尚艷波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກຳ​ລັງ​ໄວ​ໜຸ່ມ​ທີ່​ສູ້​ຊົນ​ເຮັດ​ວຽກ​ຢູ່​ແນວ​ໜ້າ​ເພື່ອລຶບລ້າງ​ຄວາມ​ທຸກ​ຍາກ

2020-07-15 17:34:50 cri

ທີ່​ນີ້​ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ! ສະ​ບາຍ​ດີ​ທ່ານ​ຜູ້​ຟັງ​ທີ່​ຮັກ​ແພງ! ຍິນ​ດີ​ຕ້ອນ​ຮັບ​ທ່ານ​ເຂົ້​າ​ສູ່​ລາຍ​ການ “ເປີດ​ປະ​ຕູ​ສູ່​ເມືອງ​ຈີນ”. ມື້​ນີ້, ຜູ້​ດຳ​ເນີນ​ລາຍ​ການ​ຈະເລົ່າ​ເລື່ອງ​ກ່ຽວ​ກັບ​ຊາວ​ໜຸ່ມ​ທີ່​ສູ້​ຊົນ​ເຮັດ​ວຽກ​ຢູ່ແນວ​ໜ້າ​ເພື່ອລຶບລ້າງຄວາມ​ທຸກ​ຍາກ​ໃຫ້​ທ່ານ​ໄດ້​ຮູ້. ຕໍ່​ໄປ​ພວກ​ເຮົາ​ມາ​ຟັງເພງກັນກ່ອນ.
 

ເມືອງ​ສີ​ເຕີ​ແມ່ນ​ໜຶ່ງ​ໃນ 7 ເມືອງສຸດທ້າຍ​ຂອງ​ກິ່ງ​ແຂວງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຢີ​ລຽງ​ຊ່ານ​ແຂວງ​ເສ​ສວນທີ່ຍັງບໍ່ທັນໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ. ຢູ່​ທົ່ວ​ເມືອງ​ໄດ້​ມີ​ບ້ານ​ທຸກ​ຍາກ​ທີ່​ບໍ່ທັນໄດ້ຫຼຸດພົ້ນ​ອອກ​ຈາກ​ຄວາ​ມ​ທຸກ​ຍາກ 28 ບ້ານ​, ໃນ​ນີ້, ບ້ານ​ຈົ່ງ​ປ້າ​ຕາແສງ​ຫຼູ​ຈີ່​ແມ່ນ​ບ້ານດຽວ​ທີ່​ມີ​ປະ​ຊາ​ກອ​ນ​ທີ່​ຍັງບໍ່ທັນໄດ້ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ຫຼາຍກວ່າ 1 ພັນ​ຄົນ. ເມືອງ​ສີ​ເຕີ​ເປັນ​ເມືອງລຶບລ້າງຄວາມທຸກຍາກຕາມເຂດກຳນົດສະເພາະທີ່ຢູ່ໃນຄວາມຮັບຜິດຊອບຂອງສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ຫຼື CMG. ໃນ​ເດືອນ​ມີ​ນາ​ປີ 2020, ນາງຫຼີວ​ຊ່າວນັກ​ຂ່າວ​ CCTV ຂອງ CMG ໄດ້​ຮັບ​ການ​ແຕ່ງ​ຕັ້ງໃຫ້​ໄປ​ປະ​ຈຳແລະ​ຮັບໜ້າທີ່​ຕຳ​ແໜ່ງເປັນ​ເລ​ຂາພັກຜູ້​ທີ​ໜຶ່ງ​ຂອງ​ບ້ານ​ຈົ່ງ​ປ້າ​ເມືອງ​ສີ​ເຕີ,ມີໄລຍະເວລາໃນຕຳແໜ່ງ 2 ປີ.
 

ຫວ່າງ​ມໍ່ໆ​ມາ​ນີ້, ໂດຍຜ່ານຈາກ​ການ​ສ້າ​ງ​ໝູ່​ບ້ານ​ໃໝ່​ເຜົ່າ​ຢີ, ການຍົກຍ້າຍຖິ່ນຖານໄປຢູ່ແຫ່ງໃໝ່​ແລະ​ວິ​ທີ​ອື່ນໆ, ບັນ​ຫາ​ເຮືອນ​ຢູ່​ທີ່​ປອດ​ໄພຖາວອນຂອງ​ຄອບ​ຄົວຜູ້​ທຸກ​ຍາກ​ທີ່​ໄດ້ລົງທະ​ບຽນ 410 ຄອບ​ຄົວ​ຢູ່​ບ້ານ​ຈົ່ງ​ປ້າ​ໄດ້​ຮັບ​ການ​ແກ້​ໄຂ​ຕາມ​ລຳ​ດັບ. ວັນ​ທີ 15 ມິ​ຖຸ​ນາ​ນີ້, ຄອບ​ຄົວ​ທຸກ​ຍາກສຸດທ້າຍ 14 ຄອບ​ຄົວ​ຂອງບ້ານ​ຈົ່ງ​ປ້າ​ໄດ້ຍົກຍ້າຍ​ເຂົ້າໄປຢູ່​ເຮືອນ​ໃໝ່ທີ່ທາງການຈັດສັນໃຫ້. ມື້​ດັ່ງ​ກ່າວ, ນາງຫຼີວ​ຊ່າວ​ແລະ​ພະ​ນັກ​ງານ​ຂອງ​ບ້ານຄົນອື່ນໆໄດ້ຮ່ວ​ມ​ກັບ​ທີມ​ງານ​ອາ​ສາ​ສະ​ໝັກໃຫ້​ບໍ​ລິ​ການດ້ວຍລົດແບບສະ​ໝັກ​ໃຈ,ເພື່ອ​ຊ່ວຍເຫຼືອ​ຄອບ​ຄົວ​ທຸກ​ຍາກສຸດທ້າຍ 14 ຄອບ​ຄົວຍ້າຍເຂົ້າໄປຢູ່ເຮືອນໃໝ່.
 

ນາງຫຼີວ​ຊ່າວແນະ​ນຳ​ໃຫ້​ຮູ້​ວ່າ: ເພື່ອ​ຍົກ​ລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຄອບຄົວຜູ້ທຸກ​ຍາກ​ໃຫ້​ສູງ​ຂຶ້ນແລະ​ປັບ​ປຸງ​ສິ່ງ​ແວດ​ລ້ອມ​ເຮືອນ​ຢູ່​ໃຫ້​ດີ​ຂຶ້ນ, ເຂດ​ຊຸມ​ຊົນ​ທີ່ທາງການຈັດສັນໃຫ້​ຈະ​ສ້າງ​ໃຫ້​ມີໂຮງໝໍ​ຂະ​ໜາດ​ກາງ, ໂຮງ​ຮຽນ​ປະ​ຖົມ​ທີ່​ສາ​ມາດ​ບັນ​ຈຸນັກຮຽນໄດ້ 800 ຄົນ​ແລະ​ໂຮງ​ຮຽນອະ​ນຸ​ບານ​ທີ່​ສາ​ມາດ​ບັນ​ຈຸເດັກນ້ອຍໄດ້ 300 ຄົນ. ໃນ​ເມື່ອ​ກ່ອນ, ຢູ່ບ້ານ​ຈົ່ງ​ປ້າ​ບໍ່​ມີ​ໂຮງ​ຮຽນ​ຂອງລັດ, ໃນ​ອະ​ນາ​ຄົດ, ຢູ່​ບ້ານແຫ່ງນີ້ຈະ​ສ້າງ​ຕັ້ງ​ໂຮງ​ຮຽນ​ປະ​ຖົມຂອງລັດ, ລະ​ດັບ​ການ​ສອນ​ຂອງຄູ​​ລ້ວນ​ແຕ່​ຈະ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ.
 

