​ການ​​ອອກ​ກົດ​ໝາຍ​ທີ່​ກ່ຽວ​ຂ້ອງ​ໄດ້​ກະ​ທົບ​ເຖິງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ສະ​ພາບ​ແວດ​ລ້ອມ​ດ້ານ​ການ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ອາ​ເມ​ຣິ​ກາ.

ຄຳ​ເຫັນ

0