覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຂໍ້​ກຳ​ນົດ​ໃນການ​ຈັດ​ຕັ້ງ​ປະ​ຕິ​ບັດ​ມາດ​ຕາ 43 ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຢູ່​ ​ຮົງ​ກົງມີ​ຜົນ​ບັງ​ຄັບ​ໃຊ້​ແລ້ວ

2020-07-07 17:21:33 cri

ວັນ​ທີ 6 ກໍ​ລະ​ກົດ​ນີ້, ອົງ​ການ​ປົ​ກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ຈີນ​ໄດ້​ພິມ​​ເຜີຍ​ແຜ່ ​ຂໍ້​ກຳ​ນົດ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ມາດ​ຕາ​ 43 ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຢູ່​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ ສ​ປ ຈີນ ເຊິ່ງຂໍ້​ກຳ​ນົດ​ສະ​ບັນ​ນີ້​ໄດ້ມີ​ຜົນ​ບັງ​ຄັບ​ໃຊ້​ນັບ​ແຕ່​ວັນ​ທີ 7 ກໍ​ລະ​ກົດ​​ນີ້​ເປັນ​ຕົ້ນ​ໄປ.
 

ຕາມ​ມາດ​ຕາ 43 ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຢູ່​ຮົງ​ກົງ​ໄດ້​ກຳ​ນົດ​ໄວ້​ວ່າ: ​ພາກ​ສ່ວນ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງພະ​ແນກ​ຕຳຫຼວດ​ອົງ​ການ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ໃນ​ເວ​ລາ​ແກ້​ໄຂ​ຄະ​ດີ​ກະ​ທຳ​ຜິດ​ກົດ​ໝາຍ​ທີ່​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ນັ້ນ ​ສາ​ມາດ​ນຳ​ໃຊ້​ມາດ​ຕະ​ການ​ທຸກ​ຢ່າງຕາມ​ກົດ​ໝາຍ​ໄດ້ ທັງ​ມອບ​ສິດ​ໃຫ້​ຜູ້​ວ່າ​ການ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ຮ່ວມ​ກັບ​ຄະ​ນະ​ກຳ​ມະ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​​ຂອງອົງ​ການ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ສ້າງຂໍ້​ກຳ​ນົດ​ລະ​ອຽດ​ທີ່​ກ່ຽວ​ຂ້ອງ​ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ມາດ​ຕະ​ການ​ຕາມ​ທີ່​ກຳ​ນົດ​ໄວ້​ໃນ​ມາດ​ຕາ​ 43.
 

​ຂໍ້​ກຳ​ນົດ​ດັ່ງ​ກ່າວ​ປະ​ກອບ​ມີ​ເນື້ອ​ໃນ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ກັບ​ເຈົ້າ​ໜ້າ​ທີ່​​ໃນ​ການປະ​ຕິ​ບັດ​ກົດ​ໝາຍ​ພ້ອມ​ດ້ວຍອົງ​ການ​ທີ່​ກ່ຽວ​ຂ້ອງ​ສາ​ມາດກວດ​ຄົ້ນ​​ທຸກສະ​ຖານ​ທີ່​ທີ່​ກ່ຽວ​ຂ້ອງ​ເພື່ອ​ຄົ້ນ​ຫາຫຼັກ​ຖານ,ຈຳ​ກັດ​ບໍ່​ໃຫ້​ຜູ້​ຕ້ອງ​ສົງ​ໃສ​ທີ່ຖືກ​ສືບ​ສວນ​ອອກ​ຈາກ​ຮົງ​ກົງ, ອາ​ຍັດ, ຈຳ​ກັດ,ຍຶດ​ຊັບ​ສິນ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ກະ​ທຳ​ຜິດ​ໃນ​ການ​ທຳ​ລາຍ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ນັ້ນ​ໃຫ້​ເປັນ​ຂອງ​ລັດ, ລຶບ​​ລ້າງ​ຂໍ້​ມູນ​ຂ່າວ​ສານ​ທີ່​ກະ​ທົບ​ຕໍ່​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ແລະ​ຮຽກ​ຮ້ອງ​ໃຫ້​ຜູ້​ກ່ຽວ​ໃຫ້​​ການ​ຮ່ວມ​ມື​ກັບ​ພາກ​ສ່ວນທີ່​ກ່ຽວ​ຂ້ອງ, ຮຽກ​ຮ້ອງ​ໃຫ້​ອົງ​ການ​ຈັດ​ຕັ້ງ​ທາງ​ການ​ເມືອງ​ພ້ອມ​ດ້ວຍ​ຕົວ​ແທນ​ຂອງ​ຕ່າງ​ປະ​ເທດ​ແລະ​ໄຕ້​ຫວັນ​ສະ​ໜອງ​ຂໍ້​ມູນ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ທີ່​ກ່ຽວ​ຂ້ອງ​ກັບ​ຮົງ​ກົງ, ທັງ​ຮ້ອງ​ຂໍ​ການມອບ​ສິດ​ໃຫ້​ລັດ​ສະ​ກັດ​ເອົາ​ຂໍ້​ມູນ​ດ້ານ​ການ​ສື່​ສານ​ກໍ​ຄື​ການກວດ​ກາ​ຢ່າງ​ປິດ​ລັບ, ສະ​ໜອງ​ຂໍ້​ມູນ​ແລະ​ປະ​ກອບ​ວັດ​ຖຸ​ອຸ​ປະ​ກອນ​ຕ່າງໆ​ແລະ​ອື່ນໆ.

ຄຳ​ເຫັນ

0