ນັບແຕ່​ເດືອນ​ມີ​ນາ​ຫາ​ເດືອນ​ມິ​ຖຸ​ນາ​ຂອງ​ປີ​ນີ້, ນາງຫຼີວ​ຊ່າວໄດ້​ເຮັດ​ວຽກ​ຢູ່​ບ້ານ​ຈົ່ງ​ປ້າ​ເປັນ​ເວ​ລາ 2 ເດືອນ​ປາຍແລ້ວ. ຈາກ​ນັກ​ຂ່າວ CMG ກາຍເປັນເລ​ຂາພັກປະ​ຈຳ​ບ້ານ, ຍ້ອນມາເຮັດວຽກຢູ່ທີ່ນີ້, ນາງ​ມີ​ຊື່​ພາ​ສາ​ເຜົ່າ​ຢີວ່າ: “ຢີ່​ໂຫ້​ໂກ໋​ໂກ໋”, ພວກ​ຊາວ​ບ້ານ​ເອີ້ນ​ນາງ​ຢ່າງເປັນກັນເອງວ່າ: “ເລ​ຂາ​ໂກ໋​ໂກ໋”.
 

ເມື່ອ​ເວົ້າ​ເຖິງ​ປະ​ສົບ​ການຂອງຕົນທີ່​ປະ​ຈຳ​ການ​ຢູ່ບ້ານດັ່ງກ່າວ, ນາງຫຼີ​ວ​ຊ່າວເວົ້າ​ວ່າ: “ເມື່ອຍແຕ່​ກໍ່​ມ່ວນ, ເຖິງ​ຈະລຳ​ບາກແຕ່ກໍ່ແມ່ນໜ້າທີ່ຮັບຜິດຊອບຕ້ອງເຮັດ”. ມີ​ຄົນ​ຖາມ​ຂ້ອຍ​ວ່າການ​ດຳ​ລົງ​ຊີ​ວິດ​ຢູ່​ແຫ່ງ​ນີ້​ສະ​ດວກ​ບໍ່, ຂ້ອຍ​ກໍ່​ຕອບ​ວ່າບໍ່ວ່າຈະຢູ່ໃນສະພາບການໃດ​ກໍ​ຕາມ​ກໍ​ຕ້ອງ​ຄ່ອຍໆ​ປັບໂຕເພື່ອໃຫ້ຊິນເຄີຍກັບຊີ​ວິດ​ການ​ເປັນ​ຢູູ່​ຢູ່​ໃນ​ບ້ານນັ້ນ.ຄວາມ​ບໍ່​ສະ​ດວກ​ຂອງ​ຂ້ອຍກໍເປັນຄວາມບໍ່ສະດວກຂອງຊາວ​ບ້ານ​ທັງ​ຫຼາຍ. ຂ້ອຍ​ພະ​ຍາ​ຍາມ​ຊຸກ​ຍູ້​ໃຫ້​ຊາວ​ບ້ານ​ຈຳ​ນວນ 4.245 ຄົນ​ໃນ​ທົ່ວ​ບ້ານ​ສາ​ມາດກ້າວໄປສູ່ຄວາມຈະເລີນຮຸ່ງເຮືອງຂອງບ້ານທີ່ແທ້ຈິງໂດຍບໍ່ກົດໜ່ວງຖ່ວງດຶງການລຶບລ້າງຄວາມທຸກຍາກຂອງລັດ.
 

ວັນ​ທີ 4 ມິ​ຖຸ​ນາ​ນີ້, ມີຝົນຕົກໜັກຢ່າງກະທັນຫັນຢູ່ບ້ານຈົ່ງປ້າ,ແລະໄດ້ເກີດມີໄພດິນພູເຈື່ອນຂະໜາດໃຫຍ່. ໃນ​ຂະ​ນະ​ທີ່​ອັນ​ຕະ​ລາຍ, ນາງຫຼີວ​ຊ່າວ​ກັບ​ບັນ​ດາ​ພະນັກງານຂອງບ້ານໄດ້ພາກັນຍົກ​ຍ້າຍ​ຊາວ​ບ້ານ​ຢ່າງ​ຮີບດ່ວນ, ປະຊາຊົນ 256 ຄົນ​ໃນ 60 ຄອບ​ຄົວ​ໄດ້ຖືກຍົກຍ້າຍໄປບ່ອນປອດໄພຢ່າງສຳເລັດຜົນ,ບໍ່​ມີ​ຜູ້ໃດ​ເສຍ​ຊີ​ວິດ​ຫຼື​ບາດ​ເຈັບ. ເມື່ອ​ນ້ຳພູໄຫຼຊຸທັ່ງແລະ​ດິນ​ເຈື່ອນ, ນາງ​ ຫຼີວ​ຊ່າວ​ແລະ​ພະນັກງານຂອງບ້ານໄດ້​ໄປ​ແຈ້ງໃຫ້​ທຸກ​ຄອບ​ຄົວ. ພວກ​ເຮົາທຸກຄົນຈັບ​ມື​ກັນແໜ້ນໆ, ຜູ້​ໃຫຍ່​ພາ​ເດັກ​ນ້ອຍຍ້າຍອອກໄປ,ໄວ​ໜຸ່ມ​ຊ່ວຍ​ຜູ້​ເຖົ້າ, ຊາວ​ບ້ານໄດ້ຍ້າຍໄປ​ບ່ອນ​ປອດ​ໄພທັງໝົດ.
 

