劉華麗

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຂດ​ທະ​ເລ​ພາກ​ໃຕ້​ຟິ​ລິບ​ປິນ​ເກີດ​ແຜ່ນ​ດິນ​ໄຫວຂະ​ໜາດ 6.4 ລິເຕີ

2020-08-02 15:25:35 cri

 

ຕອນ​ຂ້ອນ​ແຈ້ງວັນ​ທີ 2 ສິງ​ຫາ​ນີ້, ຢູ່​ເຂດ​ທະ​ເລ​​ທາງພາກ​ໃຕ້​ຟິ​ລິບ​ປິນ​ໄດ້​ເກີດ​ແຜ່ນ​ດິນ​ໄຫວ​​ຂະ​ໜາດ 6.4 ລິ​ເຕີ, ປັດ​ຈຸ​ບັນ ຍັງບໍ່​ທັນ​ມີ​​ລາຍ​ງານ​ກ່ຽວ​ກັບ​ຜູ້​ໄດ້​ຮັບ​ບາດ​ເຈັບ​ແລະ​ເສຍ​ຊີ​ວິດ​ ແລະ​ຄວາມ​ເສຍ​ຫາຍ​ດ້ານ​ຊັບ​ສິນ.

ອີງ​ຕາມ​ຂ່າວ​ໃນ​ເວັບ​ໄຊ​ຂໍ້​ມູນ​ຂ່າວ​ສານ​ແຜ່ນ​ດິນ​ໄຫວ​ຂອງ​ກົມສຳຫຼວດ​ທໍ​ລະ​ນີ​ສາດ​ອາ​ເມ​ຣິ​ກາ, ແຜ່ນ​ດິນ​ໄຫວ​ຄັ້ງ​ນີ້​ເກີດ​ຂຶ້ນ​ໃນ​ເວ​ລາ 1 ໂມງ 9 ນາ​ທີ​​ຂອງວັນ​ທີ 2 ສິງ​ຫາ​ນີ້ຕາມ​ເວ​ລາ​ປັກ​ກິ່ງ, ໃຈ​ກາງ​ເກີດ​ແຜ່ນ​ດິນ​ໄຫວ​ແມ່ນ​ຢູ່​ຫ່າງ​ຈາກ​ທ່າ​ກຳ​ປັ່ນ​ໂປ​ລອກ​ຟິ​ລິບ​ປິນ​ໄປ​ທາງ​ທິດ​ຕາ​ເວັນ​ຕົກ​ສຽງ​ໃຕ້ 10 ກິ​ໂລ​ແມັດ, ​ຈຸດ​ແຜ່ນ​ດິນ​ໄຫວເລິກ​ລົງ​​ໃຕ້​ດິນໄປ​ປະ​ມານ 480 ກິ​ໂລ​ແມັດ.

ຟິ​ລິບ​ປິນ​ຕັ້ງ​ຢູ່​ແຖບແຜ່ນ​ດິນ​ໄຫວ​ພູເຂົາ​ໄຟ​ອ້ອມ​ປາ​ຊີ​ຟິກ ເຊິ່ງ​ພາ​ໃຫ້​ເກີດ​ແຜ່ນ​ດິນ​ໄຫວ​ເລື້ອຍໆ. ຕາມ​ຕົວ​ເລກ​ສະ​ຖິ​ຕິ​ຂອງ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ແຜ່ນ​ດິນ​ໄຫວ​ພູ​ເຂົາ​ໄຟ​ຟິ​ລິບ​ປິນ, ແຕ່​ລະ​ປີ ຟິ​ລິບ​ປິນ​ເກີດ​ມີ​ແຜ່ນ​ດິນ​ໄຫວ​ທີ່​ສາ​ມາດ​ຮູ້​ສຶກ​​ໄດ້ເຖິງ​ແຮງ​ສັ່ນ​ທະ​ເທືອນ​ປະ​ມານ 100 ຫາ 150 ເທື່ອ.

ຄຳ​ເຫັນ

0