吳佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກຄວນ​ສຸ​ມ​ໃສ່​ສາມັກຄີກັນ​ຕ້ານ​ພະຍາດ​ໂຄ​ວິດ-19 ແລະພັດທະນາຮ່ວມກັນ

2020-07-31 17:11:51 cri

ວັນທີ 30 ກໍລະກົດນີ້, ທ່ານວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ສົນທະນາ​ກັບ​ທ່ານ​ເຣດ​ໂນ ​ເລ​ສຕາຣີ ປີຣອັນຊາຣີ ມາ​ສຸ​ດີ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ອິນ​ໂດ​ເນ​ເຊຍທາງວິ​ດີ​ໂອ​ວ່າ: ​ໃນ​ໄລຍະ​ຕໍ່ໜ້າ ການ​ຮ່ວມ​ມື​ລະຫວ່າງອາຊີ​ຕາ​ເວັນອອກຄວນ​ສຸ​ມ​ໃສ່​ສາມັກ​ຄີ​ກັນ​ຕ້ານ​ພະຍາດ​ໂຄ​ວິດ-19 ​ແລະ​ພັດທະນາ​ຮ່ວມ​ກັນ.

ທ່ານ​ວາງຢີ້ກ່າວ​ວ່າ: ຫວັງ​ວ່າ​ຈີນ ​ແລະ​ອາ​ຊຽນຈະ​ສຸມ​ຄວາມພະຍາຍາມ​ຮ່ວມ​ກັນ, ຊຸກຍູ້​ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ​ສາມາດບັນລຸ​ໝາ​ກຜົນ​ຢ່າງ​ຕັ້ງໜ້າ​ຕື່ມ​ອີກ. ຂ້າພະ​ເຈົ້າ​ຈຶ່ງ​ສະ​ເໜີ​ວ່າ:

ໜຶ່ງ: ລົງ​ເລິກ​ການ​ຮ່ວມ​ມື​ຕ້ານ​ພະຍາ​ດ​ໂຄ​ວິ​ດ-19. ຈີນ​ຍິນ​ດີ​​ໃຫ້ການສະໜັບສະໜູນທີ່​ຈຳ​ເປັນ​ຕໍ່​ກອງ​ທຶນ​ຕ້ານ​ພະຍາດ​ ​ແລະ​ຄັງ​ສຳຮອງ​ອຸປະກອນ​ທາງ​ການ​ແພດສຸກ​ເສີນຂອງ​ອາ​ຊຽນ, ປຶກສາ​ຫາລື​ກັບ​ອາຊຽນ​ໃນ​ການ​ສ້າງ​ກົນ​ໄກ​ພົວພັນ​ສຸກ​ເສີນ, ​ສູນ​ເກັບຣັກສາ​ອຸປະກອນ​ທາງ​ການ​ແພດ​ສຸກ​ເສີນ ອາ​ຊຽນ​+3 ​ແລະສ້າງ​ປະຊາ​ຄົມ​ສາທາລະນະ​ສຸກຈີນ-ອາ​ຊຽນ.

ສອງ: ຊຸກຍູ້​ການ​ຟື້ນ​ຟູ​ເສ​ດະ​ກິດ. ຊຸກຍູ້ການ​ເຊື່ອມ​ຈອດ​ລະຫວ່າງ​ຂໍ້​ລິ​ເລີ່​ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ​ແລະ “​ແຜນ​ແມ່​ບົດ​ວ່າ​ດ້ວຍ​ການ​ເຊື່ອມ​ໂຍງ​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນຂອງອາ​ຊຽນ​ໃນປີ 2025”, ຈັດກິດຈະກຳ​ປີ​ການ​ຮ່ວມ​ມື​ດ້ານເສດຖະກິດ​ດີ​ຈີ​ຕອນຈີນ-ອາ​ຊຽນ, ສ້າງ​ຈຸດ​ເຕີບ​ໂຕໃໝ່​ດ້ານການ​ຮ່ວມ​ມື. ຮັບປະກັນ​ໃຫ້ສັນຍາ​ການ​ພົວພັນ​ຄູ່​ຮ່ວມ​ເສດຖະກິດ​ຮອບດ້ານ​ໃນ​ພາກ​ພື້ນ​ໄດ້​ເຊັນ​ກັນ​ໂດຍ​ໄວ ​ແລະຊຸກຍູ້​ການ​ພັດທະນາ​ເສດຖະກິດ​ພາກ​ພື້ນ​ໃຫ້​ມີ​ທ່ວງທ່າ​ເຕີບ​ໂຕ​ຂຶ້ນ.

ສາມ: ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດທາງ​ທະ​ເລ. ດຳ​ເນີນ​ການ​ຮ່ວມ​ມື​ຢ່າງ​ກວ້າງຂວາງ​ໃນ​ຂົງ​ເຂດ​ຕ່າງໆ ​ເຊັ່ນ: ຂະ​ແໜງ​ການ​ທະ​ເລ, ການ​ຮັກສາ​ນິ​ເວດທາງທະ​ເລ, ການ​ປະດິດ​ສ້າງ​ໃໝ່​ດ້ານ​ວິ​ທະຍາ​ສາດ​ເຕັກນິກທາງ​ທະ​ເລ ​ແລະ​ອື່ນໆ, ຊຸກຍູ້​ການ​ສ້າງການ​ພົວພັນ​ຄູ່​ຮ່ວມ​​ເສດຖະກິດ​ທາງ​ທະ​ເລ.

ສີ: ​ຖື​​ເອົາໂອກາດ​ກາ​ນສ້າງຕັ້ງ​ສາຍພົວພັນ​ຄູ່ເຈລະຈາ​ຈີນ-ອາ​ຊຽນຄົບຮອບ 30 ປີ​ໃນ​ປີ 2021, ​ເພື່ອຍົກ​ສູງ​ຖານະຍຸດທະ​ສາດ​ການ​ພົວພັນ​ຈີນ-ອາ​ຊຽນ, ​ເປີດ​ກວ້າງ​ການ​ຮ່ວມ​ມື ​ແລະ​ເພີ່ມ​ທະວີ​ຄວາມ​ໝັ້ນ​ໃຈ​ດ້ານ​ການ​ຮ່ວມ​ມື.

ຫ້າ: ​ເຮັດ​ວຽກ​ກະກຽມ​ທຸກ​ດ້ານ​ໃຫ້​ດີ​ເພື່ອ​ໃຫ້​ກອງ​ປະຊຸມ​ຕ່າງໆ​ຂອງ​ຜູ້ນຳ​ອາຊີ​ຕາ​ເວັນ​ອອກ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ທ້າຍ​ປີ​ນີ້​ໄດ້​ຮັບ​ໝາກຜົນ​ທີ່​ອຸດົມສົມບູນ, ຮັບ​ມື​ກັບ​ຄວາມ​ສ່ຽງ ​ແລະ​ສິ່ງ​ທ້າ​ທາຍ​ຮ່ວມ​ກັນ, ປົກ​ປັກຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບໃນ​ພາກ​ພື້ນ.

ຄຳ​ເຫັນ

0