​ນາງ ຫຼີວ​ຊ່າວ ໄດ້ປະ​ສົບ​ກັບ​ໄພນ້ຳຊຸທັ່ງດິນ​ພູ​ເຈື່ອນ​ຄັ້ງ​ທຳ​ອິດ, ເມື່ອ​ຫວນ​ຄືນ​ຄວາມ​ຫຼັງ​ໃນ​ມື້​ນັ້ນ​ນາງ​ຍັງ​ຮູ້​ສຶກ​ຕົກ​ໃຈຢູ່ເລີຍ,ນາງ​ເວົ້າ​ວ່າ: “ເມື່ອ​ຂ້ອຍ​ຢັ່ງຕີນລົງນ້ຳປົນຕົມ,ຂ້ອຍ​ຈຶ່ງ​ຮູ້ວ່າ:ໄພນ້ຳພູຊຸທັ່ງແລະ​ດິນ​ພູ​ເຈື່ອນ​ເປັນ​ຄື​ແນວ​ໃດ​. ຢູ່​ໃນກະແສນ້ຳປົນຕົມມີ​ກ້ອນ​ຫີນ​ໃຫຍ່​ຫຼາຍ​ກ້ອນ,ມັນໄຫຼພັດມາໃສ່ຂາຂອງຂ້ອຍຈົນເຈັບ. ຖ້າ​ຢືນ​ບໍ່​ໄຫວ,ກໍ​ຈະ​ຖືກ​ນ້ຳແກມຕົມພັດເອົາໄປ.”ໄພເທື່ອນີ້​ໄດ້​ເຮັດ​ໃຫ້​ເຮືອນ​ຢູ່,ໄຮ່​ນາ,ຂົວຂອງ​ບ້ານ​ຈົ່ງ​ປ້າ​ຖືກ​ທຳ​ລາຍ​ໃນ​ລະ​ດັບ​ທີ່​ແຕກ​ຕ່າງ​ກັນ,ແຕ່ໂຊກ​ດີ​ບໍ່​ມີຜູ້ໃດ​ເສຍ​ຊີ​ວິດຫຼື​ບາດ​ເຈັບ. ຫຼັງ​ໄພພິບັດ,ນາງຫຼີວ​ຊ່າວແລະ​ພວກ​ຊາວ​ບ້ານ​ໄດ້ພາກັນຟື້ນຟູສະພາບຂອງບ້ານ,ເພື່ອ​ຫຼຸດ​ຜົນ​ກະ​ທົບ​ຈາກ​ໄພຄັ້ງນີ້ໃຫ້ໜ້ອຍລົງຈົນເທົ່າທີ່ຈະໜ້ອຍລົງໄດ້ແລະສາມາດ​ຟື້ນ​​ຟູ​​ຊີ​ວິດ​ການ​ເປັນ​ຢູ່​ແລະ​ການ​ຜະ​ລິດ​ໃຫ້ຄືນສູ່ຄວາມເປັນ​ປົກ​ກະ​ຕິ.
 

ເມື່ອ​ເວົ້າ​ເຖິງ​ຄວາມ​ມຸ່ງ​ຫວັງ​ຂອງ​ຕົນ, ນາງຫຼີວ​ຊ່າວເວົ້າ​ຢ່າງ​ກົງ​ໄປ​ກົງ​ມາ​ວ່າ: “ຫວັງ​ວ່າ​ຫຼັງ​ຈາກ 2 ປີ​ຜ່ານພົ້ນໄປແລ້ວ, ຂ້ອຍຈະສາ​ມາດ​ເວົ້າ​ດ້ວຍ​ຄວາມ​ພາກ​ພູມ​ໃຈທີ່ສຸດວ່າ: ຂ້ອຍ​ໄດ້ຍ່າງເທິງສັນພູແຕ່​ລະ​ໜ່ວຍ​ຢູ່​ທີ່​ນີ້, ໄດ້​ຍ່າງ​ຜ່ານທຸກ​ເຂດ, ຂ້ອຍ​ຮູ້​ຈັກ​ກັບ​ທຸກ​ຄົນ​ຢູ່​ທີ່​ນີ້,ທຸກ​ຄອບ​ຄົວ​ລ້ວນ​ແຕ່​ໄດ້​ມີ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ຍ້ອນ​ຄວາມ​ພະ​ຍາ​ຍາມ​ຂອງ​ພວກ​ເຮົາ​ແລະ​ຄວາມດຸໝັ່ນຂະ​ຫຍັນພຽນຂອງ​ເຂົາ​ເຈົ້າ​ເອງ.”
 

ທ່ານ​ຜູ້​ຟັງ,ທີ່​ທ່ານ​ພວມ​ຮັບ​ຟັງ​ຢູ່​ນີ້​ແມ່ນ​ລາຍ​ການ​ເປີດ​ປະ​ຕູ​ສູ່​ເມືອງ​ຈີນ​ຈາກວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ CRI-FM93Mhz.

​ຕໍ່​ໄປ​ຜູ້​ດຳ​ເນີນ​ລາຍ​ການ​ຈະ​ມາ​ເວົ້າເຖິງ​ເລື່ອງ​​ນາງ​ສາວ​ອີກ​ຜູ້​ໜຶ່ງທີ່​​ເຮັດວຽກເພື່ອລຶບລ້າງ​ຄວາມ​ທຸກ​ຍາກ. ນາງ​ຜູ້​ນີ້​ບໍ່​ແມ່ນ​ສະ​ມາ​ຊິກ​ພັກ,ແຕ່​ນາງ​ມີ​ຈິດ​ໃຈ​ທີ່​ຫ້າວ​ຫັນ​ຄື​ກັນ​ກັບ​ສະ​ມາ​ຊິກ​ພັກ,ມີ​ຈິດ​ໃຈກ້າ​ແບກ​ຫາບ​ໜ້າ​ທີ່​ແລະຈິດໃຈ​ອຸ​ທິດ​ຕົນ. ນາງ​ແມ່ນ​ລູກ​ສາວ​ດຽວແລະເປັນລູກສາວຫົວແກ້ວຫົວແຫວນຂອງ​ພໍ່​ແມ່,ແຕ່​ກໍ່​ແມ່ນ​ນ້ອງ​ສາວ​ທີ່​ພວກ​ຊາວ​ບ້ານ​ໃນ​ບ້ານ​ຢາງ​ກ່ວນ​ຮັກ​ແພງ​ທີ່​ສຸດ. ນາງບໍ່ແມ່ນຜູ້ຊາຍ,ແຕ່​ພັດ​ເປັນ​ຜູ້​ເບິ່ງ​ແຍງ​​ຄອບ​ຄົວ​ພຽງ​ຜູ້​ດຽວ. ນາງ​ຊື່​ວ່າ​ ຫຼີວເຈີ່ນ, ແມ່ນ​ຊາວ​ໜຸ່ມ​ທີ່​ເຮັດ​ວຽກ​ຢູ່​ຂະແໜງພາ​ສີ​ອາ​ກອນ​ຂອງ​ເມືອງ​ເວີ້ງ​ອ່ານຍັງບໍ່ທັນຄົບ 4 ປີ. ໃນ​ສາຍ​ຕາ​ຂອງ​ເພື່ອນ​ຮ່ວມ​ງານ, ນາງເປັນຄົນມີ​ນິດ​ໄສ​ໃຈ​ກວ້າງ​ມັກ​ມ່ວນ,ມັກ​ຊ່ວຍ​ເຫຼືອ​ຜູ້​ອື່ນ; ໃນ​ສາຍ​ຕາ​ຂອງ​ຊາວ​ບ້ານ, ນາງ​ເປັນ​ຫຼານສາວ​ຂອງ​ອາວ​ແລະ​ລຸງ​ໃນ​ບ້ານ, ເປັນ “ລູກ​ຫຼານ” ທີ່​ປູ່​ຍ່າ​ໃນ​ບ້ານ​ຮັກ​ແພງ​ທີ່​ສຸດ,ເມື່ອ​ໃດ​ມີວຽກ​ກໍ​ໄປ​ຫາ​ໄດ້.
 

