ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 28 ກໍລະກົດນີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວຢູ່ນະຄອນຫຼວງປັກກິ່ງວ່າ: ຈີນຊົມເຊີຍທັດສະນະກ່ຽວກັບບັນຫາທະເລຈີນໃຕ້ຂອງທ່ານດູເຕີເຕ ປະທານາທິບໍດີຟິລິປິນ, ຍິນດີຮ່ວມກັບຟິລິປິນສືບຕໍ່ແກ້ໄຂຂໍ້ຂັດແຍ້ງທາງທະເລດ້ວຍການເຈລະຈາຢ່າງສອງຝ່າຍບົນຈິດໃຈມິດຕະພາບ.
ວັນທີ 27 ກໍລະກົດນີ້, ທ່ານດູເຕີເຕ ປະທານາທິບໍດີຟິລິປິນໄດ້ສະເໜີບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການແຫ່ງລັດ ເຊິ່ງໄດ້ຊີ້ໃຫ້ເຫັນວ່າ: ຟິລິປິນຈະສືບຕໍ່ຈັດຕັ້ງປະຕິບັດນະໂຍບາຍການຕ່າງປະເທດເອກະລາດ, ບໍ່ເຂົ້າຂ້າງຝ່າຍຈີນ ຫຼືອາເມຣິກາ, ບໍ່ເຫັນດີໃຫ້ອາເມຣິກາກັບຄືນມາຕັ້ງຖານທັບຢູ່ຟິລິປິນ, ບໍ່ເປັນປໍລະປັກກັບຈີນໃນບັນຫາທະເລຈີນໃຕ້. ທ່ານຍັງຫວັງວ່າ: ຈີນສາມາດຄົ້ນຄວ້າຢາວັກແຊັງຕ້ານພະຍາດໂຄວິດ-19 ໄດ້ ແລະຈະຖືເອົາຟິລິປິນເປັນບູລິມະສິດໃນການສະໜອງວັກແຊັງ.
ຕໍ່ເລື່ອງນີ້, ທ່ານວ່າງເວີນປິ່ນກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ປະເທດໃດໆກໍມີສິດທິຈັດຕັ້ງປະຕິບັດນະໂຍບາຍການຕ່າງປະເທດເອກະລາດ ແລະພັດທະນາການພົວພັນຕ່າງປະເທດຢ່າງເປັນເຈົ້າຕົນເອງບົນພື້ນຖານຜົນປະໂຫຍດແຫ່ງຊາດ. ນະໂຍບາຍທີ່ກ່ຽວຂ້ອງຂອງທ່ານດູເຕີເຕສອດຄ່ອງກັບຜົນປະໂຫຍດພື້ນຖານຂອງປະຊາຊົນຟິລິປິນ, ສອດຄ່ອງກັບຄວາມມຸ້ງຫວັງຮ່ວມກັນຂອງປະເທດໃນພາກພື້ນ ແລະສອດຄ່ອງກັບກະແສຂອງຍຸກສະໄໝທີ່ພັດທະນາໂດຍສັນຕິ.
ຄຳເຫັນ
0