ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 7 ກໍລະກົດນີ້, ຫົວໜ້າກົມງານອາເມຣິກາຂອງກະຊວງການຕ່າງປະເທດສປປ.ເກົາຫຼີໄດ້ກ່າວຕຳໜິຕິຕຽນສ.ເກົາຫຼີວ່າຢາກເປັນຜູ້ໄກ່ເກ່ຍໃນການພົວພັນລະຫວ່າງສປປ.ເກົາຫຼີ ແລະອາເມຣິກາ, ແລະຢືນຢັນຢ່າງຈະແຈ້ງອີກຄັ້ງໃໝ່ວ່າ ສປປ.ເກົາຫຼີບໍ່ມີເຈດຈຳນົງຈະເຈລະຈາກັບອາເມຣິກາແບບເຊີ່ງໜ້າ.
ວັນທີ 30 ມິຖຸນາຜ່ານມາ, ທ່ານມູນແຈອິນ ປະທານາທິບໍດີສ.ເກົາຫຼີກ່າວວ່າ: ສ.ເກົາຫຼີຈະອອກແຮງຈົນສຸດຄວາມສາມາດຊຸກຍູ້ການເຈລະຈາແບບເຊີ່ງໜ້າລະຫວ່າງສປປ.ເກົາຫຼີ ແລະອາເມຣິກາກ່ອນການເລືອກຕັ້ງທົ່ວໄປຂອງອາເມຣິກາ. ວັນທີ 4 ກໍລະກົດຜ່ານມາ, ຮອງລັດຖະມົນຕີກະຊວງການຕ່າງປະເທດສປປ.ເກົາຫຼີຜູ້ທີ 1 ກ່າວວ່າ: ການເຈລະຈາລະຫວ່າງສປປ.ເກົາຫຼີ ແລະອາເມຣິກາເປັນພຽງເຄື່ອງມືໃນການແກ້ໄຂວິກິດການທາງການເມືອງຂອງອາເມຣິກາ, ສປປ.ເກົາຫຼີບໍ່ຈຳເປັນດຳເນີນການເຈລະຈາແບບເຊີ່ງໜ້າກັບອາເມຣິກາອີກ.
ວັນທີ 12 ມິຖຸນາປີ 2018, ທ່ານກິ່ມເຈິງອູນ ຜູ້ນຳສູງສຸດສປປ.ເກົາຫຼີ ແລະທ່ານໂດໂນ ທຮຳ ປະທານາທິບໍດີອາເມຣິກາໄດ້ຈັດການພົບປະຄັ້ງທຳອິດຢູ່ສິງກະໂປ ແລະໄດ້ອອກຖະແຫຼງການຮ່ວມກ່ຽວກັບການປອດອາວຸດນີວເຄຼຍຢູ່ແຫຼມເກົາຫຼີ ແລະອື່ນໆ, ທັງຢືນຢັນວ່າ: ສອງປະເທດຈະສ້າງສາຍພົວພັນແບບໃໝ່ ແລະພະຍາຍາມຮ່ວມກັນສ້າງກົນໄກເພື່ອສັນຕິພາບ ແລະຄວາມໝັ້ນຄົງຢ່າງຖາວອນຢູ່ແຫຼມເກົາຫຼີ. ແຕ່ການພົບປະລະຫວ່າງປະມຸກລັດສອງປະເທດຄັ້ງທີ 2 ທີ່ຈັດຂຶ້ນຢູ່ຮາໂນ້ຍປະເທດຫວຽດນາມບໍ່ໄດ້ບັນລຸໝາກຜົນໃດໆ, ການເຈລະຈາກ່ຽວກັບການປອດອາວຸດນີວເຄຼຍຢູ່ແຫຼມເກົາຫຼີກໍຕົກຢູ່ໃນສະພາບບໍ່ໄປບໍ່ມາ.
ຄຳເຫັນ
0