ໃນ​ເດືອນ​ມັງ​ກອນ​ປີ 2018,ນາງຫຼີວ​ເຈີ່ນ​ກັບ​ເພື່ອນ​ຮ່ວມ​ງານ​ພາ​ກັນ​ເດີນ​ທາງ​ໄປ​ເຖິງ​ບ້ານ​ຢາງ​ກ່ວນຕາແສງ​ຈູ່​ຈ້າງ​ທີ່​ເປັນ​ແນວ​ໜ້າ​ຂອງບັ້ນລຶບລ້າງຄວາມ​ທຸກ​ຍາກ​ໃນ​ຖາ​ນະ​ເປັນ​ພະ​ນັກ​ງານ​ປະ​ຈຳ​ການຢູ່​ບ້ານ​ຊຸດ​ທີ 3 ຂອງ​ເມືອງ​ເວີ້ງ​ອ່ານ​ແຂວງ​ກຸ້ຍ​ໂຈ່ວ ໂດຍຮັບຜິດຊອບ​ 40 ຄອບ​ຄົວ, ນາງໄດ້ເອົາໃຈໃສ່​ເຮັດ​ວຽກລຶບລ້າງຄວາມ​ທຸກ​ຍາກ​. ພໍ່​ຂອງ​ນາງ​ຫຼີວ​ເຈີ່ນ​ບໍ່​ສາ​ມາດ​ເບິ່ງ​ແຍງ​ໂຕ​ເອງ​ໄດ້​ຍ້ອນ​ເກີດ​ອຸ​ບັດ​ເຫດທາງລົດ​ແລະ​ສຸ​ຂະ​ພາບ​ຂອງ​ແມ່​​ກໍ່​ບໍ່​ດີ​ປານ​ໃດ​ໃນ​ຫຼາຍ​ປີ​ຜ່ານ​ມາ,ນີ້​ເຮັດ​ໃຫ້​ນາງ​ມີ​ຄວາ​ມ​ລຳ​ບາກໃຈຫຼາຍມາ​ໂດຍ​ຕະ​ຫຼອດ, ເຖິງວ່າ​ຄອບ​ຄົວຕົນມີ​ຄວາມ​ຫຍຸ້ງ​ຍາກ​ຕ່າງໆ​ກໍ່​ຕາມ, ແຕ່​ນາງ​ກໍ່ໄດ້ຕັດສິນໃຈມາຊ່ວຍປະຊາຊົນລຶບລ້າງ​ຄວາມ​ທຸກ​ຍາກແລະຕະ​ຫຼອດໄລຍະເກືອບ 2 ປີ​ຜ່ານ​ມາ, ນາງບໍ່​ເຄີຍ​ໄດ້​ລາ​ພັກ​ຈັກ​ເທື່ອ.
 

ນາງ​ຫຼີວ​ເຈີ່ນ​ເວົ້າ​ວ່າ: ນັບ​ແຕ່​ໄດ້​ເຮັດ​ວຽກ​ຢູ່​ໃນ​ບ້ານ​ເປັນ​ຕົ້ນ​ມາ, ໃນ​ແຕ່​ລະ​ເທື່ອ​ທີ່ສາມາດແກ້​ໄຂ​ບັນຫາຄວາມ​ຫຍຸ້ງ​ຍາກໃຫ້ຄອບ​ຄົວ​ຊາວ​ບ້ານໄດ້, ຈະມີ​ຄວາມ​ຮູ້​ສຶກວ່າຕົນເອງ​ປະ​ສົບ​ຜົນ​ສຳ​ເລັດ​ຫຼາຍ, ຄວາມ​ພະ​ຍາ​ຍາມ​ຂອງ​ຕົນ​ບໍ່​ໄດ້​ເສຍ​ໄປ​ລ້າໆ. ວຽກ​ງານ​ຊ່ວຍຊາວບ້ານເພື່ອລຶບລ້າງຄວາມ​ທຸກ​ຍາກ​ແລະ​ວຽກ​ງານພົບປະ​ຢ້ຽມ​ຢາມ​ກໍ່​ແມ່ນ​ຕ້ອງ​ເອົາ​ຄວາມ​ຈິງ​ໃຈຂອງ​ຕົນເຂົ້າຫາຜູ້​ອື່ນ, ບໍ່​ພຽງ​ແຕ່​ຕ້ອງເກັບກຳຂໍ້ມູນແລະ​ປັບ​ປຸງ​ເອ​ກະ​ສານ​ຂອງ​ຊາວ​ບ້ານ​ໃຫ້​ສົມ​ບູນ​ຂຶ້ນ​ເທົ່າ​ນັ້ນ, ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ​ແມ່ນ​ຕ້ອງ​ສ້າງ​ການ​ພົວ​ພັນ​ທີ່​ດີ​ກັບ​ປະ​ຊາ​ຊົນ,ລົມ​ເລື່ອງຊີວິດປະຈຳວັນ​ກັບ​ເຂົາ​ເຈົ້າ,ຈຶ່ງ​ຈະ​ສາ​ມາດ​ເຂົ້າ​ໃຈ​ຄວາມ​ຕ້ອງ​ການ​ຂອງ​ເຂົາ​ເຈົ້າວ່າຕ້ອງການໃຫ້ຊ່ວຍຫຍັງແດ່,ຂະ​ນະ​ດຽວ​ກັນ​ກໍ່​ສາ​ມາດ​ເຮັດ​ໃຫ້​ວຽກ​ງານ​ດຳ​ເນີນ​ໄປ​ໄດ້ຢ່າງ​ສະ​ດວກ.
 

ນາງຫຼີວ​ເຈີ່ນເວົ້າ​ວ່າ: ແຕ່​ລະ​ເທື່ອ​ທີ່​ໄປ​ຢາມ​ແຕ່ລະຄອບ​ຄົວ, ກໍ່​ຄື​ກັນ​ກັບ​ໄປ​ຢາມ​ພີ່​ນ້ອງຕົນ​ເອງ. ຍັງ​ຈື່​ໄດ້​ວ່າ ໃນ​ເວ​ລາ​ທີ່​ຫາ​ກໍ​ມາ​ເຖິງ​ບ້ານ​ຢາງ​ກ່ວນໃໝ່ໆ​ໃນ​ສອງ​ປີ​ກ່ອນ, ເພາະຕົນເອງ​ເປັນ​ພະ​ນັກ​ງານ​ມາ​ປະ​ຈຳ​ບ້ານ​ຊຸດ​ທີ 3,ຍັງບໍ່ສາມາດເຂົ້າໃຈນະໂຍບາຍລົບລ້າງຄວາມທຸກຍາກໄດ້ຢ່າງລະອຽດ,ຈຶ່ງຕ້ອງ​ພະ​ຍາ​ຍາມ​ຮຽນຮູ້, ຖ້າ​ບໍ່​ດັ່ງ​ນັ້ນ​ກໍ່​ຈະບໍ່​ສາ​ມາດ​ໂຄ​ສະ​ນາແນວທາງ​ນະ​ໂຍ​ບາຍ​ຕໍ່​ປະຊາຊົນໄດ້, ບໍ່​ເຂົ້າ​ໃຈ​ນະ​ໂຍ​ບາຍ​ກໍ​ບໍ່​ສາ​ມາດ​ໃຊ້​ມາດ​ຕະ​ການ​ທີ່​ຖືກ​ຕ້ອງ​ແລະ​ແມ່ນ​ຢຳ​ເພື່ອ​ໃຫ້​ສອດ​ຄ່ອງ​ກັບ​ຄວາມ​ຕ້ອງ​ການ​ຂອງປະຊາຊົນຜູ້ທຸກ​ຍາກໄດ້. ພາຍ​ໃຕ້​ການ​ຊ່ວຍ​ເຫຼືອ​ຈາກ​ຫົວ​ໜ້າ​ທີມ​ງານ​ປະ​ຈຳ​ບ້ານ​ແລະ​ບັນ​ດາ​ພະ​ນັກ​ງານ, ນາງຫຼີວ​ເຈີ່ນ​ໄດ້​ສຸມຄວາມ​ພະ​ຍາ​ຍາມຮ່ຳຮຽນໃຫ້ໄວຂຶ້ນ,ເຂົ້າ​ໃຈຕໍ່​ເນື້ອ​ໃນ​ທຸກ​ດ້ານ​ຂອງ​ນະ​ໂຍ​ບາຍໄດ້​ຢ່າງ​ເຖິງ​ຖອງ.
 

