秦瑛蓮

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຂດຮົງກົງຂອງຈີນແກ່ຍາວເວລາປະຕິບັດມາດຕະການຈຳກັດໄລຍະຫ່າງທາງສັງຄົມ

2020-08-04 16:03:12 cri

ວັນ​ທີ 3 ສິງ​ຫາ​ນີ້, ອົງ​ການ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ຂອງ​ຈີນ​ໄດ້​ປະ​ກາດ​ວ່າ, ສືບ​ຕໍ່​ປະ​ຕິ​ບັດ​ມາດ​ຕະ​ການ​ຈຳ​ກັດ​ໄລ​ຍະ​ຫ່າງທາງ​ສັງ​ຄົມ​ທີ່​ກຳ​ລັງ​ປະ​ຕິ​ບັດ​ໃນ​ປັດ​ຈຸ​ບັນ ເຊິ່ງມີ​ຜົນ​ສັກ​ສິດ​ໄປ​ອີກ 7 ວັນ ແລະ​ມີຜົນບັງ​ຄັບ​ໃຊ້​ນັບ​ແຕ່​ເວ​ລາ 0 ໂມງ​ຂອງວັນ​ທີ 5 ສິງ​ຫາ​ນີ້​ເປັນ​ຕົ້​ນ​ໄປ.

ມາດ​ຕ​ການ​ຈຳ​ກັດ​ໄລ​ຍະ​ຫ່າງ​ທາງ​ສັງ​ຄົມຂອງ​ຮົງ​ກົງ​ລວມ​ມີ: ​ຫ້າມ​ຊຸມ​ນຸມ​ກັນ​ເກີນກວ່າ 2 ຄົນ​ຢູ່​ສະ​ຖານ​ທີ່​ສາ​ທາ​ລະ​ນະ; ບັງ​ຄັບ​ໃຫ້​ໃສ່​ຜ້າ​ປິດ​ປາກ​ໃນ​ທຸກ​ສະ​ຖານ​ທີ່​ສາ​ທາ​ລະ​ນະ; ສູນ​ບັນ​ເທີງ, ສູນ​ອອກ​ກຳ​ລັງ​ກາຍ ແລະ​ສວນ​ສະ​ໜຸກ​ຕ່າງ​ໆ​ ​ປິດກ​ານ​ບໍ​ລິກ​ານ; ຈຳ​ນວນ​ລູກ​ຄ້າ​ຢູ່​ຮ້ານ​ອາ​ຫານ​ບໍ່​ໃຫ້​ເກີນ​ເຄິ່ງ​ໜຶ່ງ​ຂອງ​ຈຳ​ນວນ​ບ່ອນ​ນັ່ງ ແລະ​ອື່ນໆ. ໂຄ​ສົກ​ຂອງຂະ​ແໜງອ​າ​ຫານ ແລະ​ສາ​ທາ​ລະ​ນະ​ສຸກ​ຮົງ​ກົງ​ກ່າວ​ວ່າ, ໂດຍ​ພິ​ຈາ​ລະ​ນາ​ເຖິງກ​ານ​ປະ​ເມີນ​ຄວາມ​ສ່ຽງ​ດ້ານ​ສາ​ທາ​ລະ​ນະ​ສຸກຫຼ້າ​ສຸດ ໂດ​ຍ​ສະ​ເພາະ​ແມ່ນ​ໃນ​ມໍ່ໆ​ນີ້​ເກີດ​ມີ​ກໍ​ລະ​ນີ​ຕິດແປດ​ເຊື້ອພະ​ຍາດ​ຍ້ອນ​ບໍ່​ໃສ່​ຜ້າ​ປິດ​ປາກ ແລະ​ການ​ເຄື່ອນ​ໄຫວ​ທາງ​ສັງ​ຄົມ​ຕ່າງ​ໆ​ພາ​ໃຫ້​ເກີດ​ມີ​ຄວາມ​ສ່ຽງ​ສູງ, ອົງ​ການ​ປົກ​ຄອງ​ເຂດ​​ບໍ​ລິ​ຫານ​ພິ​ເສດຮົງ​ກົງ​ຈຶ່ງ​ເຫັນ​ວ່າ​ມີ​ຄວາມ​ຈຳ​ເປັນ​ຕ້ອງ​ແກ່​ຍາວ​ມາດ​ຕະ​ການຈຳ​ກັດ​ໄລຍະ​ຫ່າງ​ທາງ​ສັງ​ຄົມ.

ຄຳ​ເຫັນ

0