ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 28 ກໍລະກົດນີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວຢູ່ນະຄອນຫຼວງປັກກິ່ງວ່າ: ຈີນຍິນດີຮ່ວມກັບບັນດາປະເທດອາຊຽນຊຸກຍູ້ການປຶກສາຫາລືກ່ຽວກັບ “ກົດແຫ່ງການປະພຶດໃນທະເລຈີນໃຕ້” ເພື່ອບັນລຸຕາມເປົ້າໝາຍຂອງກົດແຫ່ງການປະພຶດຮ່ວມກັນລະຫວ່າງຈີນ ແລະບັນດາປະເທດອາຊຽນໂດຍໄວ.
ເມື່ອບໍ່ດົນມານີ້, ທ່ານເໄມພົມເພວ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາໄດ້ລົງບົດຄວາມໃນທະວີເຕີທີ່ລະບຸກ່າວວ່າ: ທະເລຈີນໃຕ້ບໍ່ແມ່ນ “ເຂດທະເລຂອງຈັກກະພັດຈີນ”, ຈີນລະເມີດກົດໝາຍສາກົນ. ຕໍ່ເລື່ອງນີ້ ທ່ານວ່າງເວີນປິ່ນຕອບໂຕ້ວ່າ: ມໍ່ໆມານີ້, ທ່ານໄມພົມເພວໄດ້ສ້າງຖອຍຄວາມກ່າວໂຈມຕີ ແລະໃສ່ຮ້າຍປາຍສີຈີນກ່ຽວກັບບັນຫາທະເລຈີນໃຕ້. ຈຶ່ງຢາກຖາມນັກການເມືອງອາເມຣິກາຈຳນວນໜຶ່ງວ່າມີເຈດຕະນາທົງທາຍເກາະຜິດຢູ່ທະເລຈີນໃຕ້ຫຼືບໍ?
ທ່ານວ່າງເວີນປິ່ນກ່າວຕື່ມວ່າ: ນະໂຍບາຍຂອງຈີນກ່ຽວກັບທະເລຈີນໃຕ້ບໍ່ມີການປ່ຽນແປງ, ແລະໄດ້ຮັກສາລັກສະນະຕໍ່ເນື່ອງ ແລະໝັ້ນທ່ຽງ. ຈີນໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດກົດໝາຍສາກົນຢ່າງເຂັ້ມງວດ ລວມທັງ “ສົນທິສັນຍາວ່າດ້ວຍກົດໝາຍທາງທະເລຂອງອົງການສະຫະປະຊາຊາດ”, ຍຶດໝັ້ນຢູ່ບົນພື້ນຖານຄວາມເປັນຈິງທາງປະຫວັດສາດ, ແລະອີງຕາມກົດໝາຍສາກົນ, ຈີນໄດ້ຢືນຢັນມາຕະຫຼອດກ່ຽວກັບການແກ້ໄຂຄວາມຂັດແຍ້ງທາງບົກ ແລະທາງທະເລກັບປະເທດໃກ້ຄຽງດ້ວຍການເຈລະຈາ. ຈີນໄດ້ໃຫ້ການເຄົາລົບຕໍ່ “ຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍໃນທະເລຈີນໃຕ້” ຢ່າງສະເໝີຕົ້ນສະເໝີປາຍ, ແລະຍິນດີຮ່ວມກັບບັນດາປະເທດອາຊຽນ, ຊຸກຍູ້ການປຶກສາຫາລືກ່ຽວກັບ “ກົດແຫ່ງການປະພຶດໃນທະເລຈີນໃຕ້” ເພື່ອບັນລຸເປົ້າໝາຍວ່າດ້ວຍກົດແຫ່ງການປະພຶດລະຫວ່າງຈີນ ແລະບັນດາປະເທດອາຊຽນໂດຍໄວ.
ຄຳເຫັນ
0