ຈາກ​ການ​ເລີ່ມ​ຕົ້ນ​ ມື້​ໜຶ່ງ​ໄປ​ຢາມ 3 ຄອບ​ຄົວຫາ​ມື້​ໜຶ່ງ​ໄປ​ຢາມ 4 ຄອບ​ຄົວ​ແລະ 5 ຄອບ​ຄົວເປັນຕົ້ນ, ນາງຫຼີວ​ເຈີ່ນໄດ້​ເອົາ​ບັນ​ຫາ​ຄວາມຫຍຸ້ງຍາກ​ດ້ານ​ຊີ​ວິດ​ການ​ເປັນຢູ່​ຂອງ​ບັນ​ດາ​ຊາວ​ບ້ານ​ເປັນ​ຈຸດ​ເລີ່ມ​ຕົ້ນ​ຂອງວຽກ​ງານ, ໄດ້​ໄປ​ຢາມ​ຄອບ​ຄົວ​ຂອງ​ຊາວ​ບ້ານທັງໝົດ 40 ຄອບ​ຄົວທີ່ຢູ່ໃນຄວາມຮັບຜິດຊອບຂອງທີມງານຕົນ​, ອີກແລ້ວອີກຕື່ມ,ເຮັດ​ວຽກ​ນີ້ໄປ​ຕະ​ຫຼອດ​ເພື່ອ​ຊອກ​ຮູ້​ສະ​ພາບ​ການໃໝ່​ໃນ​ທຸກ​ເວ​ລາ. ຄອບ​ຄົວ​ໃດ​ມີ​ຄວາມ​ຕ້ອງ​ການ​ຫຍັງ​ແລະ​ຕ້ອງ​ການ​ຊ່ວຍ​ເຫຼືອດ້ານໃດ, ນາງ​ກໍ​ຮູ້​ຈິດໃຈຂອງເຂົາເຈົ້າເປັນ​ຢ່າງ​ດີ.
 

​ຢູ່​ໃນ​ບ້ານ, ມີ​ຜູ້​ເຖົ້າ​ທີ່​ມີ​ອາ​ຍຸ 70 ກວ່າ​ປີ​ຜູ້​ໜຶ່ງ​ຊື່​ວ່າ​ຢຽນ​ໂກ໋​ເຟີ້ງ, ລູກ​ແລະ​ລູກ​ໃພ້​ຂອງ​ເພິ່ນ​ເຮັດ​ວຽກ​ຢູ່​ຕ່າງ​ແຂວງ​ຕະຫຼອດ​ປີ,ແຕ່​ລະ​ເທື່ອ​ທີ່ໄປ​ຢາມ​ເພິ່ນ, ເພິ່ນ​ກໍ່​ຢູ່​​ເຮືອນ​ຄົນ​ດຽວ, ນາງ​ຫຼີວ​ເຈີ່ນ​​ລົມ​ກັບ​ເພິ່ນ​ເລື້ອຍໆ , ຍ້ອນ​ອາ​ຍຸ​ແກ່​ແລ້ວເມື່ອເພິ່ນເວົ້າເລື່ອງຫຍັງເພິ່ນກໍເວົ້າບໍ່ຄ່ອຍແຈ້ງແລະຟັງກໍບໍ່ຄ່ອຍໄດ້ຍິນຄັກ,ແຕ່​ລະ​ເທື່ອ​ນາງຫຼີວ​ເຈີ່ນ​ກໍ​ຈະ​ຕັ້ງໃຈຟັງ​ຢ່າງ​ລະ​ອຽດ,ບັນ​ທຶກ​ສະ​ພາບ​ຂອງ​ຜູ້​ເຖົ້າ​ໃຫ້​ຄົບຖ້ວນ,ເພື່ອ​ແກ້​ໄຂ​ຄວາມ​ຕ້ອງ​ການ​ຂອງ​ເພິ່ນ​ຕາມ​ບັນທຶກ​ທີ່​ຈົດ​ໄວ້.
 

ແມ່ເຖົ້າຢຽນ​ໂກ໋​ເຟີ້ງ​ໄດ້​ຖື​ນາງ​ສາວຫຼີວ​ເຈີ່ນ​ເປັນ​ຫຼານ​ຂອງ​ຕົນ, ເມື່ອ​ເຫັນ​ນາງ​ໄປ​ຢາມ​ບ້ານ,ເພິ່ນ​ກໍ​ຈະ​ພາ​ລາວໄປ​ນັ່​ງ​ລົມ​ກັນ​ຢູ່ໃນ​ເຮືອນຕົນ​,ມີຄວາມສະໜິດສະໜົມກັນ​ຫຼາຍ. “ຍັງ​ຈື່​ໄດ້​ວ່າ​ໃນ​ໄລ​ຍະຂອງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ນາງຫຼີວ​ເຈີ່ນ​ກັບ​ທີມ​ງານ​ຂອງ​ຕົນໄດ້​ພາ​ກັນ​ໄປ​ໂຄ​ສະ​ນາ​ຄວາມ​ຮູ້​ກ່ຽວ​ກັບ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ຢູ່​ໃນ​ບ້ານ,ເນື່ອງ​ຈາກສະພາບ​ພະ​ຍາດ​ໂຄວິດ-19, ແມ່​ເຖົ້າ​ຢຽນ​ໂກ໋​ເຟີ້ງ​ບໍ່​ໄດ້​ພົບເຫັນ​ນາງ​ສາວ​ຫຼີວ​ເຈີ່ນມາໄດ້​ຫຼາຍ​ອາ​ທິດ​ແລ້ວ, ເມື່ອ​ພໍ້​ກັນ​ກໍ​ຂ້ຽວມາ​ຈັບ​ມື​ຂອງ​ລາວທັງ​ທັກ​ທາຍສະບາຍດີກັນ,ເມື່ອ​ສັງ​ເກດ​ເຫັນວ່າມືຂອງນາງເຢັນ​ກໍ​ເອົາ​ມື​ອຸ່ນຂອງ​ຕົນຈັບມືລາວໄວ້ໃຫ້ອຸ່ນ.”ທ້າວໂຈ່ວ​ໂຢງ​ເຫີງຫົວ​ໜ້າ​ທີມ​ງານ​ປະ​ຈຳ​​ບ້ານ​ຢາງ​ກ່ວນ​ຂອງຕາແສງ​ຈູ່​ຈ້າງ​ເວົ້າ​ດ້ວຍ​ຄວາມພາກພູມ​ໃຈ​ວ່າ: “ຊາວ​ບ້ານ​ເອົາ​ໃຈ​ໃສ່​ເຈົ້າ​ແນວ​ນີ້​ກໍ​ສະ​ແດງ​ວ່າ​ເຈົ້າ​ເຮັດ​ວຽກ​ໄດ້​ດີຫຼາຍ​ແລະ​ສຸ​ຂຸມ​ຮອບຄອບ.”
 

