徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຊິບ​​ລະ​ບົບນຳ​ທາງ​ດ້ວຍ​ດາວ​ທຽມ​ເປີຍ​ໂຕ​ຈີນ​ບັນ​ລຸ​ລະ​ດັບ​ນຳ​ໜ້າ​ໂລກ

2020-08-04 16:26:15 cri

ຕາມ​ຂ່າວCRI:ວັນ​ທີ 3 ສິງ​ຫາ​ນີ້, ທ່ານ​ຢານ ເສີງ ສີ, ໂຄ​ສົກ​ທັງ​ເປັນຫົວ​ໜ້າ​ຫ້ອງ​ການ​ຄຸ້ມ​ຄອງ​ລະ​ບົບນຳ​ທາງ​ດ້ວຍ​ດາວ​ທຽມ​ເປີຍ​ໂຕ​ຈີນ,  ໄດ້​ກ່າວ​ໃນ​ພິ​ທີ​ຖະ​ແຫຼງ​ຂ່າວ​ທີ່​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງວ່າ: ຊິບ​ລະ​ບົບ​ນຳ​ທາງ​ດ້ວຍ​ດາວ​ທຽມ​ເປີຍ​ໂຕຂະ​ໜາດ 28 ນາ​ໂນ​ແມັດ​ໄດ້​ຮັບ​ການ​ຜະ​ລິດ​ຢ່າງ​ເປັນ​ທາງ​ການ, ຊິບ​ຂະ​ໜາດ 22 ​ນາ​ໂນ​ແມັດ​ກໍ​ຈະ​ໄດ້​ຮັບ​ການ​ຜະ​ລິດ​ເປັນ​ຈຳ​ນວນ​ຫຼາຍ​ໃນ​ໄວໆ​ນີ້.

 

   ທ່ານ​ຢານ ເສີງ ສີ​ກ່າວ​ວ່າ, ​ຊິບ​ຂະ​ໜາດ 22 ນາ​ໂນ​ແມັດຈະ​ໄດ້​ຮັບ​ການ​ຜະ​ລິດ​ຈຳ​ນວນ​ຫຼາຍ​ໃນ​ໄວໆ​ນີ້, ເຊິ່ງ​ໄດ້​ບຸ​ທະ​ລຸລະ​ດັບ​ສູງ​ທີ່​ສຸດ​ຂອງ​ຊິບ​ນຳ​ທາງ​ດ້ວຍ​ດາວ​ທຽມ​ຂອງ​ໂລກ. ປັດ​ຈຸ​ບັນ​ນີ້, ມື​ຖື​ສະ​ມາດ​ໂຟນ​ສ່ວນ​ຫຼາຍໄດ້​ນຳ​ໃຊ້​ລະ​ບົບນຳ​ທາງ​ດ້ວຍ​ດາວ​ທຽມ​ເປີຍ​ໂຕ​. ຂະ​ແໜງ​ການ​ນຳ​ທາງ​ດ້ວຍດາວ​ທຽມ​ຈີນ​ແລະ​ການ​ບໍ​ລິ​ການ​​ກຳ​ນົດ​ທີ່​ຕັ້ງ​ໄດ້​ສ້າງ​ມູນ​ຄ່າ​ເຖິງ 345 ຕື້​ຢວນ​ໃນ​ປີ 2019, ໃນ​ປີ 2020 ອາດ​ຈະ​ບັນ​ລຸຫຼາຍກວ່າ 400 ຕື້ຢວນ.

 

   ທ່ານ​ຢານ ເສີງ ສີ​ຍັງ​ເປີດ​ເຜີຍ​ວ່າ, ຈີນ​ມີ​ໜ່ວຍ​ງານ​ທີ່​ກ່ຽວ​ຂ້ອງ 400 ກວ່າ​ແຫ່ງ, ພະ​ນັກ​ງານ​ວິ​ທະ​ຍາ​ສາດເຕັກ​ໂນ​ໂລ​ຊີ 3 ແສນກວ່າ​ຄົນ​ໄດ້​ເຂົ້າ​ຮ່ວມ​ການ​​ພັດ​ທະ​ນາລະ​ບົບ​ນຳ​ທາງ​ດ້ວຍດາວ​ທຽມ​ທົ່ວ​ໂລກ​ເປີຍ​ໂຕ. ພະ​ນັກ​ງານ​ຄົ້ນ​ຄວ້າ​​ວິ​ທະ​ຍາ​ສາດ​ຈີນ​ໄດ້​ສູ້​ຊົນ​ຜ່ານ​ຜ່າແລະ​ສາ​ມາດ​ບັນ​ລຸ​ການ​ບຸກ​ທະ​ລຸ​ໃນ​ດ້ານ​ເຕັກ​ໂນ​ໂລ​ຊີ​ສຳ​ຄັນ 160 ກວ່າ​ໂຄງ​ການ, ໄດ້​ບັນ​ລຸ​ການ​ຄົ້ນ​ຄວ້າ​ແລະ​ຜ​ະ​ລິດ​ອາ​ໄລ່ຊັ້ນ​ສ່ວນ 500 ກວ່າ​ປະ​ເພດ​ດ້ວຍ​ຕົນ​ເອງ, ບັນ​ລຸ​ເປົ້າ​ມໝາຍ​ທີ່​ຈີນ​ສາ​ມາດ​ຜະ​ລິດ​ຊັ້ນ​ສ່ວນ​ອາ​ໄລ່​ສຳ​ຄັນ​ຂອງ​ດາວ​ທຽມເປີຍ​ໂຕ 3 ໄດ້​ເອງ 100%.

ຄຳ​ເຫັນ

0