ວັນ​ທີ 28 ພຶດ​ສະ​ພາ​ປີ​ນີ້, ອີງ​ຕາມ​ການ​ສັບຊ້ອນວຽກ​ງານ “ການ​ເຄື່ອນ​ໄຫວ 100 ວັນ” ກ່ຽວ​ກັບ​ການເຄື່ອນໄຫວລຶບລ້າງຄວາມ​ທຸກ​ຍາກ​ຂອງ​ເມືອງ​ເວີ້ງ​ອ່ານ, ນາງ​ຫຼີວ​ເຈີ່ນໄດ້ປະຕິບັດວຽກງານຄືທີ່ໄດ້ເຮັດຜ່ານມາ,ຮ່ວມ​ກັບ​ໝູ່ເພື່ອນໃນ​ທີມ​ງານ​ໄປ​ຢາມ​ຄອບ​ຄົວ​ຕ່າງໆໃນ​ບ້ານ,ເມື່ອ​ໄປ​ຮອດເຮືອນ​ຊົ້ງ​ຊ່າງ​ຊູ່​ທີ່​ໜ່ວຍ​ຊີ່ວ​ປ້າ​ບ້ານ​ຢາງ​ກ່ວນ,ພໍແຕ່ເຂົ້າໄປໃນເຮືອນ​ກໍ​ເຫັນ​ທ້າວ​ຊົ້ງ​ຊ່າງ​ຊູ່ໂລດ, ເຈົ້າຂອງເຮືອນໄດ້​ຕ້ອນ​ຮັບ​ເຂົາ​ເຈົ້າ​ຢ່າງ​ອົບ​ອຸ່ນ​ດ້ວຍ​ນ້ຳ​ຊາ​. ທ້າວຊົ້ງ​ຊ່າງ​ຊູ່​ເວົ້າ​ວ່າ: ຕອນນັ້ນ ເຮືອນ​ຂອງ​ຄອບ​ຄົວ​ເຮົາເກົ່າຫຼາຍ,ແຕ່​ຫຼັງ​ຈາກ​ນາງ​ຫຼີວ​ເຈີ່ນ​ແລະ​ທີມ​ງານ​ປະ​ຈຳ​ບ້ານ​ມາ​ສຳ​ຫຼວດ​ເກັບກຳຂໍ້ມູນແລ້ວ,ທາງລັດກໍ່​ໄດ້​ຊ່ວຍ​ສ້ອມ​ແປງ​ໃຫ້​ດີຂຶ້ນ​. ວຽກ​ງານ​ຂອງ​ນາງທີ່​ເອົາ​ຄວາມ​ຈິງ​ໃຈ​ຂອງ​ຕົນເຂົ້າຫາຜູ້​ອື່ນ​ໄດ້​ຮັບ​ຄວາມຮັກແພງແລະ​ການ​ຕອບ​ແທນ​ທີ່​ອົບ​ອຸ່ນ​ຈາກ​ພວກ​ຊາວ​ບ້ານ. ໃນ​ເວ​ລາ​ທີ່ເຮັດວຽກເພື່ອລຶບລ້າງ​ຄວາ​ທຸ​ກ​ຍາກໄດ້​ດີ,ນາງ​ກໍ່​ໄດ້​ເຮັດ​ວຽກ​ພາ​ສີ​ອາ​ກອນ​ຂອງ​ຕົນໄດ້​ດີ​ເຊັ່ນ​ກັນ.
 

ນາງ ​ຫຼີວ​ເຈີ່ນ ​ເວົ້າຢ່າງເດັດດ່ຽວວ່າ: ປັດ​ຈຸ​ບັນ, ການ​ສ້າງ​ຄອບ​ຄົວຕ່າງໆ​ໃນ​ບ້ານ​ໃຫ້​ດີ,ແມ່ນ​ຄວາມ​ມຸ່ງ​ຫວັງ​ແລະ​ເປົ້າ​ໝາຍ​ຂອງ​ຂ້ອຍ​ໃນ​ປັດ​ຈຸ​ບັນ. ເຖິງວ່າ​ຂ້ອຍ​ບໍ່​ແມ່ນ​ສະ​ມາ​ຊິກ​ພັກ​ກໍ​ຕາມ, ແຕ່​ຂ້ອຍ​ຈະ​ພະ​ຍາ​ຍາມ​ເຮັດ​ວຽກ​ໃຫ້​ຖືກ​ກັບ​ມາດ​ຖານ​ຂອງ​ສະ​ມາ​ຊິກ​ພັກ,ມີ​ຈິດ​ໃຈ​ທີ່​ຫ້າວ​ຫັນ​ແລະສະແຫວງຫາຄວາມ​ກ້າວ​ໜ້າ​ຄື​ກັນ​ກັບ​ສະ​ມາ​ຊິກ​ພັກ, ມີ​ຈິດ​ໃຈ​ທີ່ກ້າ​ແບກ​ຫາບ​ໜ້າ​ທີ່​ແລະ​ອຸ​ທິດ​ຕົນ​ເຂົ້າ​ໃນ​ວຽກ​ງານ.
 

ທ່ານ​ຜູ້​ຟັງ,ທີ່​ທ່ານ​ພວມ​ຮັບ​ຟັງ​ຢູ່​ນີ້​ແມ່ນ​ລາຍ​ການ​ເປີດ​ປະ​ຕູ​ສູ່​ເມືອງ​ຈີນ​ຈາກວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ CRI-FM93Mhz.

“​ເຫັດ​ຫູ​ໜູທີ່ນ້ອຍໆ,ແຕ່ກັບເປັນອຸດ​ສາ​ຫະ​ກຳ​ໃຫຍ່”. ວັນ​ທີ 20 ຫາ​ວັນ​ທີ 23 ເມ​ສາ​ປີ​ນີ້, ທ່ານເລ​ຂາ​ທິ​ການ​ໃຫຍ່ສີ​ຈິ້ນ​ຜິງໄດ້​ໄປ​ສຳຫຼວດກວດກາວຽກງານຢູ່ແຂວງ​ສານ​ຊີ່, ໂດຍ​ໄດ້​ເດີນ​ທາງໄປ​ເຖິງນະ​ຄອນ​ຊ່າງ​ໂລ້, ນະຄອນອ່ານ​ຄ່າງ,ນະ​ຄອນ​ຊີ່​ອ່ານ​ແລະ​ແຫ່ງ​ອື່ນໆ, ເພື່ອ​ຊອກ​ຮູ້​ສະ​ພາບ​ກ່ຽວ​ກັບ​ການ​ອະ​ນຸ​ລັກ​​ສິ່ງ​ແວດ​ລ້ອມນິ​ເວດ, ການລຶບລ້າງ​ຄວາມ​ທຸກ​ຍາກ,ການ​ຟື້ນ​ຟູ​ການ​ຜະ​ລິດ​ແລະ​ການ​ເຮັດ​ວຽກ​ແລະ​ອື່ນໆ,ພ້ອມ​ທັງ​ໄດ້​ກ່າວ​ຄຳ​ປາ​ໄສ​ທີ່​ສຳ​ຄັນ. ໃນ​ໄລ​ຍະສຳຫຼວດກວດກາວຽກງານ, ທ່ານ​ໄດ້​ເດີ​ນ​ທາງ​ໄປເຖິງ​ບ້ານ​ຈິ່ນ​ໝີ້​ຕາແສງ​ສ້ຽວ​ຫຼີ້ງ​ເມືອງ​ຈ້າ​ສຸຍ​ນະ​ຄອນ​ຊ່າງ​ໂລ້​ທາງ​ພາກ​ໃຕ້​ແຂວງ​ສານ​ຊີ່ແລະ​ໄດ້​ຍ້ອງ​​ຍໍ​ອຸດ​ສາ​ຫະ​ກຳ​​ເຫັດ​ຫູ​ໜູ​ທີ່ໄດ້ພັດທະນາ​ເປັນ​ອຸດ​ສາ​ຫະ​ກຳ​ໃຫຍ່. ​ການ​ຕີ​ລາ​ຄາສູງຂອງທ່ານ​ດ້ວຍໂຕ​ໜັງ​ສື 6 ໂຕ​ດັ່ງ​ກ່າວໄດ້​ກາຍ​ເປັນ​ຄຳທີ່ນິຍົມກັນໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ຢ່າງວ່ອງ​ໄວ.
 

ຫຼັງ​ຈາກ​ນັ້ນ 1 ເດືອນ, ບ້ານ​ຈິ່ນ​ໝີ້​ໄດ້​ມີ​ແຂກ​ພິ​ເສດຊຸດທຳອິດ​ມາ​ຢາມເຂົາ​ເຈົ້າໂດຍໄດ້ນຳເອົາອຸປະກອນຄົ້ນ​ຄວ້າ​ດິນ, ເຄື່ອງວັດ​ແທກ​ທີ່​ຄວບ​ຄຸມ​ຈາກໄລ​ຍະ​ໄກແລະ​ອື່ນໆ. ເພື່ອ​ລົງ​ເລິກ​ຮຽນ​ຮູ້​ແລະຜັນຂະຫຍາຍ​ເນື້ອ​ໃນ​ຈິດ​ໃຈ​ຄຳ​ປາ​ໄສ​ທີ່​ສຳ​ຄັນ​ຂອງທ່ານເລ​ຂາ​ທິ​ການ​ໃຫຍ່ສີ​ຈິ້ນ​ຜິ​ງໃນ​ເວ​ລາທ່ານໄປສຳຫຼວດກວດກາວຽກງານຢູ່ແຂວງ​ສານ​ຊີ່, ເພື່ອເສີມ​ຂະ​ຫຍາ​ຍ​ບົດ​ບາດ​ທີ່ຕັ້ງ​ໜ້າ​ໃນ​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ແລະ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ນິ​ເວດ​ຢູ່ຕີນ​ພູ​ສີງ​ຫຼີ້ີງແລະສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຢູ່​ທ້ອງ​ຖິ່ນ, ຫວ່າງ​ມໍ່ໆ​ມາ​ນີ້, ​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ​ຈີນ​ຂອງ​ສູນສຳ​ຫຼວດຄົ້ນຄວ້າທໍ​ລະ​ນີ​ສາດນະຄອນຊີ່​ອ່ານກົມສຳຫຼວດ​ຄົ້ນ​ຄວ້າທໍລະນີສາດ​ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ຈີນ​ໄດ້​ຈັດ​ກິດ​ຈະ​ກຳໃນຫົວ​ຂໍ້ “​ຮ່ຳຮຽນ​ແລະ​ຜັນຂະຫຍາຍ​ເນື້ອ​ໃນ​ຈິດ​ໃຈ​ຄຳ​ປາ​ໄສ​ທີ່​ສຳ​ຄັນ​ຂອງທ່ານເລ​ຂາ​ທິ​ການ​ໃຫຍ່ສີ​ຈິ້ນ​ຜິງໃນ​ເວ​ລາທ່ານໄປສຳຫຼວດກວດກາວຽກງານຢູ່ແຂວງ​ສານ​ຊີ່”, ເພື່ອ​ໃຫ້​ພະ​ນັກ​ງານ​ໄວ​ໜຸ່ມຜູ້​ດີ​ເດັ່ນ​ຂອງ​ສູນ​ດັ່ງ​ກ່າວ​ຮ່ຳ​ຮຽນ,ແລະສຳຫຼວດຄົ້ນຄວ້າຢູ່​ບ້ານ​ຈິ່ນ​ໝີ້​ເມືອງ​ຈ້າ​ສຸຍ​ແຂວງ​ສານ​ຊີ່.
 

ຊາວ​ໜຸ່ມ​ເຫຼົ່າ​ນີ້​ເຕັມ​ໄປ​ດ້ວຍ​ຄວາມ​ຫ້າວ​ຫັນ​ແລະ​ຄວາມມັກໃນ​​ວຽກ​ງານທໍລະນີສາດ, ເຂົາ​ເຈົ້າ​ບໍ່​ໄດ້​ເຮັດ​ແຕ່​ບົດລາຍ​ງານການປະຕິບັດວຽກງານຂອງຕົນເທົ່າ​ນັ້ນ,ຫາກ​ຍັງ​ໄດ້​ດຳ​ເນີນ​ການ​ສຳ​ຫຼວດ​ຄົ້ນ​ຄວ້າບ້ານ​ຈິ່ນ​ໝີ້​ຢ່າງ​ເຖິງ​ຖອງ​ດ້ວຍ​ວິ​ຊາ​ການຂອງ​ຕົນ. ພວກ​ເຂົາ​ເຈົ້າ​ໄດ້ໄປ​ສຳ​ຫຼວດກວດ​ກາ​ຢູ່ຕາມທົ່ງໄຮ່ທົ່ງນາ, ຈຸດຫຼໍ່ແຫຼມທີ່ມັກເກີດໄພ​ທໍ​ລະ​ນີສາດ, ເຂດ​ອ້ອມ​ບ້ານ, ເພື່ອ​ຄິດ​ຄົ້ນຫາ​ຊ່ອງ​ທາງເພື່ອສະ​ໜັບ​ສະ​ໜູນ​ການ​ອະ​ນຸ​ລັກ​​ສິ່ງ​ແວ​ດ​ລ້ອມນິ​ເວດ​ແລະ​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ຢູ່​ຕີນ​ພູ​ສີງ​ຫຼີ້ງ​ໂດ​ຍ​ຜ່ານ​ການກະທຳຕົວຈິງ.
 

​ບັນ​ຫາ​ທີ່​ພະ​ນັກ​ງານ​ໄວ​ໜຸ່ມ​​ເຫຼົ່າ​ນີ້ຄິດ​ມາ​ໂດຍ​ຕະ​ຫຼອດ​ແມ່ນ “ຈະເຮັດ​ແນວ​ໃດ​ຈຶ່ງ​ຈະ​ສາ​ມາ​ດ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ກາ​ນ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ທ້ອງ​ຖິ່ນ.”ຄຽງ​ຄູ່​ກັບການສຳຫຼວດຄົ້ນຄວ້າໄດ້ຄືບໜ້າຢ່າງ​ບໍ່​ຢຸດ​ຢັ້ງ, ເຂົາ​ເຈົ້າ​ໄດ້​ສັງ​ເກດເຫັນ​ວ່າ: ຄວາມ​ຕ້ອງ​ການ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ຕໍ່​ວຽກ​ງານສຳຫຼວດ​ຄົ້ນ​ຄວ້າ​​ທໍ​ລະ​ນີ​ສາດເພື່ອຊ່ວຍສະໜັບສະໜູນ ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສະ​ໜັບ​ສະ​ໜູນ​ການ​ສ້າງ​ຄວາມສີວິໄລທາງລະບົບນິ​ເວດແລະ​ວຽກ​ງານ​ຂອງ​ສູນ​ຄຸ້ມ​ຄອງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ແມ່ນມີ​ຄວາມ​ຮີບ​ດ່ວນ​ຫຼາຍ, ໂດຍ​ສະ​ເພາະ​ແມ່ນ​ການສຳຫຼວດໄພ​ພິ​ບັດ​ທາງທໍ​ລະ​ນີສາດ,ການ​ຟື້ນ​ຟູສິ່ງແວດລ້ອມ​ນິ​ເວດ​ຕາມເຂດ​ບໍ່​ແຮ່​ຄືນ​ໃໝ່, ການ​ສ້າງ​ບ້ານ​ວັດ​ທະ​ນະ​ທຳ​ທໍ​ລະ​ນີສາດ​ແລະ​ການ​ວາງ​ແຜນ​ນຳ​ໃຊ້​ທີ່​ດິນ​ແລະ​ວຽກ​ງານ​ດ້ານ​ອື່ນໆ,ອາດ​ຈະ​ກາຍ​ເປັນ​ຈຸດສຸມສຳຄັນ​ທີ່​ເຮັດ​ໃຫ້​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​​ເຫັດຫູໜູມີ​ຊີ​ວິດ​ຊີ​ວາ​ຂຶ້ນ.
 

​ທ່ານເລ​ຂາ​ທິ​ການ​ໃຫຍ່ສີ​ຈິ້ນ​ຜິງເຄີຍ​ໄດ້​ກ່າວ​ວ່າ: “ຕ້ອງ​ເອົາ​ໃຈ​ໃສ່ວຽກ​ງານ​ຊາວ​ໜຸ່ມ​ໃນ​ປັດ​ຈຸ​ບັນ, ຄວນສືບ​ທອດ​ຈາກ​ກົກເຄົ້າ, ຫັນ​ໜ້າ​ສູ່​ອະ​ນາ​ຄົດ,ເຊິ່ງມີ​ສ່ວນພົວພັນກັບ​ອະ​ນາ​ຄົດ​ແລະ​ຊາ​ຕາ​ກຳ​ຂອງ​ພັກ​ແລ​ະ​ລັດ.”ຕ້ອງ​ພິ​ຈາ​ລະ​ນາ​ຢ່າງ​ຕັ້ງ​ໜ້າ​ວ່າຈະເຮັດ​ແນວ​ໃດ​ຈຶ່ງ​ຈະ​ສາ​ມາດ​ເຮັດ​ໃຫ້​ຊາວ​ໜຸ່ມ​ທັງ​ຫຼາຍກຳແໜ້ນແນວທາງ​ຂອງ​ພັກ,ເຫັນ​ດີ​​ນຳຫຼັກໝັ້ນຂອງ​ພັກ,ສຳ​ຜັດໄດ້ເຖິງຄວາມ​ເອົາ​ໃຈ​ໃສ່ຂອງ​ພັກ,ປະ​ຕິ​ບັດ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ພັກ, ຄວນເຕົ້າ​ໂຮມ​ໄວ​ໜຸ່ມ, ເຕົ້າ​ໂຮມ​ກຳ​ລັງ​ໄວ​ໜຸ່ມ, ​ໃຫ້​ໄດ້ຮັບ​ການ​ສະ​ໜັບ​ສະ​ໜູນຈາກ​ໄວ​ໜຸ່ມ; ໃນຂະ​ນະ​ດຽວ​ກັນ, ກໍ​ຕ້ອງ​ຫັນ​ຄວາມ​ເຊື່ອໝັ້ນ​ທີ່​ເດັດ​ດ່ຽວ​ໜຽວ​ແໜ້ນ​ແລະ​ຈິດ​ໃຈ​ສູ້​ຊົນ​ທີ່ດຸໝັ່ນຂະ​ຫຍັນ​​ພຽນ​ຂອງ​ຊາວ​ໜຸ່ມ​ເປັນ​ການ​ກະ​ທຳ​ຕົວ​ຈິງ​ໃນ​ການ​ສ້າງ​ສາ​ປະ​ເທດຊາດ,ເພື່ອເສີມ​ຂະ​ຫຍາຍ​ບົດ​ບາດຂອງ​ບຸກ​ຄະ​ລາ​ກອນ​ໄວ​ໜຸ່ມໃຫ້​ເປັນ​ກອງ​ກຳ​ລັງທີ່ເຂັ້ມ​ແຂງ.
 

ທີ່​ນີ້​ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ! ທ່ານ​ຜູ້​ຟັງ​ທີ່​ຮັກ​ແພງ, ລາຍ​ການ​ມື້​ນີ້​ຂໍ​ສິ້ນ​ສຸດ​ລົງ​ທໍ່​ນີ້. ຍິນ​ດີ​ຕ້ອນ​ຮັບ​ທ່ານ​ຕິດ​ຕາມ​ຮັບ​ຟັງ​ລາຍ​ການ​ຂອງ​ພວກ​ເຮົາ​ແລະ​ສາ​ມາດ​ປະ​ກອບ​ຄວາມ​ຄິດ​ຄວາມ​ເຫັນ​ຂອງ​ທ່ານ​ກ່ຽວ​ກັບ​ໄວ​ໜຸ່ມ​ລຸ້ນ​ໃໝ່​ທີ່​ປະ​ກອບ​ສ່ວນ​ໃນ​ວຽກ​ງານລຶບລ້າງ​ຄວາມ​ທຸກ​ຍາກ. ໂດຍ​ສາ​ມາດ​ຕິ​ດ​ຕໍ່​ຫາ​ພວກ​ເຮົາ​ໄດ້​ໃນ​ຊ່ອງ​ທາງ​ເວັບ​ໄຊ​ຄື: laos.cri.cn, ຫຼື​ຕິດ​ຕາມ FB ​ຂອງພວກ​ເຮົາ​ຄື: CRI-FM93, ທ່ານ​ຍັງ​ສາ​ມາດ​ສົ່ງ E-mail ເຖິງ​ພວກ​ເຮົາ​ຕາມ​ທີ່​ຢູ່ laos@cri.com.cn,  ຂອບ​ໃຈ​ທີ່​ທ່ານ​ໃຫ້​ຄວາມ​ສົນ​ໃຈ​ຮັບ​ຟັງ​ລາຍ​ການ​ຂອງ​ພວກ​ເຮົາ, ພົບ​ກັນ​ໃໝ່​ໃນ​ອາ​ທິດ​ໜ້າ, ສະ​ບາຍ​ດີ!

ຄຳ​ເຫັນ

0